Home ຂ່າວພາຍໃນ ຮອງລັດຖະມົນຕີກະຊວງສາທາ ລົງຊຸກຍູ້ການນໍາໃຊ້ລະບົບນໍ້າສະອາດ ຢູ່ເມືອງວາປີ

ຮອງລັດຖະມົນຕີກະຊວງສາທາ ລົງຊຸກຍູ້ການນໍາໃຊ້ລະບົບນໍ້າສະອາດ ຢູ່ເມືອງວາປີ

0

ວັນທີ 17 ສິງຫາ 2023 ນີ້, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານການນໍາໃຊ້ລະບົບນ້ຳສະອາດຢູ່ ບ້ານນາໜອງຈານ ເມືອງວາປີ ແຂວງສາລະວັນ ໂດຍມີ ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດົມວິໄລ ທອງສະຫວັນ ຮອງເລຂາພັກເມືອງວາປີ, ມີຂະແໜງການການກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທັງນີ້, ກໍເພື່ອຕິດຕາມ ປະເມີນຜົນການນໍາໃຊ້ລະບົບນໍ້າສະອາດຂອງປະຊາຊົນໃນບ້ານດັ່ງກ່າວ.

ໂອກາດນີ້, ທ່ານ ດຣ ສະໜອງ ທອງຊະນະ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍຕໍ່ກັບປະຊາຊົນ ໂດຍສະເພາະການນຳໃຊ້ນ້ຳທີ່ສະອາດ, ມີນໍ້າໃຊ້ນໍ້າດື່ມທີ່ພຽງພໍ ຕອບສະໜອງໃນການດຳລົງຊີວິດຂອງປະຊາຊົນ ນັບມື້ດີຂຶ້ນເລື້ອຍໆ, ສິ່ງສໍາຄັນແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນ ມີສຸຂະພາບທີ່ແຂງແຮງ, ຫ່າງຈາກພະຍາດຕ່າງໆທີ່ເກີດຈາກນໍ້າ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ, ປະຊາຊົນ ເອົາໃຈໃສ່ເບິ່ງແຍງຮັກສາ, ນໍາໃຊ້ໃຫ້ເປັນປະໂຫຍດສູງສຸດຕໍ່ສຸຂະພາບຕົນເອງ, ຕໍ່ຄອບຄົວ ແລະ ສັງຄົມ, ພ້ອມກັນເອົາໃຈໃສ່ຕິດຕາມກວດກາ ເໝືອນກັບອຸປະກອນນຳໃຊ້ໃນຄອບຄົວຂອງຕົນເອງ.

ໂຄງການກໍ່ສ້າງລະບົບນໍ້າສະອາດ ຢູ່ ບ້ານນາໜອງຈານ ເມືອງວາປີ ໄດ້ຈັດຕັ້ງປະຕິບັດແຕ່ປີ 2022, ໃຊ້ເວລາໃນການກໍ່ສ້າງ 3 ເດືອນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນມູນຄ່າ 220 ກວ່າກີບ ໂດຍຜ່ານການປະສານງານຂອງ ກະຊວງສາທາລະນະສຸກ ໂດຍໄດ້ ເຈາະນໍ້າບາດານ ລະບົບປິດ ທີ່ໄດ້ມາດຕະຖານ ແລະ ກວດຜ່ານດ້ານຄຸນນະພາບນ້ຳ, ກໍ່ສ້າງອ່າງເກັບນ້ຳສູງ ຕິດຕັ້ງຖັງບັນລຸນ້ຳ 2 ຖັງ ຂະໜາດ 3.000 ລິດຕໍ່ຖັງ, ສະໜອງທໍ່ນ້ຳຂະໜາດຕ່າງໆ ແລະ ຕິດຕັ້ງກົງເຕີວັດແທກນ້ຳແຕ່ລະຄົວເຮືອນ. ສຳລັບປະຊາຊົນ ແມ່ນໄດ້ປະກອບສ່ວນດ້ານແຮງງານຂຸດຂຸມວາງທໍ່ແມ່, ທໍ່ແຈກຢາຍນ້ຳເຂົ້າຄົວເຮືອນ ຕາມຂໍ້ມູນແຜນຜັງ ແລະ ຊ່ວຍວຽກດ້ານອື່ນໆ ຄິດໄລ່ເປັນມູນຄ່າ 45 ລ້ານກວ່າ ກີບ ລວມມູນຄ່າກໍ່ສ້າງທັງໝົດ 266 ລ້ານກວ່າກີບ.

ທ່ານ ຄໍາພາ ພວງໃສ ຮອງນາຍບ້ານໆນາໜອງຈານ ໄດ້ໃຫ້ຮູ້ວ່າ: ບ້ານນາໜອງຈານ ມີ ພົນລະເມືອງທັງໝົດ 407 ຄົນ, 93 ຫລັງຄາເຮືອນ, 113 ຄອບຄົວ ແລະ ໄດ້ຊົມໃຊ້ວິດຖ່າຍ ກວມ 100%; ປັດຈຸບັນ, ລະບົບນ້ຳສະອາດ ໄດ້ອຳນວຍຄວາມສະດວກໃຫ້ກັບປະຊາຊົນພາຍໃນບ້ານ ເປັນຢ່າງດີ, ໄດ້ໃຊ້ໄດ້ດຶ່ມນ້ຳທີ່ສະອາດ, ພ້ອມທັງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບປົກປັກຮັກສາຂັ້ນບ້ານ, ກຳນົດກົດລະບຽບນຳໃຊ້, ອະນາໄມ ແລະ ຮັກສາລະບົບທໍ່່ນ້ຳຕ່າງໆ, ທັງໄດ້ກຽມສ້າງກອງທຶນເພື່ອບຳລຸງຮັກສາ ໃຫ້ໄດ້ໃຊ້ຢ່າງຍາວນານ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version