Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງເອກອັກຄະລັດຖະທູດ ສະຫະລັດອາເມຣິກາ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງເອກອັກຄະລັດຖະທູດ ສະຫະລັດອາເມຣິກາ

0

ໃນວັນທີ 14 ສິງຫາ 2023 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ປີເຕີ ເຮມອນ (Peter M. Haymon) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາລາວ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໂອກາດນີ້ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 3 ປີກວ່າຜ່ານມາ ເຊິ່ງຄັ້ງນີ້ກໍເປັນຄັ້ງທີ 3 ຂອງທ່ານເອກອັກຄະລັດຖະທູດ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍໆດ້ານ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ເປັນຕົ້ນ ການຊຸກຍູ້ ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂອງ ສະຫະລັດ ອາເມຣິກາ ແລະ ສປປ ລາວ ໃນຫຼາຍລະດັບ ຫຼາຍຂະແໜງການຕ່າງໆ ການປະສານງານໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃນຂອບວຽກງານປາບປາມຢາເສບຕິດ ແລະ ການບັງຄັບໃຊ້ກົດໝາຍ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ການຮ່ວມມືດ້ານເສດຖະກິດ-ການຄ້າ ການສຶກສາ ສາທາລະນະສຸກ ໂພຊະນາການ ວັດທະນະທໍາ ແລະ ອື່ນໆ ພ້ອມນັ້ນ ຍັງໄດ້ລະດົມການຊ່ວຍເຫຼືອທາງດ້ານອຸປະກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ອັນເປັນການປະກອບສ່ວນໃນການເສີມສ້າງສາຍພົວພັນຮ່ວມມືສອງຝ່າຍໃຫ້ມີສະພາບແບບປົກກະຕິ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂອກາດດຽວກັນ ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງນາຍົກ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍ່ຄືພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ການຮ່ວມມື ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ຄວາມຮ່ວມມືແກ່ທ່ານເອກອັກຄະລັດຖະ ສະຫະລັດ ອາເມຣິກາ ຄົນໃໝ່ ທີ່ຈະມາຮັບໜ້າທີ່ໃໝ່ໃນຕໍ່ໜ້າ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version