Home ຂ່າວດ່ວນ ບໍລິສັດ ບີເອັມ ການຄ້າ-ທີທີ ພາວເວີ ປະກອບສ່ວນຟື້ນຟູໄພພິບັດ ຢູ່ແຂວງບໍລິຄຳໄຊ

ບໍລິສັດ ບີເອັມ ການຄ້າ-ທີທີ ພາວເວີ ປະກອບສ່ວນຟື້ນຟູໄພພິບັດ ຢູ່ແຂວງບໍລິຄຳໄຊ

0

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 18 ສິງຫາ 2023 ນີ້, ທ່ານ ຄອນສະຫວັນ ສອນຄຳໄຊ ປະທານ ບໍລິສັດ ບີເອັມ ການຄ້າ-ທີທີ ພາວເວີ ໄດ້ມອບເງິນສົດຈຳນວນ 30 ລ້ານກີບ ໃຫ້ອົງການປົກຄອງແຂວງບໍລິຄຳໄຊ ເພື່ອສົມທົບທຶນເຂົ້າໃນການຟື້ນຟູໄພພິບັດທາງທຳມະຊາດທີ່ເກີດຂື້ນຢູ່ແຂວງບໍລິຄຳໄຊ ໃນປີ 2023, ກ່າວຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ຫົວໜ້າສະເພາະກິດຕ້ານໄພພິບັດຂັ້ນແຂວງ.

ໂອກາດນີ້, ທ່ານ ຄຳແຫວນ ປັນຍານຸວົງ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງ ທ່ານ ຄອນສະຫວັນ ສອນຄຳໄຊ ກໍຄື ບໍລິສັດ ບີເອັມ ການຄ້າ-ທີທີ ພາວເວີ ທີ່ໄດ້ສະຫລະທຶນຮອນສ່ວນຕົວ ເຂົ້າໃນພາລະກິດລວມຂອງແຂວງ ເຊິ່ງເປັນການປະກອບ ສ່ວນສຳຄັນ ເຂົ້າໃນວຽກງານຟື້ນຟູໄພພິບັດ. ພ້ອມທັງຍືນຢັນວ່າ ຈະເອົາເງິນ ທີ່ໄດ້ຮັບໃນຄັ້ງນີ້, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫລືອບັນເທົາທຸກປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ ເມືອງປາກກະດິງ, ຄຳເກີດ ແລະ ເມືອງວຽງທອງ.

ໃນວັນດຽວກັນ, ທ່ານ ຄອນສະຫວັນ ສອນຄຳໄຊ ພ້ອມຄະນະຍັງໄດ້ນຳເອົາເງິນ ຈຳນວນ 20 ລ້ານກີບ ໄປມອບໃຫ້ສະພາປະຊາຊົນແຂວງບໍລິຄຳໄຊ ເພື່ອສົມທົບທຶນໃນການເຄື່ອນໄຫວຂອງສະມາ ຊິກສະພາປະຊາຊົນແຂວງ ໃນການລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ກ່າວຮັບໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໄພພິບັດທາງທຳມະຊາດ ເກີດຂຶ້ນໄລຍະເດືອນສິງຫາ 2023 ຢູ່ແຂວງບໍລິຄຳໄຊ ສ້າງຄວາມເສຍຫາຍຫລາຍສົມຄວນ ເປັນຕົ້ນ ຖະໜົນຫົນທາງເປ່ເພເສຍຫາຍ, ເນື້ອທີ່ທຳການຜະລິດຂອງປະຊົນເປັນຕົ້ນ ນາ, ສວນ ເສຍຫາຍຫລາຍເຮັກຕາ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການດຳລົງຊີວິດຂອງປະຊາຊົນໂດຍກົງ.

ຂ່າວ-ພາບ: ສາຍສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version