Home ຂ່າວພາຍໃນ ສາຍນ້ຳສາຍໃຈດຽວ ກົມກຽວດັ່ງ ຄອບຄົວດຽວກັນ

ສາຍນ້ຳສາຍໃຈດຽວ ກົມກຽວດັ່ງ ຄອບຄົວດຽວກັນ

0

ປະເທດທີ່ຢູ່ບໍລິເວນລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮ່ວມດື່ມນ້ຳສາຍດຽວກັນ, ມີໂຊກຊາຕາກ່ຽວພັນກັນຢ່າງສະໜິດສະແໜ້ນ, ການຮ່ວມມືໃນຂອບ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃນຖານະທີ່ເປັນກົນໄກການຮ່ວມມືອະນຸພາກພື້ນແບບໃໝ່ທຳອິດຂອງບັນດາປະເທດອະນຸພາກພື້ນ ທີ່ໄດ້ຮ່ວມກັນປຶກສາຫາລື, ຮ່ວມກັນກໍ່ສ້າງ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນ ຕະຫລອດໄລຍະ 7 ປີຜ່ານມານີ້, ໄດ້ຮັກສາການພັດທະນາດ້ວຍລະດັບສູງຢ່າງຕໍ່ເນື່ອງ, ການເປັນຕົວແບບເງິນຄຳຂອງການຮ່ວມມືໃນອະນຸພາກພື້ນ ແລະ ໄດ້ນຳເອົາຜົນປະໂຫຍດແທ້ຈິງມາສູ່ປະຊາຊົນໃນເຂດດັ່ງກ່າວ.

ດັ່ງຄຳເວົ້າບູຮານຂອງຈີນ ທີ່ວ່າ “ຮອບວຽນໃໝ່ຂອງ 60 ປີ” ໄດ້ວຽນມາອີກ 2023, ໃນປີ 1963 ເວລານັ້ນ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ແມ່ນຍັງເປັນເລຂາຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຜູ້ບັນຊາການທະຫານພາກເໜືອຂອງລາວ, ນັບແຕ່ເວລານັ້ນເປັນຕົ້ນມາ, ສະຫາຍ ກໍໄດ້ເລີ່ມມີການພົວພັນພົບປະແລກປ່ຽນກັບ ສະຫາຍຈີນ. ຕະຫລອດໄລຍະ 60 ປີຫລັງມານີ້, ໃນຖານະທີ່ເປັນຜູ້ປະຕິບັດຕົວຈິງ ແລະ ເປັນສັກຂີພິຍານໃຫ້ແກ່ການຮ່ວມມື ລາວ-ຈີນ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄວາມເອກອ້າງທະນົງໃຈ ແລະ ມີຄວາມດີໃຈຢ່າງຈິງໃຈທີ່ເຫັນວ່າ ການຮ່ວມມື ລາວ-ຈີນ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ຈຳນວນຫລວງຫລາຍຕະ ຫລອດໄລຍະທີ່ຜ່ານມາ. ໃນນັ້ນ, ສິ່ງທີ່ຕ້ອງໄດ້ເວົ້າເຖິງກໍຄື ການເປີດນຳໃຊ້ ແລະ ໃຫ້ບໍລິການຂອງເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຈຸດສຸມສຳຄັນທີ່ການນຳສູງສຸດຂອງສອງປະເທດ ລາວ-ຈີນ ເຫັນດີຮ່ວມມືກັນ ແລະ ຊຸກຍູ້ໃຫ້ເກີດການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເປັນໂຄງການຂອງການເຊື່ອມໂຍງຍຸດທະສາດຂອງ ສປປ ລາວ “ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງ ເຊື່ອມຈອດ” ເຂົ້າກັບຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະ ເປັນໂຄງການສັນຍາລັກແຫ່ງມິດຕະພາບ ລະຫວ່າງ ສອງປະເທດ ລາວ-ຈີນ.

