Home ຂ່າວພາຍໃນ ຊາວໜຸ່ມຍຸກໃໝ່ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ຊາວໜຸ່ມຍຸກໃໝ່ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ

0

ຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ (ນວ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳບໍລິຈາກເລືອດ ຊາວໜຸ່ມຍຸກໃໝ່ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນຍຶດອຳນາດ 23 ສິງຫາຄົບຮອບ 48 ປີ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດລາວຄົບຮອບ 32 ປີ ແລະ ວັນໄວໜຸ່ມສາກົນ 12 ສິງຫາ ຄົບຮອບ 23 ປີ ພາຍໃຕ້ຫົວຂໍ້ ໃຫ້ເລືອດ ໃຫ້ຊີວິດ ໃນວັນທີ 17 ສິງຫາ 2023 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ມີທ່ານ ຫຸມແພງ ສີສົມບັດ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ນວ ທ່ານ ຈັນທະລາ ສຸສາຄອນ ຫົວໜ້າສະຖາບັນເລືອແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງ ນວ ເຂົ້າຮ່ວມ.

​ທ່ານ ຫຸມແພງ ສີສົມບັດ ກ່າວວ່າ ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດໂດຍສະເພາະວັນຍຶດອຳນາດ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ແລະ ວັນໄວໜຸ່ມສາກົນໃຫ້ເປັນຂະບວນຟົດຟື້ນ ພ້ອມກັນນັ້ນຍັງເປັນການປຸກລະດົມຊາວໜຸ່ມຜູ້ທີ່ສຸຂະພາບແຂງແຮງຄົບຕາມເງື່ອນໄຂໃນການບໍລິຈາກເລືອດມາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ເຊິ່ງເປັນການປະກອບສ່ວນທາງດ້ານມະນຸດສະທຳຕິດພັນກັບການຊ່ວຍເຫລືອຊີວິດຂອງເພື່ອນມະນຸດດ້ວນກັນ ໃນແຕ່ລະປີການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຊາວໜຸ່ມ-ໄວໜຸ່ມທຸກເພດທຸກໄວໄດ້ມີສ່ວນຮ່ວມໃນວຽກງານການປຸກລະດົມຂົນຂວາຍຫາຜູ້ບໍລິຈາກເລືອດ ແລະ ກໍມີຜູ້ບໍລິຈາກເລືອດເປັນຈຳນວນຫຼວງຫຼາຍ.

​ທ່ານ ຈັນທະລາ ສຸກສາຄອນ ກໍໄດ້ກ່າວວ່າ ກິດຈະກຳການບໍລິຈາກເລືອດແມ່ນວຽກງານໜຶ່ງທີ່ສັງຄົມໃຫ້ຄວາມສຳຄັນເພາະວ່າເລືອດມີຄວາມສຳຄັນໃນການປິ່ນປົວຄົນເຈັບ ແລະ ເລືອດບໍ່ສາມາດເອົາວັດຖຸສິ່ງຂອງອື່ນມາທົດແທນໄດ້ ສະນັ້ນມີແຕ່ມະນຸດເທົ່ານັ້ນທີ່ຈະບໍລິຈາກຊ່ວຍເຫຼືອກັນໄດ້ເພື່ອກອບກູ້ເອົາຊີວິດຄົນເຈັບໄດ້ ໃນໄລຍະນີ້ໄດ້ມີການລະບາດຂອງພະຍາດໄຂ້ເລືອດອອກເຮັດສະພາບຄວາມຕ້ອງການເລືອດຍິ່ງມີຫຼາຍຂຶ້ນ ສະນັ້ນ ກິດຈະກຳຄັ້ງນີ້ຈຶ່ງມີຄວາມສຳຄັນໃນການຊ່ວຍເຫຼືອເພື່ອໃຫ້ມີເລືອດຕອບສະໜອງໃຫ້ຄົນເຈັບ ໃນປີ 2023 ໄດ້ຕັ້ງເປົ້າໝາຍທົ່ວປະເທດໃຫ້ໄດ້ 73 ພັນຖົງ ແຕ່ໃນໄລຍະ 6 ເດືອນຕົ້ນປີໄດ້ພຽງແຕ່ 47% ຂອງແຜນການປີ.

ປັດຈຸບັນການຕອບສະໜອງເລືອດໃຫ້ແກ່ຄົນເຈັບຍັງບໍ່ພຽງພໍເທື່ອຍັງມີຄວາມຕ້ອງການຈຳນວນຫຼາຍ ໂອາກນີ້ຮຽກຮ້ອງມາຍັງສັງຄົມຜູ້ທີ່ມີເງື່ອນໄຂເຊັ່ນ ອາຍຸ 17 ປີຂຶ້ນໄປ ນໍ້າໜັກ 45 ກິໂລ ມີສຸຂະພາບແຂງແຮງປະກອບສ່ວນບໍລິຈາກເລືອດຕາມສະຖານທີ່ຮັບບໍລິຈາກເລືອດຕ່າງໆໃນຂອບເຂດທົ່ວປະເທດ ສຳລັບກິດຈະກຳຄັ້ງນີ້ມີຜູ້ບໍລິຈາກ 45 ຄົນ ໄດ້ລືອດ 45 ຖົງ.

#Vientianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version