Home ຂ່າວພາຍໃນ ໂຄງການຄັດເລືອກນາງສາວລາວປີນີ້ຈະມີຮູບແບບຂອງກິດຈະກຳໃໝ່ໆ

ໂຄງການຄັດເລືອກນາງສາວລາວປີນີ້ຈະມີຮູບແບບຂອງກິດຈະກຳໃໝ່ໆ

0

ງານຖະແຫຼງຂ່າວໂຄງການຄັດເລືອກນາງສາວລາວ (Miss Laos) 2023 ຈັດຂຶ້ນວັນທີ 16 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ມີທ່ານ ຄົມປັນຍາ ເພັງວິໃນຍາ ປະທານໂຄງການ ຄັດເລືອກນາງສາວລາວ ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທ່ານ ນາງ ບຸນຊູ ພຸດທະວົງ ຫົວໜ້າພະແນກຄຸ້ມຄອງຫ້ອງມູນເຊື້ອ ສູນກາງສະ ຫະພັນແມ່ຍິງລາວ ພ້ອມຜູ້ໃຫ້ການສະໜັບສະໜູນ ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄົມປັນຍາ ເພັງວິໃນຍາ ກ່າວວ່າ: ໂຄງການຄັດເລືອກນາງສາວລາວໃນປີນີ້ ເພື່ອສືບຕໍ່ການເປັນເວທີ ທີ່ແນໃສ່ການສົ່ງເສີມດ້ານວັດທະນະທຳ ຮີດຄອງປະເພນີການນຸ່ງຖືຂອງແມ່ຍິງລາວ ອັນເປັນເອກະ ລັກຂອງລາວ ໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ ແລະ ຍັງເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງລາວ ໄດ້ສະ ແດງຄວາມສາມາດ ກ້າຄິດ ກ້າສະແດງອອກບົນພື້ນຖານຂອງແມ່ຍິງລາວສະໄໝໃໝ່ ລວມທັງເປັນເວທີທີ່ສະໜັບສະໜູນຄົນລາວໃນທຸກໆດ້ານ ບໍ່ວ່າຈະເປັນດ້ານເສດຖະກິດ ດ້ານວັດທະນະທຳ-ສັງຄົມ ດ້ານການສຶກສາ ດ້ານກະສິກຳ ດ້ານສາທາລະນະສຸກ ດ້ານທ່ອງທ່ຽວ ແລະ ໃນດ້ານອື່ນໆ.

ເພື່ອເປັນການສະຫຼອງ ຄົບຮອບ 15 ປີຂອງໂຄງການປະກວດໃນປີນີ້ ທາງໂຄງການຄັດເລືອກຍັງໄດ້ມີການວາງຮູບແບບຂອງກິດຈະກຳໃໝ່ໆ ພາຍໃຕ້ຄອນເຊບການສະໜັບສະໜູນເສດຖະກິດລາວ ສົ່ງເສີມສິນຄ້າລາວ ແລະ ສະໜັບສະໜູນໃຫ້ຄົນລາວໃຊ້ເງິນກີບ ຄຽງຄູ່ໄປກັບການສົ່ງເສີມອຸດສາຫະກຳລາວ ເສີມສ້າງດ້ວຍເອກະລັກທ້ອງຖິ່ນ ສູ່ການນຳສະເໜີຕໍ່ສາຍຕາຂອງປະຊາຊົນ ໃນການປັບຮູບແບບໃໝ່ໃນປີນີ້ນອກຈາກຈະປັບຮູບແບບກິດຈະກຳແລ້ວ ທາງໂຄງການໄດ້ຮ່ວມກັບຮ້ານຄຳພູວົງ ໃນການປັບຮູບແບບ ມົງກຸດໃໝ່ ໂດຍມີການອອກແບບລວດລາຍທີ່ຍັງຄົງຄວາມເປັນລາວ ແຕ່ມີຄວາມທັນສະໄໝ ເຊິ່ງຈະມີການ ສະແດງໃນຮອບເປີດໂຕ 40 ຄົນ.

ພິເສດໃນປີນີ້ ໂຄງການຄັດເລືອກຍັງໄດ້ເຊີນທ່ານ ໄຊຊະນະນໍລິສິງ ສີສານ ປະທານໂຄງການ Mister Laos ມາຮ່ວມເປັນຜູ້ອຳນວຍການໂຄງການຄັດເລືອກນາງສາວລາວ ແລະ ຈະມີການຮ່ວມມືກັນລະຫວ່າງນາງສາວລາວ ແລະ Mister Laos ໃນການຮ່ວມມືທັງກິດຈະກຳ ໂຄງການຄັດເລືອກ ແລະ ໃນດ້ານອື່ນໆ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version