ພາຍຫລັງທີ່ການນຳສອງປະເທດ ຕົກລົງເຫັນດີເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນ ທາງລົດໄຟ ລາວ-ຈີນ ໃນປີ 2010 ເປັນຕົ້ນມາ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ປະກອບ ສ່ວນສຸມທຸກເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງຕັ້ງໜ້າເຂົ້າໃນພາລະກິດອັນຍິ່ງໃຫຍ່ນີ້, ໄດ້ນຳພາຄະນະຜູ້ແທນລາວ ເດີນທາງຢ້ຽມຢາມ ສປ ຈີນ ເພື່ອປຶກສາຫາລືກັບບັນດາ ສະຫາຍການນຳຈີນ ຫລາຍຄັ້ງ, ດ້ວຍຄວາມພະຍາຍາມຮ່ວມກັນຢ່າງຕັ້ງໜ້າຂອງສອງຝ່າຍນີ້, ເຮັດໃຫ້ໃນວັນທີ 3 ທັນວາ 2021, ເສັ້ນທາງລົດໄຟ ລາວ-ຈີນ ຈຶ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ແລະ ໃນວັນທີ 13 ເມສາ 2023 ຜ່ານມາ ກໍໄດ້ເລີ່ມເປີດບໍລິການຂົນສົ່ງຜູ້ໂດຍສານສາກົນ ຜ່ານທາງລົດໄຟ ລາວ-ຈີນ, ການໄປມາຫາສູ່ລະຫວ່າງປະຊາຊົນ ກໍຄື ການຂົນສົ່ງຈໍລະຈອນສິນຄ້າຈາກເໜືອເຖິງໃຕ້ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຂອງການເຊື່ອມໂຍງ ເຊື່ອມຈອດໃນພາກພື້ນ.

ປັດຈຸບັນນີ້, ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມເສັ້ນໜຶ່ງສຳ ລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າເທົ່ານັ້ນ, ແຕ່ມັນຍິ່ງເປັນສາຍເລືອດໃຫຍ່ທີ່ປະກອບສ່ວນຊຸກຍູ້ການເຊື່ອມໂຍງ ເຊື່ອມຈອດຂອງພາກພື້ນ, ປະເທດລາວ ຍັງໄດ້ກາຍເປັນຂົວຕໍ່ສຳຄັນຂອງການຄົມມະນາຄົມຂົນສົ່ງໃນເຂດອາຊີຕາເວັນອອກ ສ່ຽງໃຕ້ໃນທັນທີ. ປັດຈຸບັນ ສປປ ລາວ ພວມຕັ້ງໜ້າຮ່ວມກັບ ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ ແລະ ປະເທດອາຊຽນອື່ນໆ ເພື່ອຮ່ວມກັນຊອກຫາຊ່ອງທາງໃນການເຊື່ອມຈອດກັບເສັ້ນທາງລົດໄຟ ລາວ-ຈີນ, ການກໍ່ສ້າງການເຊື່ອມໂຍງ ເຊື່ອມຈອດຂອງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກໍພວມສືບຕໍ່ໄດ້ຮັບການຊຸກຍູ້ເສີມຂະຫຍາຍ ນັບມື້ເຂົ້າສູ່ລວງກວ້າງ ແລະ ລວງເລິກ; ເສັ້ນທາງລົດໄຟລາວ-ຈີນ ໄດ້ລື່ນກາຍການຮ່ວມມືສອງຝ່າຍລະດັບປະເທດ, ມັນໄດ້ກາຍເປັນແມ່ພິມຕົວແບບການປະຕິບັດຕົວຈິງຂອງການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍແບບເອື້ອອຳນວຍ ແລະ ຮັບຜົນປະໂຫຍດຮ່ວມກັນແບບໃໝ່ໃຫ້ແກ່ບັນດາປະເທດໃນພາກພື້ນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຊິ່ງຈະຍິ່ງເຮັດໃຫ້ປັດໄຈການຜະລິດ, ຊັບພະຍາກອນທຳມະຊາດ ແລະ ການຈໍລະຈອນໄປມາຫາສູ່ລະຫວ່າງປະຊາຊົນພາຍໃນພາກພື້ນເລັ່ງຄວາມໄວຂຶ້ນ, ຍູ້ໜູນໃຫ້ການກໍ່ສ້າງເຂດການຄ້າເສລີ ຈີນ-ອາຊຽນ ກ້າວຂຶ້ນສູ່ການພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ໃຫ້ການປະຕິບັດສັນຍາ ວ່າດ້ວຍ ການເປັນຄູ່ຮ່ວມມືທາງເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ນັບມື້ວ່ອງໄວ ແລະ ມີປະສິດທິຜົນສູງ.

