Home ຂ່າວພາຍໃນ ລະຄອນເພັງ ປ່ອຍປາເກືອບ 2 ແສນໂຕ

ລະຄອນເພັງ ປ່ອຍປາເກືອບ 2 ແສນໂຕ

0

ພິທີປ່ອຍປາເນື່ອງໃນໂອກາດວັນອະນຸລັກສັດນໍ້າສັດປ່າ ວັນປ່ອຍປາແຫ່ງຊາດ ຕິດພັນກັບການ ປາຖະກະຖາ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານສຸພານຸວົງ ວັນທີ 13 ກໍລະກົດ ຄົບຮອບ 114 ປີ, ວັນກໍາເນີດກິລາລາວ 13 ກໍລະ ກົດ ຄົບຮອບ 57 ປີ ແລະວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 68 ປີ ຈັດຂຶ້ນໃນວັນທີ 13 ກໍລະກົດ 2023 ທີ່ອ່າງເກັບນໍ້າວັງແຄນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົມມະແສງ, ຫົວໜ້າໂຄສະນາອົບຮົມແຂວງ ຜູ້ຊີ້ນໍາເມືອງລະຄອນເພັງ, ທ່ານ ທອງດີ ຈັນທະວົງ, ເຈົ້າເມືອງລະຄອນເພັງ ມີຄະນະນໍາເມືອງ ແລະ ມວນຊົນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການປາຖະກະຖາຫວນຄືນ ວັນຄ້າຍວັນເກີດ ປະທານສຸພານຸວົງ (13 ກໍລະກົດ 1909-13 ກໍລະ ກົດ 2023) ຄົບຮອບ 114 ປີ, ວັນກໍາເນີດກິລາກາຍະກໍາ (13 ກໍລະກົດ 1966-13 ກໍລະກົດ 2023) ຄົບຮອບ 57 ປີ ແລະວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1965-20 ກໍລະກົດ 2023) ຄົບຮອບ 68 ປີ, ຊົມການບົດຟ້ອນຂອງສະຫະພັນແມ່ຍິງ, ຮ່ວມກິດຈະກໍາຢ່າງເພື່ອສຸຂະ ພາບ ແລະຮ່ວມປ່ອຍປາລົງສູ່ອ່າງນໍ້ວັງແຄນ ເພື່ອເພີມຄວາມໜ້າແໜ້ນຂອງປະຊາກອນປາ ແລະຄືນຄວາມສົມ ບູນໃຫ້ແຫຼ່ງນໍ້າທໍາມະຊາດ ໂດຍລູກປາທີ່ນໍາມາປ່ອຍໃນພິທີຄັ້ງນີ້ປະກອບມີ 3 ຊະນິດພັນປາຄື ປາປາກ 45.000 ໂຕ, ປານວນຈັນ 40.000 ໂຕ ແລະປານິນ 5.000 ໂຕ ລວມ 90.000 ໂຕ.

ທັ້ງນີ້ເພື່ອລະນຶກ ເຖິງຄຸນງາມຄວາມດີ ຂອງປະທານສຸພານຸວົງ, ຫວນຄືນມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະ ຫຍາຍຕົວ ກິລາກາຍະກໍາລາວ, ກໍຄືການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ຂອງອົງການຈັດຕັ້ງສະພະຫາພັນແມ່ຍິງລາວ; ທັງເປັນການປູກຈິດສໍານຶກໃນການປົກປັກຮັກ ສາ, ອະນຸລັກສັດນໍ້າ-ສັດປ່າໃຫ້ມີຄວາມອຸດົມສົມບູນ ແລະນໍາໃຊ້ຢ່າງຍືນຍົງ.

Cr: ສື່ມວນຊົນລະຄອນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version