Home ຂ່າວໜ້າໜຶ່ງ ເຈົ້າຄອງ ນວ ເນັ້ນໃຫ້ເລັ່ງປັບປຸງສ້ອມແປງເສັ້ນທາງເພື່ອຕ້ອນຮັບກອງປະຊຸມອາຊຽນ

ເຈົ້າຄອງ ນວ ເນັ້ນໃຫ້ເລັ່ງປັບປຸງສ້ອມແປງເສັ້ນທາງເພື່ອຕ້ອນຮັບກອງປະຊຸມອາຊຽນ

0

​ນະຄອນຫຼວງວຽງຈັນ ສຸມໃສ່ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ກຽມພ້ອມຮັບມື ແລະ ແກ້ໄຂສະພາບນໍ້າຖ້ວມຂັງຕາມຖະໜົນຫົນທາງ ພ້ອມສຸມໃສ່ປັບປຸງ-ສ້ອມ ແປງບັນດາເສັ້ນທາງທີ່ຈຳເປັນພາຍໃນຕົວເມືອງ ນວ ເພື່ອກະກຽມຄວາມພ້ອມຕ້ອນຮັບກອງປະຊຸມສຸດຍອດອາຊຽນທີ່ລາວເຮົາຈະເປັນເຈົ້າພາບປີ 2024.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ໄດ້ລາຍງານໃນໂອກາດທີ່ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ລົງພົບປະຊີ້ນຳວຽກງານຮີບດ່ວນໃນອາທິດຜ່ານມາວ່າ: ວຽກງານກຽມຄວາມພ້ອມ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ແລະ ວຽກປັບປຸງ-ສ້ອມແປງບັນດາເສັ້ນທາງທີ່ຈຳເປັນພາຍໃນຕົວເມືອງ ພະແນກ ຍທຂ ນວ ໄດ້ຂຶ້ນແຜນງົບປະມານໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ບ້ວງງົບປະມານປົກກະຕິ ແລະ ບ້ວງງົບປະມານຟື້ນຟູໄພພິບັດປະຈຳປີ 2023 ແລະ ງົບປະມານຮັບໃຊ້ກອງປະຊຸມອາຊ່ຽນ 2024 ໃນນີ້ ບ້ວງງົບປະມານປົກກະຕິ ແຜນງົບປະມານອະນຸມັດມີ 5 ໂຄງການ ມູນຄ່າ 53,4 ຕື້ກວ່າກີບ ມູນຄ່າຊຳລະປີ 2023 1,6 ຕື້ກວ່າກີບ ເທົ່າກັບ 3,06% ບ້ວງໄພພິບັດປີ 2022 ມາປະຕິບັດປີ 2023 ມີ 7 ໂຄງການ ມູນຄ່າ 19,8 ຕື້ກ່ວາກີບ ມູນຄ່າຊຳລະປີ 2023 ຈຳນວນ 3,6 ຕື້ກ່ວາກີບ ເທົ່າ 18,28% ປັດຈຸບັນໄດ້ເອົາໃຈໃສ່ສືບຕໍ່ສ້ອມແປງເສັ້ນທາງ ເພື່ອຮັບໃຊ້ກອງປະຊຸມອາຊຽນ 12 ສັນຍາ ມູນຄ່າ 28,9 ຕື້ກວ່າກີບ ສາມາດຈັດຕັ້ງປະຕິບັດໄດ້ 42% ແຜນສ້ອມແປງເສັ້ນທາງໃນຂອບເຂດຕົວເມືອງ ຊານເມືອງ ໂດຍສະເພາະຕິດພັນກັບ ໂຮງແຮມ ສະຖານທີ່ທ່ອງທ່ຽວ ໂດຍນຳໃຊ້ບ້ວງເງິນເກີນແຜນ 8 ໂຄງການ ມູນຄ່າທາງໝົດ 10 ຕື້ກວ່າກີບ ແລະ ບ້ວງເງິນກອງທຶນທາງ 2023 ຈຳນວນ 16 ໂຄງການ ມູນຄ່າ 15 ຕື້ກວ່າກີບ

ສຳລັບແຜນການຟື້ນຟູສ້ອມແປງເສັ້ນທາງຢູ່ບັນດາເມືອງ ທີ່ປັດຈຸບັນມີບາງເສັ້ນທາງເປ່ເພ ການສັນຈອນຂອງປະຊາຊົນພົບຄວາມຫຍຸ້ງຍາກ ພະແນກ ຍທຂ ນວ ໄດ້ສົມທົບກັບ ຍທຂ ເມືອງ ໄດ້ອອກແຈ້ງການ ສະບັບເລກທີ 389/ຍທຂນວ ເພື່ອແຈ້ງໃຫ້ຫ້ອງການ ຍທຂ ເມືອງ ເອົາໃຈໃສ່ຕິດຕາມກວດກາບັນດາເສັ້ນທາງ ຮ່ອງລະບາຍນໍ້າໃນຂອບເຂດຂອງຕົນ ໂດຍການກວດກາຈັດລຽງບູລິມະສິດໃນການ ສຳຫຼວດອອກແບບ ຂຽນບົດສະເໜີໂຄງການ ແລະ ສະເໜີເອົາເຂົ້າແຜນລົງທຶນຂອງລັດ ເພື່ອສ້ອມແປງ ສ່ວນທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ ພະແນກ ຍທຂ ນວ ໄດ້ສືບຕໍ່ຂຶ້ນແຜນໃນການກໍ່ສ້າງສ້ອມແປງຟື້ນຟູຍົກລະດັບໃຫ້ໄດ້ມາດຕະຖານ ສຳເລັດຕາມແຜນການທີ່ວາງໄວ້.

