Home ຂ່າວພາຍໃນ ແຂວງໄຊສົມບູນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນກິລາ-ກາຍຍະກຳ ແຫ່ງຊາດຄົບຮອບ 57 ປີ

ແຂວງໄຊສົມບູນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນກິລາ-ກາຍຍະກຳ ແຫ່ງຊາດຄົບຮອບ 57 ປີ

0

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກິດຈະກຳຍ່າງ ເພື່ອສຸຂະ ພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກິລາ-ກາຍຍະກຳ ແຫ່ງຊາດ ຄົບຮອບ 57 ປີ (13 ກໍລະກົດ 1966 ຫາ 13 ກໍລະກົດ 2023) ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2023 ນີ້ ຢູ່ທີ່ສວນສາທາ ລະນະຫໍຫຼັກເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍບັນດາການນໍາພັກ-ລັດ ຕະຫຼອດຮອດພະນັກງານ -ລັດ ຖະກອນ ຈາກພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ຕົ່ງມົວ ຊົວໂກ້ ໄດ້ກ່າວປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວັນກິລາ- ກາຍຍະກຳ ແຫ່ງຊາດ ໂດຍທ່ານໄດ້ໃຫ້ຮູ້ວ່າ ພາຍຫຼັງທີ່ກອງທັບປົດປ່ອຍປະຊາຊົນລາວ ໂດຍແມ່ນທ່ານ ພົນເອກ ສີສະ ຫວາດ ແກ້ວບູນພັນ ຫົວໜ້າກອງເສນາ ທິການສູງສຸດ ໄດ້ປະກາດສ້າງຕັ້ງກອງກິລາຂອງຕົນຂຶ້ນຢ່າງເປັນທາງການ ໃນວັນທີ 13 ກໍລະກົດ 1966 ວັນດັ່ງກ່າວ ຈຶ່ງໄດ້ກາຍເປັນຂີດໝາຍແຫ່ງການກຳ ເນີດກິລາ-ກາຍຍະກຳລາວ ພ້ອມທັງໄດ້ມີ ການຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ຕາມແຕ່ລະຍຸກສະໄໝ ຈົນມາຮອດປັດຈຸບັນ. ພ້ອມນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າ ສໍາລັບວຽກງານກິລາ- ກາຍຍະກຳ ຢູ່ແຂວງໄຊສົມບູນ ໃນໄລຍະຜ່ານມາ ກໍໄດ້ຮັບການຈັດຕັ້ງ ແລະ ເຄື່ອນ ໄຫວ ຢ່າງເປັນຂະບວນການກວ້າງຂວາງ ແລະ ຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ຈັດງານແຂ່ງຂັນກິລາປະເພດຕ່າງໆ ໃນໂຮງຮຽນ, ກິລາປະຈໍາປີ, ແຂ່ງຂັນກິລາຕ້ອນຮັບວັນສໍາຄັນຂອງຊາດ ແລະ ຂອງແຂວງ ລວມທັງການນໍາພານັກກິລາໄປເຂົ້າຮ່ວມງານແຂ່ງຂັນກິລາຢູ່ຕ່າງແຂວງ ໂດຍສະເພາະແມ່ນ ງານມະຫາກຳກິລາແຫ່ງຊາດ, ງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແລະ ງານແຂ່ງຂັນກິລາຄົນພິການແຫ່ງຊາດ ຊຶ່ງສາມາດຍາດໄຊຊະອັນໃຫຍ່ຫຼວງມາສູ່ແຂວງໄຊສົມບູນ.

ສະນັ້ນ ວຽກງານກິລາຈຶ່ງມີຄວາມສໍາຄັນຫຼາຍ ທີ່ທຸກພາກສ່ວນຕ້ອງໄດ້ພ້ອມກັນເອົາໃຈໃສ່ໂຄສະນາ, ປຸກລະດົມມວນຊົນທຸກເພດ-ທຸກໄວ ໃຫ້ໄດ້ຮັບຮູ້, ເຂົ້າໃຈທັງປະກອບສ່ວນເຂົ້າໃນຂະບວນການກິລາຕ່າງໆຫຼາຍຂຶ້ນ ເພາະການຫຼີ້ນກິລານອກ ຈາກຈະເປັນການອອກກໍາລັງກາຍເພື່ອສຸຂະພາບທີ່ແຂງແຮງແລ້ວ ຍັງໄດ້ສ້າງກຽດສັກສີ ແລະ ຊື່ສຽງ ໃຫ້ແກ່ປະເທດ ຊາດ ກໍຄືແຂວງໄຊສົມບູນນໍາອີກ.

ຫຼັງຈາກເປີດພິທີສໍາເລັດ ຂະບວນການຍ່າງ ເພື່ອສຸຂະພາບ ກໍໄດ້ເຄື່ອນຂະບວນຈາກຈຸດເຕົ້າໂຮມ ກໍຄືສວນສາທາລະນະຫໍຫຼັກເມືອງ ຍ່າງລຽບໄປຕາມເສັ້ນທາງແຄມນໍ້າຈັ້ງຈົນຮອດສວນສາທາລະນະຖໍ້າເຈົ້າອະນຸວົງຂະບວນການດັ່ງກ່າວ ຊຶ່ງນໍາໂດຍທ່ານ ຕົ່ງມົວ ຊົວໂກ້ ຍັງໄດ້ເຂົ້າ ຮ່ວມພິທີປ່ອຍປາ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 14 ປີ ທີ່ເມືອງອະນຸວົງຈັດຂຶ້ນຕື່ມອີກ ຊຶ່ງກິດຈະກໍາໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຄອບຄົວການນໍາຂັ້ນແຂວງ ແລະ ບໍລິສັດຮ່ວມມືເສດຖະກິດໂກເອກໂກຈໍາກັດ.

ພາບ-ຂ່າວ: ພາພອນ ນະວົງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version