ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມໃນ ກອງປະຊຸມກອງປະຊຸມສະຫລຸບການປະຕິບັດວຽກງານວຽກງານ ຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 17 ທັນວາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເນັ້ນໃຫ້ພາກ ສ່ວນກ່ຽວຂ້ອງປັບປຸງກົງຈັກ, ກົນໄກການບໍລິຫານ ຂອງລັດວິສາຫະກິດ ໂດຍປັບປຸງສະພາບໍລິຫານ, ລັດວິສາຫະກິດຂະໜາດໃຫຍ່, ປະທານສະພາບໍລິຫານ (ຂັ້ນຮອງລັດຖະມົນຕີ) ຕ້ອງເປັນເລຂາຄະນະພັກ ແລະ ເຮັດວຽກປະຈໍາຢູ່ລັດວິສາຫະກິດ; ຄະນະສະພາບໍລິຫານ, ຄະນະອຳນວຍການ ຕ້ອງມີການເລືອກເຟັ້ນເອົາ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ເປັນມືອາຊີບ; ແບ່ງໜ້າທີ່, ຄວາມຮັບຜິດຊອບ ຢ່າງຈະ ແຈ້ງ ລະຫວ່າງຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກັບກະຊວງການເງິນ ແລະ ກະຊວງ, ອົງ ການ ແລະ ທ້ອງຖິ່ນ ທີ່ລັດວິສາຫະກິດຂຶ້ນກັບ, ພ້ອມທັງປັບປຸງແຜນດໍາເນີນທຸລະກິດ, ຕ້ອງມີປະສິດທິຜົນ, ມີກໍາໄລ ແລະ ບໍ່ໃຫ້ຫລຸບທຶນເດັດຂາດ.

ພ້ອມນີ້, ທ່ານປະທານປະເທດ ຍັງເນັ້ນ ໃຫ້ຄະນະປະຕິຮູບລັດວິສາຫະກິດ ເອົາໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່ ຂອງລັດວິສາຫະກິດ ໃຫ້ຈະແຈ້ງ, ຕ້ອງແຍກ ແລະ ແກ້ໄຂບັນຫາສາຍພົວພັນ ລະຫວ່າງ ການຄຸ້ມຄອງມະຫາພາກ ຂອງລັດ ຕໍ່ລັດວິສາຫະກິດ ແລະ ຄວາມເປັນເຈົ້າ, ສິດ ໃນການຄຸ້ມຄອງ-ບໍລິຫານທຸລະກິດ ຂອງລັດວິສາຫະກິດ; ກຳນົດເປົ້າໝາຍໃຫ້ບັນລຸ ເຮັດໃຫ້ລັດວິສາຫະກິດ ມີກໍາລັງແຮງ, ມີຄວາມສາມາດໃນການປະຕິບັດນະໂຍບາຍຂອງພັກ-ລັດ, ດັດສົມ-ແກ້ໄຂບັນຫາເຄັ່ງ ຮ້ອນດ້ານເສດຖະກິດທີ່ເກີດຂຶ້ນໄດ້, ບັນຫາທີ່ເປັນຄໍຫອຍ-ຍຸດທະສາດສໍາຄັນ ທີ່ພາກເອກະຊົນບໍ່ສາ ມາດເຮັດໄດ້; 5 ປີ ຕໍ່ໜ້າຕ້ອງແກ້ໄຂບັນຫາໜີ້ສິນ ໃນລັດວິສາຫະກິດໃຫ້ໄດ້, ແກ້ໄຂຄວາມໂປ່ງໃສ, ການບໍລິຫານທີ່ດີ ຂອງລັດວິສາຫະກິດ, ປັບປຸງກົງຈັກ-ບຸກຄະລາກອນ ຂອງລັດວິສາຫະກິດ ໃຫ້ປອດໃສ ຂາວສະອາດ, ຕ້ອງຈິງໃຈ, ຊື່ສັດບໍລິສຸດ, ຕັ້ງໜ້າເປັນເຈົ້າການເຮັດທຸລະກິດໃຫ້ລັດຢ່າງແທ້ຈິງ. ພາຍຫລັງສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃຫ້ບັນດາສະຫາຍ ນໍາເອົາຍຸດທະສາດປະຕິຮູບ ແລະ ແຜນພັດທະນາລັດວິສາຫະກິດເຫລົ່ານັ້ນ ໄປຜ່ານລັດຖະບານ ແລະ ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ, “ຕ້ອງເປັນແຜນປະຕິຮູບ ຫລື ຍຸດທະສາດ ທີ່ກ້າວໄປເຖິງການປະຕິວັດ ລັດວິສາຫະກິດ” ເຮັດໃຫ້ວິສາຫະກິດ ຂອງພວກເຮົາມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີປະສິດທິຜົນ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດ ໂດຍມີຄະນະປະຕິຮູບລັດວິສາຫະກິດ ຂັ້ນສູນ, ກະຊວງ-ອົງການ ແລະ ແຂວງ, ບັນດາຜູ້ອໍານວຍການຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າຈາກທະຄານໂລກປະຈຳລາວເຂົ້າຮ່ວມ.
