Home ຂ່າວກິລາ ປະທານນາໂປລີ ເປີດເຜີຍວ່າ ມີພຽງທີມດຽວໃນໂລກທີ່ມີເງິນພໍຊື້ “ໂອຊິມເຮນ” ຕາມໃບສັ່ງ

ປະທານນາໂປລີ ເປີດເຜີຍວ່າ ມີພຽງທີມດຽວໃນໂລກທີ່ມີເງິນພໍຊື້ “ໂອຊິມເຮນ” ຕາມໃບສັ່ງ

0

ວັນອັງຄານທີ 11 ກໍລະກົດ 2023 ຜ່ານມາ ທ່ານ ອໍເຣລິໂອ ເດ ລໍເຣນຕິສ ປະທານສະໂມສອນນາໂປລີ ໄດ້ອອກມາເປີດເຜີຍຜ່ານສື່ມວນຊົນ ເຖິງສະຖານະການໃນຕະຫຼາດຊື້ຂາຍນັກເຕະຂອງ ວິກເຕີ ໂອຊິມເຮນ ດາວຍິງຕົວເກັ່ງຂອງສະໂມສອນທີ່ກໍາລັງເປັນທີ່ຕ້ອງການຂອງຫຼາຍທີມໃນເອີຣົບ.

ເຊິ່ງປະທານສະໂມສອນຂອງທີມແຊັມລີກອີຕາລີຄົນຫຼ້າສຸດ ໄດ້ອອກມາເປີດເຜີຍວ່າ ມີພຽງ ປາຣີ ແຊັງ-ແຊັກແມັງ ທີມແຊັມລີກ 1 ຝຣັ່ງ ພຽງທີມດຽວ ທີ່ພ້ອມທີ່ຈະຊື້ນັກເຕະຄົນນີ້ໄປຮ່ວມທີມໄດ້ ເຊິ່ງຜູ້ກ່ຽວຕ້ອງການເງິນ 200 ລ້ານເອີໂຣ ແຕ່ໃນໃຈເລິກໆ ເຂົາຍັງເຊື່ອວ່າ ໂອຊິມເຮນ ຈະຢູ່ກັບ ນາໂປລີ ຕໍ່ໄປ ໂດຍຜູ້ກ່ຽວເປີດເຜີຍວ່າ.

” ສະໂມສອນດຽວທີ່ສາມາດຊື້ ວິກເຕີ ໂອຊິມເຮນ ໄດ້ຄື ປາຣີ ແຊງ-ແຊກແມງ “

” ຫາຕ້ອງການສະເໜີລາຄາປະມານ 200 ລ້ານເອີ ເຮົາຈະລໍຖ້າເບິ່ງວ່າຈະຫຍັງເກີດຫຍັງຂື້ນ “

” ແຕ່ສ່ວນຕົວຂ້ອຍຄິດວ່າເຂົາຈະຢູ່ກັບພວກເຮົາຕໍ່ໄປແນ່ນອນ.”

ສຳລັບຜົນງານຂອງ ວິກຕໍ ໂອຊິມເຮນ ໃນລະດູການທີ່ຜ່ານມາ ລົງຫຼິ້ນ 31 ນັດ ຍິງໄດ້ 25 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 5 ນັດ ນັບເປັນສ່ວນສຳຄັນໃນການນຳພາ ນາໂປລີ ຄວ້າແຊັມລີກສູງສຸດຂອງເຕະບານ ອິຕາລີ ໃນລະດູການນີ້ 2022-23.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version