ພິທີມອບ-ຮັບໜ້າທີ່ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂຶ້ນວັນທີ 18 ທັນວາ 2025 ທີ່ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ບັນດາ ຄະນະພັກ ຄະນະນໍາ ກະຊວງ ກຕສ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ອີງຕາມມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 34 /ກມສພ ແລະ ລັດຖະດຳລັດຂອງປະທານປະເທດ ເລກທີ 331/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງປະທານປະເທດຕົກລົງ: ອະນຸມັດໃຫ້ທ່ານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ຜູ້ເກົ່າ) ອອກພັກການຮັບອຸດໜູນບໍານານ ຜ່ານລັດຖະດຳລັດປະທານປະເທດ ເລກທີ 336/ປປທ ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ເຊິ່ງປະທານປະເທດຕົກແຕ່ງຕັ້ງ: ທ່ານ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີ ເປັນລັດຖະມົນຕີ ກະຊວງ ເຕັກໂນໂລຊີແລະ ການສື່ສານຜູ້ໃໝ່.
ໂອກາດນີ້ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດການນໍາພາ-ຊີ້ນໍາວຽກງານເຕັກໂນໂລຊີ ທີ່ມີສະຫາຍ ບໍ່ວຽງຄໍາ ວົງດາລາ ເປັນລັດຖະມົນຕີ ໃນສະໄໝຜ່ານມາ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ຮັບການຄຸ້ມຄອງຢ່າງຖືກຕ້ອງ ແລະ ມີພັດທະນາເປັນກ້າວໆ ພ້ອມນີ້ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ການຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ຄະນະພັກ-ຄະນະນໍາ ອັນມີ ທ່ານ ສັນຕິສຸກ ສິມມາລາວົງ ເປັນຜູ້ນໍາໜ້ານັ້ນ ບັນດາພະນັກງານ ສະມາຊິກພັກ ຈະເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃຫ້ໄດ້ຮັບການພັດທະນາ ດຳເນີນໄປຕາມທິດທີ່ພັກ-ລັດເຮົາໄດ້ກຳນົດໄວ້ ຮຽກຮ້ອງໃຫ້ບັນດາສະຫາຍການນໍາ ສະມາຊິກພັກ ແລະ ພະນັກງານ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສຳເລັດຜ່ານມາໃຫ້ມີການພັດທະນາ ແລະ ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ.