Home ຂ່າວໜ້າໜຶ່ງ ສສຊ ສະເໜີລັດຖະບານ ປະຕິບັດຂະບວນການຍຸຕິທຳ ໃຫ້ມີຄວາມໂປ່ງໃສ

ສສຊ ສະເໜີລັດຖະບານ ປະຕິບັດຂະບວນການຍຸຕິທຳ ໃຫ້ມີຄວາມໂປ່ງໃສ

0

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 5 ກໍລະກົດ 2023 ນີ້, ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ), ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາ ຊົນສູງສຸດ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດ ກົດ ໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະການປະ ຊາຊົນ ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກກະພາບຕໍ່ບັນດາເນື້ອໃນຂອງບົດລາຍງານດັ່ງກ່າວ, ແຕ່ບັນດາ ສສຊ ຫລາຍເຂດເລືອກຕັ້ງ ໄດ້ສະເໜີໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ປັບປຸງຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ຂະບວນຍຸຕິທຳ ກໍຄືການປະຕິບັດກົດຫມາຍທັງ 4 ສະບັບ ໃນຂົງເຂດຕຸລາການ ມີຄວາມສັກສິດ, ຖືກຕ້ອງ ແລະ ມີຄວາມໂປ່ງໃສ.

ທ່ານ ບຸນສອນ ເພັດດາວັນ ສສຊ ປະຈຳເຂດເລືອກຕັ້ງ 10 ແຂວງວຽງຈັນ ໄດ້ສະແດງຄວາມເຫັນຕໍ່ການປະເມີນການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວ ເຊິ່ງໃນໄລຍະຜ່ານການຕິດຕາມກ່ຽວກັບນິຕິກຳ ແລະ ພິດຕິກຳຕ່າງໆ ເຫັນວ່າຍັງມີບາງບັນຫາທີ່ຕ້ອງໄດ້ຮັບການປັບປຸງ ແລະ ແກ້ໄຂເຊັ່ນ: ວຽກງານໂຄສະນາກົດໝາຍ ໃຫ້ແກ່ປະຊາຊົນໃນຂອບເຂດທົ່ວປະເທດ ຍັງຈັດຕັ້ງປະຕິບັດໄດ້ໜ້ອຍ ໂດຍສະເພາະ ການເຜີຍແຜ່ກົດໝາຍ, ບັນດາມະຕິ, ສຳສັ່ງຕ່າງໆ ຢູ່ເຂດຫ່າງໄກສອກຫລີກ, ກົນໄກການປະສານງານບາງຄັ້ງ ບາງຄະດີ ມີການພົວພັນກັບຫລາຍພາກສ່ວນ ເຮັດໃຫ້ບໍ່ຈອດກັນ ພາໃຫ້ເກີດຫາງສຽງຂອງປະຊາຊົນ ວ່າການຕັດ ສິນຄະດີຊັກຊ້າແກ່ຍາວ. ນອກຈາກນີ້, ຢູ່ບັນດາທ້ອງຖິ່ນບຸກຄະລາກອນທີ່ເຮັດວຽກດັ່ງກ່າວ ມີຈຳກັດບໍ່ພຽງພໍ ເຮັດໃຫ້ການຕັດສິນຄະດີຊັກຊ້າ, ການຜັນຂະຫຍາຍກົດໝາຍຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາ ຊົນສູງສຸດ ທີ່ສາມາດ ສ້າງເປັນນິຕິກຳ ຖ້າທຽບໃສ່ແຂວງວຽງຈັນ ຍັງມີໜ້ອຍ, ການຫັນເປັນນິຕິກຳຂັ້ນແຂວງເຫັນວ່າຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ, ຂະບວນການກວດກາ ຍັງບໍ່ແຂງແຮງ ເທົ່າທີ່ຄວນ. ຈຶ່ງສະເຫນີໃຫ້ ສອງອົງການ ເພີ່ມງົບປະມານ ແລະ ອຸປະກອນການເຮັດວຽກ ຢູ່ຂັ້ນທ້ອງຖິ່ນໃຫ້ຫລາຍຂຶ້ນ, ທັງມີການລົງທຶນໃສ່ໂຄງລ່າງພຶ້ນຖານ ເປັນຕົ້ນ ບ່ອນຕັດສິນຄະດີ ແລະ ສະຖານທີ່ຮັກ ສາຂອງກາງ.

ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈຳປາສັກ ກ່າວວ່າ: ໃນໄລຍະຜ່ານມາ ການປະຕິບັດກົດໝາຍໃນຂົງເຂດຍຸຕິທຳ 4 ສະບັບນີ້ ແມ່ນຍັງບໍ່ທັນມີ ການປະເມີນຢ່າງລະອຽດ ເທົ່າທີ່ຄວນ ແຕ່ສິ່ງທີ່ພົບເຫັນວ່າບາງມາດຕາຂອງກົດໝາຍມີອັນສອດຄ່ອງ ແລະ ຍັງບໍ່ທັນສອດຄ່ອງ ທີ່ຄວນຈະນຳໄປສູ່ການຄົ້ນຄວ້າພິຈາລະນາ ເພື່ອປັບແກ້ໄຂຕື່ມ. ໃນນັ້ນ, ສຳລັບການພິຈາລະນາດຳເນີນຄະດີ ຂອງສານ ເຫັນວ່າສັງຄົມໃຫ້ຄວາມສົນໃຈຫລາຍ ເຊິ່ງ ເປັນບັນຫາທີ່ພົ້ນເດັ່ນ ແລະ ເປັນບັນຫາທີ່ຊຳເຮື້ອມາຫລາຍປີ ເປັນຕົ້ນ ການພິຈາລະນາຂອງສານບໍ່ທັນຍຸຕິທຳເທົ່າທີ່ຄວນ, ຊັກຊ້າແກ່ຍາວ ເຊິ່ງບາງຄະດີແກ່ຍາວຮອດ 5 ປີ, 10 ປີ, 15 ປີ. ຜ່ານການຕິດຕາມ ກວດກາ ສາມາດພົບເຫັນສອງສາເຫດຫລັກ ທີ່ພາໃຫ້ການແກ້ໄຂຄະດີຊັກຊ້າ ຄື: ການຄົ້ນຄວ້າພິຈາລະນາການເກັບກັບຂໍ້ມູນຫລັກຖານບໍ່ຄົບຖ້ວນ, ຮອບດ້ານ ແລະ ບໍ່ພາວະວິໄສ ແລະ ເນື້ອໃນບາງກົດໝາຍ ຍັງບໍ່ທັນຮັດກຸມ ເຮັດໃຫ້ການຕັດສິນຄະດີ ຊັກ ຊ້າ ແລະ ແກ່ຍາວ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version