Home ຂ່າວການເມືອງ ພາລະກິດປະຕິວັດຊາດປະຊາທິປະໄຕ ຂອງ ປະທານ ຄໍາໄຕ ສີພັນດອນ

ພາລະກິດປະຕິວັດຊາດປະຊາທິປະໄຕ ຂອງ ປະທານ ຄໍາໄຕ ສີພັນດອນ

0

ພວກເຮົາຕ່າງຮັບຮູ້ນໍາກັນວ່າໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາປະເທດ ຊາດທີ່ລໍາບາກຍາວນານ ແລະ ສະຫງ່າອົງອາດຂອງປະຊາຊົນເຮົານັ້ນ ໄດ້ສ້າງໃຫ້ມີປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດ, ປະທານ ສຸພານຸວົງ ເຈົ້າຊາຍແດງ ແລະ ຜູ້ນໍາທີ່ເກັ່ງກ້າສາມາດຫລາຍ ທ່ານ ໃນນັ້ນມີປະທານ ຄໍາໄຕ ສີພັນດອນ ຜູ້ນໍາທີ່ເຄົາລົບຮັກຂອງພວກເຮົາ. ດ້ວຍຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງປະຊາຊົນເຜົ່າຕ່າງໆ ໃນທົ່ວປະເທດ ພ້ອມພາກັນອວຍພອນໄຊວັນເກີດທ່ານ ປະທານ ຄໍາໄຕ ສີພັນດອນ ມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນນຍືນທ່າມກາງນໍ້າໃຈ ເຄົາລົບຮັກແພງຢ່າງເລິກເຊິ່ງ ຂອງພີ່ນ້ອງຮ່ວມ ຊາດ ໃນທົ່ວປະເທດ ແລະ ເພື່ອນມິດຢູ່ທຸກຫົນແຫ່ງໃນໂລກ.

ປະທານ ຄໍາໄຕ ສີພັນດອນ ເກີດໃນວັນທີ 08 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງຈໍາປາສັກ; ເປັນບຸດຂອງພໍ່ ນີ ນີລະໄຊ ແລະ ແມ່ສາຍບົວ ນີລະໄຊ ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາຍັງນ້ອຍ, ປະທານ ຄໍາໄຕ ສີພັນດອນ ບໍ່ໄດ້ເຂົ້າຮຽນຫນັງສືຍ້ອນວ່າຢູ່ບ້ານບໍ່ມີໂຮງຮຽນ ຈົນຮອດປີ 1931 ພໍ່ເຖົ້າມະຫາແກ້ວ ທີ່ເປັນຂ້າລາຊະການຂະແໜງການສຶກສາສົງຢູ່ວຽງຈັນ ໄດ້ລົງເມືອຢາມບ້ານຢູ່ເມືອງໂຂງ, ທັງໄດ້ຊອກເອົາລູກຫລານຂຶ້ນໄປ ສອບເສັງເຂົ້າຮຽນຕໍ່ທີ່ວຽງຈັນ, ປະທານ ຄໍາໄຕ ສີພັນດອນ ກໍ່ ເປັນຜູ້ໜຶ່ງທີ່ຖືກເລືອກ ເອົາຂຶ້ນເມືອຮຽນຢູ່ວຽງຈັນ; ປະທານ ຄໍາໄຕ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ ແລະ ຫລັງຈາກນັ້ນ ກໍສອບເສັງເຂົ້າໂຮງຮຽນ ມັດທະຍົມ ຫລື College PAVIE ຊຶ່ງເປັນໂຮງຮຽນມັດທະຍົມແຫ່ງດຽວ ຢູ່ປະເທດລາວໃນສະໄໝນັ້ນ.

ຜ່ານໄລຍະ 10 ປີ ທີ່ຮຽນຫນັງສື ຊັ້ນປະຖົມ ແລະ ມັດທະຍົມ College PAVIE ຢູ່ວຽງຈັນ, ນອກຈາກ ໄດ້ຕັ້ງໃຈຮຽນ ແລະ ອອກແຮງງານຊ່ວຍຄອບຄົວ ຂອງພໍ່ເຖົ້າມະຫາແກ້ວ, ປະທານ ຄໍາໄຕ ສີພັນດອນ ຍັງໄດ້ຮັບ ການອົບຮົມບົ່ມສອນ ແລະ ຮຽນຮູ້ຫລາຍສິ່ງຫລາຍຢ່າງ ທີ່ເປັນປະໂຫຍດຈາກພໍ່ເຖົ້າມະຫາແກ້ວ ເປັນຕົ້ນແມ່ນ: ການປູກຝັງແນວຄິດຮັກຊາດ ໂດຍເລີ່ມຈາກການຮັກພາສາ-ວັນນະຄະດີ ແລະ ວັດທະນະທໍາອັນດີງາມທີ່ເປັນເອກະລັກ ຂອງຊາດກໍຄືຂອງທ້ອງຖິ່ນ; ການສ້າງຈິດສໍານຶກກ່ຽວກັບການຮຽນຮູ້ ກັບສະພາບຕົວຈິງ ຕະຫລອດຮອດຄວາມເປັນລະບຽບຮຽບຮ້ອຍ, ຄວາມຖະໜອມຖ່ອມຕົວ, ການສໍາມາຄາ ລະວະ ແລະ ການປະພຶດປະຕິບັດໃຫ້ຖືກຕ້ອງ ຕາມຮີດຄອງປະເພນີ ແລະ ອື່ນໆອີກ…

