Home ຂ່າວພາຍໃນ ປກສ ເມືອງ ພີນ ແຂວງສະຫວັນນະເຂດ ມ້າງຄະດີ ເປົ້າໝາຍຄ້າ-ຂາຍຢາເສບຕິດ(ຢາບ້າ) 2 ຄົນ ແລະກຸ່ມມົ້ວສຸມດື່ມນໍ້າໃບກະທ້ອມ ອີກ 6 ຄົນ

ປກສ ເມືອງ ພີນ ແຂວງສະຫວັນນະເຂດ ມ້າງຄະດີ ເປົ້າໝາຍຄ້າ-ຂາຍຢາເສບຕິດ(ຢາບ້າ) 2 ຄົນ ແລະກຸ່ມມົ້ວສຸມດື່ມນໍ້າໃບກະທ້ອມ ອີກ 6 ຄົນ

0

ທ່ານ ພັທ ສົມພົງ ໄຊຍະສີ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງໃຫ້ຮູ້ວ່າ: ໃນວັນທີ 6ມີຖຸນາ 2023 ນີ້ ເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງພີນແຂວງສະຫວັນນະເຂດ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ 02ຄົນຄື: ທ້າວ ຄອນ ອາຍຸ 23 ປີ, ເຮັດນາ, ຢູ່ບ້ານ ກາງໃໝ່, ເມືອງ ພີນ ແຂວງ ສະຫວັນນະເຂດ, ພ້ອມຂອງກາງຢາເສບຕິດ(ຢາບ້າ) ຈຳນວນ 701ເມັດ, ສາຍແຂນສີຂາວຄ້າຍຄືເງິນຈໍານວນ 01 ເສັ້ນ, ສາຍຄໍສີເຫຼືອງຄ້າຍຄືຄໍາຈໍານວນ 02 ເສັ້ນ, ເງິນກີບຈໍານວນ 7.540.000 ກີບ, ເງິນບາດສະກຸນເງິນໄທ ຈໍານວນ 2.000 ບາດ, ໂທລະສັບຍີ່ຫໍ້ໄອເທວ ສີດໍາ ຈໍານວນ 01 ເຄື່ອງ ແລະໃນວັນດຽວກັນ ກໍ່ໄດ້ກັກຕົວເປົ້າໝາຍມົ້ວສຸມຢາເສບຕິດ ໄດ້ອີກ 01 ຄົນຄື: ທ້າວ ແກດ ອາຍຸ 22 ປີ, ເຮັດນາ, ຢູ່ບ້ານ ອຸດົມໄຊ, ເມືອງ ພີນ ແຂວງ ສະຫວັນນະເຂດ ພ້ອມຂອງກາງຢາເສບຕິດ ( ຢາບ້າ ) ຈໍານວນ 75ເມັດ, ລົດຈັກ ຍີ່ຫໍ້ ຮອນດ້າ ເວບໄອ ສີດໍາ 01ຄັນ, ບໍ່ມີປ້າຍທະບຽນ, ຜ່ານ ການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ທ້າວ ແກດ , ຮັບສາລະພາບວ່າ: ຢາບ້າຢູ່ໃນກ້ອງເບາະລົດຈັກ ແມ່ນເປັນຂອງທ້າວ ປາຊີວ ອາຍຸ 25 ປີ, ເຮັດນາ, ຢູ່ບ້ານ ກະປ້ອງ, ເມືອງ ພີນ ແຂວງ ສະຫວັນນະເຂດ, ຜູ້ກ່ຽວແມ່ນເອົາຕົວຫຼົບໜີ.

ຕໍ່ມາໃນວັນທີ 9 ມີຖຸນາ 2023 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງພີນ, ໄດ້ ກັກຕົວ ກຸ່ມມົ້ວສຸມ ຄ້າ-ຂາຍໃບ,ນ້ຳກະທ້ອມ ຈໍານວນ 06ຄົນ ຄື: ທ້າວ ຄົກ ອາຍຸ 24 ປີ, ນາງ ວິດາວັນ ອາຍຸ 21 ປີ, ນາງ ຟ້າໃສ ອາຍຸ 15 ປີ, ທ້າວ ຈັອດ ອາຍຸ 19 ປີ, ທ້າວ ຕິກນ້ອຍ ອາຍຸ 20 ປີ ແລະ ທ້າວ ອ້າຍ ອາຍຸ 22 ປີ ທັງ 06ຄົນແມ່ນ ຢູ່ບ້ານ ສີບຸນເຮືອງ ເມືອງ ພີນ ແຂວງ ສະຫວັນນະເຂດ, ພ້ອມຂອງກາງ ໃບກະທ້ອມ ຈຳນວນ 16,5 ກິໂລ, ນໍ້າກະທ້ອມ ຈໍານວນ 93 ຕຸກ, ນໍ້າຢາດາທິຊີນ 90 ແກ້ວ, ນໍ້າຕານສົດ 24 ແກ້ວ, ໝໍ້ຕົ້ມນໍ້າກະທ້ອມ ຈໍານວນ 06 ໜ່ວຍ, ຢາສູບໄຟຟ້າ 12 ອັນ, ຕໍ່ກັບຄະດີດັ່ງກ່າວແມ່ນ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອໄຕ່ນຳ ຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version