Home ຂ່າວໜ້າໜຶ່ງ ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ

ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ

0

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ ກົມສື່ມວນຊົນ ໄດ້ໄຂຂື້ນ ໃນເວລາ 8:00-11:15 ໂມງ ຂອງວັນທີ 18 ເດືອນ 12 ປີ 2025, ທີ່ຫ້ອງປະຊຸມຊັ້ນ 02 ຂອງຄະນະໂຄສະນາ ອົບຮົມສູນກາງພັກ; ໂດຍມີສະມາຊິກພັກສົມບູນ 12 ສະຫາຍ, ສະມາຊິກພັກສໍາຮອງ 04 ລວມທັງໝົດ 16 ສະຫາຍ, ຍີງ 04 ສະຫາຍ ລວມທັງຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ມີແຂກຖືກເຊີນ 12 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດເຂົ້າຮ່ວມ ທັງເປັນປະທານກອງປະຊຸມ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ນອກນັ້ນ, ຍັງມີບັນດາສະຫາຍຕາງໜ້າຄະນະພັກຮາກຖານ ແລະ ໜ່ວຍພັກ ອ້ອມຂ້າງຄະນະພັກຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາ ເນື້ອໃນສໍາຄັນ ດັ່ງນີ້:

ກອງປະຊຸມ ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ ບົດລາຍງານການເມືອງຂອງໜ່ວຍພັກ ກ່ຽວກັບການນໍາພາ ໃນຊຸມປີຜ່ານມາ (2021-2025) ແລະ ທິດທາງໜ້າທີ່ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ (2026 – 2030) ຂອງໜ່ວຍພັກ ກົມສື່ມວນຊົນ ເຊິ່່ງສະເໜີໂດຍ ສະຫາຍ ສົມສະຫວາດ ພົງສາ, ເລຂາໜ່ວຍພັກ, ຫົວໜ້າ ກົມສື່ມວນຊົນ; ພ້ອມທັງເປັນເອກະສັນກັນວ່າ ຈະອອກແຮງສູ້ຊົນ ເພື່ອເຮັດສຳເລັດໜ້າທີ່ ທີ່ວາງອອກ; ໃນກອງປະຊຸມໃຫຍ່ຄັ້ງນີ້, ຈະຕັດສິນໃຈ ຈັດຕັ້ງຜັນຂະຫຍາຍທິດທາງ, ແຜນການ ແລະ ໜ້າທີ່ຈຸດສຸມຕົ້ນຕໍ ໃຫ້ເປັນອັນລະອຽດ ເພື່ອຮັບປະກັນໃຫ້ການນໍາພາ, ຄຸ້ມຄອງວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ໄດ້ຮັບການພັດທະນາ ແລະ ມີຄຸນນະພາບ; ແນໃສ່ປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ບັນລຸຜົນສໍາເລັດ.

ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ດ້ວຍຄວາມຮັບຜິດຊອບສູງ ເຊິ່່ງມີຜູ້ຮັບສະໝັກເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ຄັ້ງທີ VIII ຂອງໜ່ວຍພັກ ກົມສື່ມວນຊົນດັ່ງນີ້:

1. ສະຫາຍ ສົມສະຫວາດ ພົງສາ ເປັນເລຂາໜ່ວຍພັກ.

2. ສະຫາຍ ກອງຄຳ ດວງແກ້ວ ເປັນຮອງເລຂາໜ່ວຍພັກ.

3. ສະຫາຍ ນາງ ກອງບຸນ ສຸລິວົງ ເປັນກຳມະການ ແລະ ເປັນປະທານກວດກາ.

ພ້ອມກັນນີ້, ໄດ້ລົງຄະແນນສຽງເລືອກເອົາ ຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ VI ເຊິ່ງມີລາຍລະອຽດ ດັ່ງນີ້:

*ຜູ້ແທນສົມບູນ:

1)ສະຫາຍ ສົມສະຫວາດ ພົງສາ

2)ສະຫາຍ ກອງຄຳ ດວງແກ້ວ

3)ສະຫາຍ ນາງ ກອງບຸນ ສຸລິວົງ

4)ສະຫາຍ ສົມສັກ ສະກຸນຄຳ

5)ສະຫາຍ ສົມຈິດ ພັນລັກ

6)ສະຫາຍ ພູວັນ ຈັນທະມີໄຊ

7)ສະຫາຍ ນາງ ເພັດຈິນດາ ໄຊຍະວົງ

8)ສະຫາຍ ນາງ ທອງສຸກ ແສງມະນີວົງ

9)ສະຫາຍ ເພັດສະໝອນ ພູມີວົງ

*ຜູ້ແທນສໍາຮອງ:

1)ສະຫາຍ ຈັນດີ ພົມມະຈັກ

2)ສະຫາຍ ນາງ ບົວເຄືອ ວົງສະຫວັນ

ກອງປະຊຸມໃຫຍ່ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ຄໍາເຫັນຂອງສະຫາຍ ແມ່ນໄດ້ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ແລະ ມີຄວາມໝາຍ ໃຫ້ແກ່ການເຄື່ອນໄຫວ ວຽກງານຂອງໜ່ວຍພັກ ກົມສື່ມວນຊົນ, ເປັນເຂັມທິດຊີ້ນໍາເຍືອງທາງ ໃຫ້ໜ່ວຍພັກສືບຕໍ່ບຸກບືນກ້າວຂື້ນ ເພື່່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.

ກອງປະຊຸມໃຫຍ່ໜ່ວຍພັກ ສະແດງຄວາມຮູ້ບຸນຄຸນຢ່າງສູງ ແລະ ຂອບໃຈຢ່າງເລິກເຊິ່ງ ມາຍັງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຍາມໃດກໍໃຫ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ວຽກງານແຫຼງຂ່າວ-ສື່ມວນຊົນ ໃຫ້ເຄື່ອນໄຫວ ດ້ວຍຜົນສໍາເລັດທີ່ຈົບງາມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version