ກອງປະຊຸມ ທ່ານ ກິແກ້ວ ຈັນທະບູຣີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບ, ຜູ້ປະຈໍາການຫ້ອງການຄະນະປະຕິຮູບລັດວິສາຫະກິດ ໄດ້ຍົກໃຫ້ເຫັນສະພາບລວມການປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ ໃນໄລຍະຜ່ານມາ; ສະຫລຸບການຈັດຕັ້ງປະຕິບັດວຽກງານປະຕິຮູບລັດວິສາຫະກິດ ປີ 2025; ທິດທາງ, ແຜນການ ແລະ ວຽກຈຸດສຸມຂອງການປະຕິຮູບລັດວິສາຫະກິດ ປີ 2026 ໂດຍປະຕິບັດຕາມມະຕິ ກົມການເມືອງສູນກາງພັກເລກທີ 05/ກມສພ ວ່າດ້ວຍການປັບປຸງ ແລະ ກໍ່ສ້າງວິສາຫະກິດ ໃນໄລຍະໃໝ່ ໄດ້ກຳນົດວ່າ: ຕ້ອງປັບປຸງ ແລະ ກໍ່ສ້າງວິສາຫະກິດຂອງລັດໃຫ້ມີຄວາມເຂັ້ມແຂງທາງດ້ານໂຄງສ້າງ ແລະ ໄປຕາມທິດອຸດສາຫະກຳຮຸ້ນສ່ວນ ດ້ວຍຮູບການທີ່ເໝາະສົມ, ສາມາດເປັນກຳລັງແຮງໃຫ້ແກ່ລັດເຮົາ ໃນການຊຸກຍູ້ການເຕີບໂຕ, ການສະສົມທຶນ ຮອນ ແລະ ການສະໜອງສາທາລະນະປະໂຫຍດໃຫ້ສັງຄົມ ພ້ອມກັບການຕອບສະໜອງຄວາມຕ້ອງ ການໃຫ້ແກ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນມະຕິດັ່ງກ່າວ ຍັງກຳນົດ 6 ວຽກຈຸດຊຸມຄື: ປັບປຸງກົນໄກການຄຸ້ມຄອງ ເພື່ອໃຫ້ວິສາຫະກິດຂອງລັດເປັນເຈົ້າຕົນເອງໃນການດຳເນີນທຸລະກິດ; ຈຳແນກໃຫ້ຈະແຈ້ງ ລະຫວ່າງການປະຕິບັດໜ້າທີ່ ຫລື ເປົ້າໝາຍຍຸດທະສາດດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປົ້າໝາຍຍຸດທະສາດດ້ານເສດຖະກິດ-ສັງຄົມ; ປັງປຸງນະ ໂຍບາຍ ລະບົບລະບຽບ ໃຫ້ມີຄວາມເໝາະສົມ ແລະ ເອື້ອອຳນວຍກວ່າເກົ່າ; ຄົ້ນຄວ້າການຫັນໄປສູ່ຮູບແບບ ວິສາຫະກິດປະສົມ ຫລື ຮຸ້ນສ່ວນ; ເພີ່ມທະວີບົດບາດ ແລະ ຄວາມສາມາດ ໃນການຄຸ້ມຄອງລັດ ຕໍ່ວິສາຫະກິດລັດ; ປັບປຸງການຈັດຕັ້ງ, ແບບແຜນການນຳພາ ແລະ ການເຄື່ອນໄຫວຂອງພັກ, ອົງການຈັດຕັ້ງມະຫາຊົນ ຢູ່ລັດວິສາຫະກິດ.