ທ້າຍປີ 1941 ພໍ່ເຖົ້າມະຫາແກ້ວ ໄດ້ເສຍຊີວິດກະທັນຫັນ​ ເຮັດໃຫ້ຊີວິດໃນໄວຮຽນມີບັນຫາດ້ານການ ສະໜັບສະໜູນສົ່ງເສີມ ແລະ ເຮັດໃຫ້ປະທານ ຄໍາໄຕ ສີພັນດອນ ຕັດສິນໃຈອອກໂຮງຮຽນໄປເສັງເຂົ້າເຮັດວຽກຢູ່ ຂະແໜງໄປສະນີ. ອັນນີ້ຖືເປັນຈຸດປ່ຽນອັນສໍາຄັນ ຈາກການເປັນນັກຮຽນໄປສູ່ ການເປັນຂ້າລາຊະ ການ​ ຊຶ່ງຕໍ່ມາໄລຍະໜຶ່ງ ກໍໄດ້ຖືກເລືອກໃຫ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ໄຊງ່ອນ (ພາກໃຕ້ຫວຽດນາມ).

ພາຍຫລັງຮຽນຈົບວິຊາສະເພາະໃນປີ 1944, ປະທານ ຄໍາໄຕ ສີພັນດອນໄດ້ກັບຄືນປະເທດ ໂດຍໄດ້ຮັບການ ແຕ່ງຕັ້ງໃຫ້ເປັນ “ນາຍສາຍ” ແລະ ໄດ້ໄປປະຈໍາການຢູ່ແຂວງຜົ້ງສາລີ.

ແຕ່ວ່າໃນໄລຍະແຕ່ປີ 1939-1945 ສົງຄາມໂລກຄັ້ງທີ II ໄດ້ເກີດຂຶ້ນ ແລະ ແຜ່ຂະຫຍາຍກວ້າງອອກ, ຢູ່ ທາງອາຊີກໍມີສົງຄາມຮຸກຮານຂອງພວກຂຸນເສິກຍີ່ປຸ່ນ; ເພາະສະນັ້ນ ເມື່ອມາຮອດເດືອນມີນາ 1945 ພວກຂຸນເສິກ ຍີ່ປຸ່ນຈຶ່ງເຂົ້າມາຢຶດຄອງ 3 ປະເທດອິນດູຈີນ, ທະຫານຝຣັ່ງທີ່ມີກໍາລັງມີກໍາລັງອ່ອນກວ່າ ໄດ້ ຍອມຈໍານົນໃຫ້ຍີ່ປຸ່ນ, ຈໍານວນໜຶ່ງທີ່ຢູ່ພາກເໜືອຂອງລາວ ກໍໂຕນໜີອອກໄປຈີນ. ປະທານ ຄໍາໄຕ ສີພັນດອນ ທີ່ຫາກໍ່ໄປເຮັດວຽກຢູ່ແຂວງຜົ້ງສາລີ ກໍມີຄວາມສັບສົນຕໍ່ສະພາບການ, ຖ້າຈະກັບເມືອບ້ານກໍ່ຫຍຸ້ງຍາກ, ເສັ້ນທາງຫ່າງໄກ ແລະ ບໍ່ຮູ້ວ່າ ສະພາບການຢູ່ທາງພາກໃຕ້ເປັນແນວໃດ; ສຸດທ້າຍເພິ່ນຈຶ່ງຕັດ ສິນ ໃຈ ໄປນໍາພວກຝຣັ່ງ ທີ່ຖອຍໄປຢູ່ເມືອງຄຸນໝິງ (ມົນທົນຢູນານປະເທດຈີນ). ຢູ່ເມືອງຄຸນໝິງ ໄລຍະໜຶ່ງກໍໄດ້ຍ້າຍໄປເມືອງການກຸດຕາ (ປະເທດອິນເດຍ). ຢູ່ປະເທດອິນເດຍໄລຍະໜຶ່ງ ສົງຄາມໂລກຄັ້ງທີ II ໄດ້ຢຸດຕິລົງ, ຍີ່ປຸ່ນຍອມຈໍານົນຕໍ່ພັນທະມິດ ແລະ ຖອນກໍາລັງອອກຈາກອິນດູຈີນ. ຈາກນັ້ນ ປະທານ ຄໍາໄຕ ສີພັນດອນ ຈຶ່ງໄດ້ກັບຄືນປະເທດລາວ, ໂດຍຂີ່ເຮືອບິນແຕ່ການກຸດຕາ ມາໄຊງ່ອນ (ພາກໃຕ້ ຫວຽດນາມ) ແລະ ຂີ່ລົດຈາກໄຊງ່ອນມາປາກເຊ ເພື່ອສືບຕໍ່ປະຕິບັດໜ້າທີ່ເປັນນາຍສາຍ ຊຶ່ງເວລານັ້ນ ຈັກກະພັດຝຣັ່ງ ໄດ້ກັບຄືນມາຢຶດຄອງປະເທດເຮົາເປັນເທື່ອທີ່ສອງ.

