Home ຂ່າວໜ້າໜຶ່ງ ເຊັນສັນຍາການຮ່ວມມືພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງງົບປະມານ

ເຊັນສັນຍາການຮ່ວມມືພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງງົບປະມານ

0

ພິທີເຊັນສັນຍາການຮ່ວມມື ພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ (Certificate Authority/Digital Signature) ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ)ລະຫວ່າງ ສູນອິນເຕີເນັດແຫ່ງຊາດກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນກະຊວງການເງິນ ຈັດຂຶ້ນໃນວັນທີ 4 ກໍລະກົດ 2023 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໂດຍມີ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການ, ຄະນະກົມ,ຄະນະພະແນກທັງສອງກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຊັນສັນຍາຮ່ວມມືຄັ້ງນີ້, ເພື່ອຮ່ວມກັນສຶກສາ, ພັດທະນາ, ຕິດຕັ້ງ ແລະ ນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ(ລາຍຮັບ-ລາຍຈ່າຍ) ຂອງກະຊວງການເງິນ ເປັນຕົ້ນ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (ASYCUDA, NSWA+) ຂອງກົມພາສີ, ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບບົດສະຫລຸບລາຍງານການເງິນ-ບັນຊີຂອງ ບໍລິສັດ/ຫົວໜ່ວຍທຸລະກິດ ແລະ ໃບແຈ້ງມອບອາ ກອນຂອງກົມສ່ວຍສາອາກອນ(TaxRIS), ລະບົບຄຸ້ມຄອງຄັງເງິນແຫ່ງຊາດໃນການອອກໃບອະນຸມັດ ລາຍຈ່າຍງົບປະມານໃບຄໍາສັ່ງຈ່າຍເງິນ, ໃບຖອນເງິນຂອງກົມງົບປະມານແຫ່ງລັດ (RTIS, GFIS+) ແລະ ລະບົບຄຸ້ມຄອງເອກະສານແບບເອເລັກໂຕຣນິກ(i-Office) ເພື່ອຫລຸດຜ່ອນຂັ້ນຕອນໃນການດຳ ເນີນເອກະສານແບບເຈ້ຍ, ສົ່ງເສີມການສົ່ງຮັບເອກະສານແບບເອເລັກໂຕຣນິກ ຜ່ານທາງອອນລາຍໃຫ້ຮັບປະກັນຄວາມຖືກຕ້ອງ, ປອດໄພ ແລະ ວ່ອງໄວ, ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການຫັນເປັນທັນສະໄໝຂອງຂະແໜງການເງິນ, ທັງເປັນການຊຸກຍູ້ສົ່ງເສີມການຈັດເກັບລາຍຮັບເພີ່ມແລະ ຄຸ້ມຄອງການຮົ່ວໄຫລຂອງລາຍຈ່າຍ ຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕື່ມອີກ.

ທ່ານ ວິໄລທອງ ສຸດທະວິໄລ ໄດ້ໃຫ້ຮູ້ວ່າ: ການຮ່ວມມືພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ ຂອງກະຊວງການເງິນ ໃນທາມກາງທີ່ແຕ່ລະຂະແໜງ ການກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ປະກົດຜົນເປັນຈິງ, ກະຊວງການເງິນໄດ້ສຸມໃສ່ພັດທະນາ ຍົກລະດັບລະບົບຄຸ້ມຄອງງົບປະ ມານແຫ່ງລັດ(ລາຍຮັບ-ລາຍຈ່າຍ) ໃຫ້ເປັນດີຈິຕອນເທື່ອລະກ້າວ ໂດຍສະເພາະລວມສູນການຊຳລະພາສີ-ອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ເບີກຈ່າຍຜ່ານລະບົບທະນາຄານ, ເຊື່ອມຕໍ່ລະບົບພາຍໃນກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງ, ວິເຄາະ ແລະ ວິໄຈຂໍ້ມູນລາຍຮັບໄປຄຽງຄູ່ກັບການຫລຸດຜ່ອນຂັ້ນຕອນ, ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານໃຫ້ກະທັດຮັດ, ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມໂປ່ງໄສ.

ພ້ອມນັ້ນ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ໃຫ້ຮູ້ກ່ຽວກັບຄວາມ ສຳຄັນ ແລະ ຄວາມຈຳເປັນ ໃນການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃນຍຸກການພັດທະນາເສດຖະ ກິດດີຈິຕອນ, ພ້ອມທັງຍົກໃຫ້ເຫັນເຖິງການພັດທະນາດັ່ງກ່າວ ແມ່ນສອດຄ່ອງກັບວິໄສທັດການພັດ ທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດ ຖະກິດດີຈິຕອນແຫ່ງຊາດ ໄລຍະ 10 ປີ(2021-2030), ແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 5 ປີ(2021-2025) ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ລັດຖະບານ ໄດ້ປະກາດນໍາໃຊ້.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version