Home ສຶກສາ ສົກຮຽນນີ້ ມຊ ສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ 6.688 ຄົນ

ສົກຮຽນນີ້ ມຊ ສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ 6.688 ຄົນ

0

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາໃໝ່ ປະຈໍາສົກສຶກສາ 2023-2024 ຂຶ້ນເມື່ອບໍ່ດົນມານີ້ ທີ່ ມຊ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິອຸດົງ ສູນດາລາ ຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ພ້ອມດ້ວຍຄະນະ ເຊິ່ງປີນີ້ມີນັກຮຽນມາລົງທະບຽນເຂົ້າສອບເສັງທັງໝົດ 7.441 ຄົນ ໂດຍແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ມີຜູ້ລົງທະບຽນສອບເສັງ 2.284 ຄົນ ແລະ ກຸ່ມ B ມີຜູ້ລົງທະບຽນສອບເສັງ 5.155 ຄົນ ໃນຈໍານວນຜູ້ລົງທະບຽນສອບເສັງທັງໝົດແມ່ນຄັດເລືອກເອົາ 6.688 ຄົນ (ທັງໃນແຜນ ແລະ ນອກແຜນ).

ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ຜູ້ຊີ້ນໍາວຽກງານວິຊາການ ໄດ້ໃຫ້ສໍາພາດວ່າ: ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທໍາມະຊາດ ສອບເສັງວິຊາຄະນິດສາດ A ຟີຊິກສາດ ພາສາລາວ-ວັນນະຄະດີ ເຄມີສາດ ແລະ ພາສາອັງກິດ ສ່ວນກຸ່ມ B ສາຍສັງຄົມ ສອບເສັງວິຊາຄະນິດສາດ B ພາສາລາວ-ວັນນະຄະດີ ພູມສາດ ປະຫວັດສາດ ແລະ ພາສາອັງກິດ.

ສໍາລັບຫຼັກສູດກຸ່ມ A ມີ 59 ສາຂາ ແລະ ກຸ່ມ B ມີ 51 ສາຂາ ໃນປີນີ້ນັກຮຽນສົນໃຈມາລົງທະບຽນສອບເສັງເຂົ້າຮຽນຫຼາຍກວ່າໝູ່ແມ່ນດ້ານ IT ພາສາຈີນ ພາສາອັງກິດ ກົດໝາຍ ເສດຖະສາດ ແລະ ອື່ນໆການສອບເສັງຢູ່ຈຸດດຽວຄື: ວິທະຍາເຂດດົງໂດກ ໂດຍແບ່ງ ກຸ່ມ A ມີ 3 ຈຸດລວມທັງໝົດ 90 ຫ້ອງ ແລະ ກຸ່ມ B ມີ 7 ຈຸດ ລວມທັງໝົດ 234 ຫ້ອງ (ແຕ່ລະຫ້ອງສອບເສັງມີກຳມະການຄວບຄຸມຫ້ອງເສັງຫ້ອງລະ 2 ທ່ານຕໍ່ນັກຮຽນ 20 ຄົນ) ສ່ວນການກວດບົດສອບເສັງແມ່ນນໍາໃຊ້ໂປຣແກຣມຄອມພີວເຕີ ໂດຍມີຄະນະກໍາມະການ ແລະ ຕົວແທນຈາກກົມສາມັນສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ຕິດຕາມຕະຫຼອດໄລຍະດໍາເນີນງານ ເຊັ່ນດຽວກັບການສັບຊ້ອນນັກຮຽນທີ່ສອບເສັງໄດ້ເພື່ອເຂົ້າສຶກສາຫຼັກສູດຕ່າງໆຂອງ ມຊ ກໍມີຕົວແທນຈາກພາກສ່ວນຕ່າງໆຕິດຕາມຕະຫຼອດໄລຍະດໍາເນີນງານ ເຊິ່ງທຸກຂະ ບວນການສາມາດກວດສອບໄດ້.

ສ່ວນການປະກາດຜົນການສອບເສັງຢ່າງເປັນທາງການຈະມີຂຶ້ນກ່ອນວັນທີ 31 ສິງຫາ 2023 ຫຼັງຈາກນັ້ນນັບແຕ່ວັນທີ 4 ກັນຍາ 2023 ຈະໃຫ້ນັກຮຽນທີ່ສອບເສັງໄດ້ມາລົງທະບຽນເຂົ້າສຶກສາປີທີ 1 ແລະ ຄາດວ່າເລີ່ມແຕ່ວັນທີ 2 ຕຸລາ 2023 ຈະເລີ່ມຕົ້ນເຂົ້າຮຽນພາກຮຽນທີ I ຂອງສົກສຶກສາ 2023-2024 ຢ່າງເປັນທາງການ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version