ເວລາເຮັດໜ້າທີ່ໄປສະນີຢູ່ປາກເຊ ປະທານ ຄໍາໄຕ ສີພັນດອນ ໄດ້ມີການລິເລີ່ມເຄື່ອນໄຫວປະຕິວັດ ດ້ວຍການເຂົ້າຮ່ວມໃນຂະບວນຊາວໜຸ່ມ, ຂ້າລາຊະການ ແລະ ທະຫານ. ໂດຍໄດ້ເຮັດວຽກໂຄສະນາປຸກລຸກຂົນຂວາຍ ສ້າງຂະບວນການຕໍ່ຕ້ານພວກຝຣັ່ງ ຢູ່ເມືອງປາກເຊ; ພ້ອມກັນນັ້ນກໍຕິດຕໍ່ພົວພັນ ກັບການຈັດຕັ້ງ ແນວລາວອິດສະຫລະ.

ການເຄື່ອນໄຫວໃນເບື້ອງຕົ້ນນັ້ນຕົ້ນຕໍແມ່ນເພື່ອສ້າງທຸກເງື່ອນໄຂ ເຂົ້າໄປເຖິງປະຊາຊົນບັນດາຊັ້ນຄົນໃນບ້ານຕ່າງໆ, ເພື່ອຊອກຮູ້ເກັບກໍາສະພາບການ ແລະ ສ້າງສາຍພົວພັນ ກັບຂ້າລາຊະການໃຫ້ເລິກເຊິ່ງ, ຈາກນັ້ນ ຈຶ່ງມີການຕັ້ງ ສະມາຄົມກິລາຕ່າງໆຂຶ້ນ ເພື່ອເຕົ້າໂຮມກັນເປັນກຸ່ມ ທີ່ມີຄວາມສາມັກຄີຮັກແພງກັນ, ເລົ່າ ສະພາບການໃນດ້ານຕ່າງໆ​ ແລະ ແລກປ່ຽນທັດສະນະນໍາກັນ.

ໃນເມື່ອໄດ້ເຫັນແຈ້ງວ່າ ການເຄື່ອນໄຫວດ້ວຍຮູບການດັ່ງກ່າວນັ້ນບໍ່ມີຄວາມປອດໄພ, ປະທານ ຄໍາໄຕ ສີພັນດອນ ຈຶ່ງຊອກວິທີຕິດຕໍ່ກັບຂະບວນການລາວອິດສະຫລະ ທີ່ມີຖານທີ່ໝັ້ນຢູ່ແຖບບໍລິເວນຊາຍແດນລາວ-ໄທ ແລະ ມາຮອດເດືອນມີນາ 1947 ເພິ່ນຈຶ່ງໄດ້ອອກຈາກເມືອງປາກເຊ ແບບປິດລັບໄປປະເທດໄທ ເຂົ້າສູ່ບາງກອກ ເພື່ອພົບກັບສະເດັດເຈົ້າສຸພານຸວົງ ຊຶ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງລັດຖະບານລາວ ອິດສະຫລະ ທັງເປັນຜູ້ບັນຊາການສູງສຸດກໍາລັງລາວອິດສະຫລະ. ໃນເວລາຕໍ່ມາ ສະເດັດເຈົ້າສຸພານຸວົງ ໄດ້ມອບໝາຍ ໜ້າທີ່ໃຫ້ປະທານ ຄໍາໄຕ ສີພັນດອນ ເປັນຜູ້ຊ່ວຍວຽກ ເພິ່ນໃນການປັບ ປຸງກອງທະຫານລາວອິດສະຫລະຢູ່ເຂດໃຕ້.