6 ປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ມີສາຍພູ-ສາຍນໍ້າຕິດຈອດກັນ, ມີວັດທະນະທໍາຮີດຄອງປະເພນີ, ມີຄວາມຮັກແພງສະໜິດສະໜົມກັນ ແລະ ປະຊາຊົນໄປມາຫາສູ່ ມີມາແຕ່ບູຮານນະການ; ໃນໄລຍະການລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ນັ້ນ, 6 ປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ອຸ້ມຊູຊ່ວຍເຫລືອເບິ່ງແຍງເຊິ່ງກັນ ແລະ ກັນ, ຮັກສາການປະສານງານກັນຢ່າງຕັ້ງໜ້າ, ແບ່ງປັນບົດຮຽນປະສົບການຂອງການຟື້ນຟູການທ່ອງທ່ຽວ ແລະ ວັດທະນະທຳຮ່ວມກັນ, ພ້ອມກັນປຶກສາຫາລືມາດຕະການ ຊຸກຍູ້ການແລກປ່ຽນໄປມາຫາສູ່ລະຫວ່າງປະຊາຊົນ ແລະ ດ້ານວັດທະນະທຳ, ສ້າງເປັນແບບຢ່າງການຮ່ວມມືສາກົນທີ່ດີງາມ. ພວກເຮົາຄວນສືບຕໍ່ຊຸກຍູ້ເຮັດໃຫ້ “ການເຊື່ອມຈອດພື້ນຖານໂຄງລ່າງ(ເຊື່ອມຈອດສ່ວນແຂງ)”, “ການເຊື່ອມໂຍງດ້ານນະໂຍບາຍ (ເຊື່ອມໂຍງສ່ວນອ່ອນ ແລະ ການແລກປ່ຽນສ້າງຄວາມເຂົ້າອົກເຂົ້າໃຈກັນ ຂອງປະຊາຊົນ ດໍາເນີນໄປຄຽງຄູ່ກັນ); ໃນດ້ານການພົວພັນເສດຖະກິດ-ການຄ້າ, ການທ່ອງທ່ຽວຂ້າມແດນ, ການໄປມາ ຫາສູ່ລະຫວ່າງປະຊາຊົນ ແລະ ຂົງເຂດອື່ນໆ ກໍຄວນໄດ້ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັນ, ເຮັດໃຫ້ມີເນື້ອໃນແລກປ່ຽນທີ່ອຸດົມສົມບູນ, ບຸກເບີກຊ່ອງທາງການຮ່ວມມືໃຫ້ກວ້າງອອກ, ຊຸກຍູ້ໃຫ້ປະຊາຊົນໃນເຂດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຮູ້ຈັກຮັກແພງກັນ, ສ້າງສະພາບການໃໝ່ຂອງການໄປມາຫາສູ່ລະຫວ່າງປະຊາຊົນ, ການແລກປ່ຽນປະສົມປະສານດ້ານວັດທະນະທຳ, ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນສ້າງໃຫ້ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ມີອະນາຄົດທີ່ມີຊີວິດຊີວາ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ໂດຍ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version