ສຳລັບການຈັດສັນເສັ້ນທາງຕົວແບບເພື່ອຮັບໃຊ້ວຽກງານດັ່ງກ່າວ ໄດ້ກຳນົດເອົາຖະໜົນລ້ານຊ້າງເປັນຖະໜົນຕົວແບບທີ 1 ແຕ່ 3 ແຍກໄຟອໍານາດຫໍຄໍາ ເຖິງ ວົງວຽນປະຕູໄຊ ຖະໜົນສຸພານຸວົງເປັນຕົວແບບທີ 2 ແຕ່ປ້ອມໜ້າສະໜາມບິນ ເຖິງ 4 ແຍກໄຟອໍານາດຫຼັກ 1 ຖະໜົນເສດຖາທິລາດແຕ່ 4 ແຍກໄຟອໍານາດຫຼັກ1 ເຖິງ 3 ແຍກໄຟອໍານາດຫໍຄໍາ ຖະໜົນໄກສອນພົມວິຫານ ແຕ່ ຄ້ອງສັນຕິພາບ (ປະຕູໄຊ) ເຖິງ ຫໍປະຊຸມແຫ່ງຊາດ ຫຼັກ 6 ຫ້າມລົດຈອດຊະຊາຍຕາມແຄມທາງໃນຊົ່ວໂມງຮີບດ່ວນ ເພື່ອລະບາຍການສັນຈອນ ແລະ ອື່ນໆ.

ໂອກາດກຽວກັນ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ໃຫ້ທິດຊີ້ນຳ ພ້ອມທັງເນັ້ນໃຫ້ພະແນກ ຍທຂ ນວ ແລະ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການໃນຕໍ່ໜ້າໃຫ້ສຳເລັດຕາມແຜນການ ເປັນຕົ້ນ ໃຫ້ສືບຕໍ່ຕິດຕາມກວດກາຢ່າງເຂັ້ມງວດ ແລະ ຂຶ້ນແຜນແກ້ໄຂດ່ວນໃນການສ້ອມແປງເສັ້ນທາງ ແລະ ລວງຮ່ອງລະບາຍນໍ້າໃນຊ່ວງລະດູຝົນເດືອນ ສິງຫາ-ກັນຍານີ້ ເພື່ອແກ້ໄຂການສັນຈອນໃຫ້ໄປ-ມາສະດວກ ໃຫ້ໜ່ວຍງານປົກປັກຮັກສາເສັ້ນທາງ ເລັ່ງຕາບຂຸມທີ່ເກີດຂຶ້ນຕາມເສັ້ນທາງ ແລະ ແກ້ໄຂຈຸດນໍ້າອັ່ງ ນໍ້າຂັງຕາມເສັ້ນທາງສາຍຫຼັກ ເສັ້ນທາງເມືອງຮັບຜິດຊອບ ແລະ ເສັ້ນທາງຮ່ອມທາງຊອຍ ທີ່ນອນໃນຂອບເຂດບັນດາບ້ານຮັບຜິດຊອບ ເອົາໃຈໃສ່ສ້ອມແປງເສັ້ນທາງຕາມແຜນລົງທຶນຂອງລັດ ບ້ວງຮັບໃຊ້ກອງປະຊຸມອາຊຽນ 12 ໂຄງການ ສືບຕໍ່ການສ້ອມແແປງເສັ້ນທາງຕາມແຜນລົງທຶນຂອງລັດເອົາໃຈໃສ່ໃນການຕິດຕາມ ກວດກາການສ້ອມແປງເສັ້ນທາງໂດຍນໍາໃຊ້ງົບປະມານບ້ວງເງີນເກີນແຜນ 8 ໂຄງການມູນຄ່າ 10 ຕື້ ແລະ ບ້ວງເງີນກອງທຶນທາງ 16 ໂຄງການມູນຄ່າ 15 ຕື້ກີບ ໃຫ້ລົງມືປະຕິບັດຕາມແຜນການໃນເດືອນ ຕຸລາ ແລະ ໃຫ້ສຳເລັດທ້າຍເດືອນທັນວາ 2023 ນີ້ ພ້ອມນັ້ນຕ້ອງໄດ້ສືບຕໍ່ສ້ອມແປງ ກໍ່ສ້າງ ແຕ້ມເສັ້ນການສັນຈອນ ແລະ ອື່ນໆຕາມແຜນທີ່ໄດ້ກຳນົດ ເພື່ອຕ້ອນຮັບກອງປະຊຸມອາຊຽນ ທີ່ຈະຈັດຂື້ນຢູ່ ນວ ໃນ 2024 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version