ນັ້ນແມ່ນບາດລ້ຽວສໍາຄັນໃນຊີວິດ ທັງເປັນຈຸດເລີ່ມຕົ້ນບົນເສັ້ນທາງປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ​ ຊຶ່ງໃນເວລານັ້ນ ເພິ່ນເອງກໍບໍ່ທັນມີຄວາມຮັບຮູ້ອັນເລິກເຊິ່ງ ແລະ ບໍ່ທັນມີບົດຮຽນຫຍັງພໍທໍ່ໃດ ກ່ຽວກັບການຕໍ່ສູ້ ແລະ ປະຕິວັດ. ແຕ່ເພິ່ນຮູ້ດີທີ່ສຸດວ່ານັ້ນ ແມ່ນເສັ້ນທາງດຽວທີ່ຖືກຕ້ອງທີ່ສຸດ ແລະ ເປັນ ຄວາມຫວັງອັນໃໝ່ ເຖິງວ່າມັນຈະເຕັມໄປດ້ວຍສິ່ງທ້າທາຍ ທົດສອບອັນລະອິດລະອ້ຽວຂ້ຽວຂາດ ແລະ ຕ້ອງເອົາຊີວິດເປັນເດີມພັນກໍຕາມ, ນັ້ນແມ່ນຄວາມຫວັງ ຢາກໃຫ້ປະເທດຊາດອັນແສນຮັກ ມີເອກະລາດ ແລະ ປະຊາຊົນລາວບັນດາເຜົ່າ ມີ ອິດສະຫລະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.

ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ນໍາປະຕິວັດຮຸ່ນກໍ່ຕັ້ງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ. ເພິ່ນໄດ້ ຮັບການຊຸບຫຼລໍ່ໃຫ້ເກີດມີແນວຄິດຮັກຊາດ ແລະ ໄດ້ເຂົ້າຮ່ວມໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕັ້ງແຕ່ງຍັງໜຸ່ມນ້ອຍ. ເພື່ອໃຫ້ປະເທດຊາດມີເອກະລາດ ແລະ ໃຫ້ປະຊາຊົນມີອິດສະຫລະພາບ ຫລຸດພົ້ນ ອອກຈາກຄວາມເປັນຂ້ອຍຂ້າຂອງຕ່າງຊາດ, ປະທານ ຄໍາໄຕ ສີພັນດອນ ໄດ້ຄຽງບ່າຄຽງໄຫລາ ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸ ວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວອິດສະຫລະ ແລະ ແນວລາວຮັກຊາດ, ຈັດຕັ້ງ-ນໍາພາ ການຕໍ່ສູ້ປະຕິວັດຂອງ ປະຊາຊົນລາວດ້ວຍ ຄວາມສະຫລາດ ສ່ອງໄສ ແລະ ເດັດຂາດມີໄຊ. ເລີ່ມຈາກການເປັນນາຍທະຫານ ປະຈໍເສນາທິການພາກໃຕ້ ສູ່ການເປັນຜູ້ບັນຊາການສູງສຸດກອງທັບ ປົດປ່ອຍປະຊາຊົນລາວ.​ ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນຢ່າງສໍາຄັນ ໃນການກໍ່ສ້າງກໍາລັງປະກອບອາວຸດ ປະຕິວັດ ເປັນຕົ້ນແມ່ນບັນດາ ເຫລົ່າລົບກໍາລັງຫລວງທີ່ເປັນ ກໍາລັງ ຫລັກແຫລ່ງ, ເປັນເສົາຄໍ້າໃຫ້ແກ່ຕໍ່ສູ້ມີໄຊ ຂອງກໍາລັງປະກອບອາວຸດປະຕິວັດ. ພ້ອມກັນນັ້ນ ເພິ່ນຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຄົ້ນຄວ້າວາງຍຸດທະສາດ ຂອງສົງຄາມປະຊາຊົນປົດປ່ອຍຊາດ ເປັນຕົ້ນ ແມ່ນການກໍານົດຍຸດທະວິທີ ແລະ ວິທີການຕໍ່ສູ້ດ້ວຍອາວຸດ, ກໍ່ຄືບັ້ນຮົບທີ່ສໍາຄັນ ເພື່ອຜາບແພ້ກໍາລັງຂອງພວກຈັກ ກະພັດຜູ້ຮຸກຮານ ແລະ ປະຕິການຂາຍຊາດ. ໃນຖານະຜູ້ນໍາ ຂອງແນວລາວຮັກຊາດ ກໍ່ຄືຂອງພັກເຮົາຮຸ່ນທໍາອິດ ປະທານ ຄໍາໄຕ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຈັດຕັ້ງນໍາພາ ຂະບວນການຕໍ່ສູ້ ຂອງປະຊາຊົນເຮົາ ຕ້ານລັດທິຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເຮັດໃຫ້ການປະຕິວັດລາວ ເຕີບໃຫຍ່ຂະ ຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ ໃຫຍ່ຫລວງກວ່າເກົ່າ, ຈົນເຖິງໄຊຊະນະສົມບູນ ປົດປ່ອຍທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນ ທີ 02 ທັນວາ ປີ 1975.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version