Home ຂ່າວໜ້າໜຶ່ງ ການຮ່ວມມືດ້ານສື່ມວນຊົນ ລາວ-ຈີນ ໄດ້ສ່ອງແສງໃຫ້ເຫັນການເປັນປະຊາຄົມຮ່ວມຊາຕາກຳ ຢ່າງແທ້ຈິງ

ການຮ່ວມມືດ້ານສື່ມວນຊົນ ລາວ-ຈີນ ໄດ້ສ່ອງແສງໃຫ້ເຫັນການເປັນປະຊາຄົມຮ່ວມຊາຕາກຳ ຢ່າງແທ້ຈິງ

0

ການຮ່ວມມືລາວ-ຈີນ ໄດ້ແຕກດອກອອກຜົນໃນຫຼາຍຂອບການຮ່ວມມື ໂດຍສະເພາະຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຕົ້ນການດໍາເນີນງານຕາມແຜນການຮ່ວມມືດ້ານສາທາລະນະສຸກ ຊຶ່ງໃນໄລຍະການລະບາດຂອງໂຄວິດ-19 ສື່ມວນຊົນລາວ-ຈີນ ກໍໄດ້ຮ່ວມມືກັນໂຄສະນາຕ້ານພະຍາດດັ່ງ​ກ່າວນີ້ ທັງໂຄສະນາການມອບຮັບວັກຊິນຂອງ ສປ ຈີນ ຊ່ວຍເຫຼືອໃຫ້ແກ່ ສ​ປ​ປ ລາວ ແລະ ອື່ນໆ. ອັນສຳຄັນ, ສື່ມວນຊົນລາວ-ຈີນ ໄດ້ຮ່ວມມືກັນສ້າງສັນຜົນງານເພງເພື່ອຕ້ານພະຍາດໂຄວິດ-19 ອັນໄດ້ສ່ອງແສງໃຫ້ເຫັນເຖິງ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ຈິງ.

ທ່ານ ວິໄລ ມະນີລັດ ຮອງອຳນວຍການສຳນັກຂ່າວສານປະເທດລາວ ທີ່ໄດ້ກ່າວໃນການເສວະນາ ໃນກອງປະຊຸມສຸດຍອດການຮ່ວມມືດ້ານສື່ມວນຊົນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເມື່ອທ້າຍເດືອນຜ່ານມາ ທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ ພາຍໃຕ້ຫົວຂໍ້ຍ່ອຍ ທີ 2 ຄື “ສົ່ງເສີມການຮ່ວມມືແລກປ່ຽນສື່ມວນຊົນເພື່ອຄວາມສຳພັນທີ່ແໜ້ນແຟ້ນ” ຫຼື “Promoting Media Exchanges for Closer Bonds” ຊຶ່ງໄດ້ຍົກໃຫ້ເຫັນການຮ່ວມມືດ້ານສື່ມວນຊົນຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເວົ້າລວມ, ເວົ້າສະເພາະ ລາວ-ຈີນ ວ່າ: ສປປ ລາວ ແລະ ສປ ຈີນ ມີຊາຍແດນ, ສາຍພູ ແລະ ສາຍນ້ຳຕິດຈອດກັນ, ມິດຕະພາບ ແລະ ການຮ່ວມມືລາວ-ຈີນ ແມ່ນໄດ້ເປັນມູນເຊື້ອສືບທອດມາແຕ່ບູຮານນະການ ພາຍຫຼັງທີ່ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນປີ 1961 ເປັນຕົ້ນມາ ການພົວພັນຮ່ວມມືລະຫວ່າງລາວ-ຈີນ ໄດ້ມີການພັດທະນາດີຂຶ້ນເລື້ອຍມາ. ປັດຈຸບັນ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ ຕາມທິດ 4 ດີ, ກາຍເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ສະແດງອອກສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆເປັນປົກກະຕິ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ ນັບແຕ່ສູນກາງຮອດທ້ອງຖິ່ນ ແມ່ນໄດ້ຮັບການພັດທະນາ ແລະ ສົ່ງເສີມຢ່າງບໍ່ຢຸດຢັ້ງ. ເວົ້າລວມ, ເວົ້າສະເພາະໃນຂົງເຂດສື່ມວນຊົນ ກໍໄດ້ມີການແລກປ່ຽນຄະນະນຳ, ນັກວິຊາການ, ເຂົ້າຮ່ວມຝຶກອົບຮົມ, ແລກປ່ຽນຂໍ້ມູນຂ່າວສານ-ຮູບພາບ ແລະ ວັດທະນະທຳຮ່ວມກັນເປັນປົກກະຕິ.

ການຮ່ວມມືແລກປ່ຽນຂໍ້ມູນຂ່າວສານລາວ-ຈີນ ກໍຄືບັນດາປະເທດລຸ່ມແມ່ນ້ຳຂອງ ແມ່ນໄດ້ຢຸດສະງັກໄປໄລຍະໜຶ່ງ, ໂດຍສະເພາະໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພາຍຫຼັງບັນດາປະເທດລຸ່ມແມ່ນ້ຳຂອງ ໄດ້ເປີດປະເທດຢ່າງເປັນທາງການແລ້ວ ກໍເປັນໂອກາດດີໃຫ້ບັນດາປະເທດເຂດລຸ່ມແມ່ນ້ຳຂອງ ໄດ້ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ຮູບພາບ, ວິຖີການດຳລົງຊີວິດ ແລະ ວັດທະນະທຳຮ່ວມກັນຫຼາຍເພີ່ມຂຶ້ນ. ສປ ຈີນ ເປັນປະເທດໜຶ່ງທີ່ມີທ່າແຮງ, ມີຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະດ້ານບຸກຄະລາກອນ, ດ້ານເຕັກໂນໂລຊີທີ່ທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານ ໃຫ້ມີຄວາມສະດວກຖືກຕ້ອງວ່ອງໄວ ແລະ ຮັບປະກັນໃຫ້ປະຊາຊົນເຂດລຸ່ມແມ່ນ້ຳຂອງມີຄວາມເຂົ້າໃຈ ແລະ ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ.

ສິ່ງໜຶ່ງທີ່ເປັນຄວາມພາກພູມໃຈສຳລັບສື່ມວນຊົນ ແມ່ນ ທ່ານ ສົມແພງ ວິທະຍຸໂທ-ລະພາບສູນກາງຈີນ ໄດ້ຮ່ວມມືກັບສື່ມວນຊົນ, ນັກຮ້ອງ ແລະ ນັກແຕ່ງເພງຂອງລາວ ແຕ່ງເພງເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເພງທຳອິດຂອງຈີນ. ບົດເພງດັ່ງກ່າວ, ໄດ້ແປເປັນພາສາລາວ ໂດຍມີສື່ມວນຊົນຈີນ ແລະ ລາວ ຫຼາຍທ່ານໄດ້ຮ່ວມກັນຮ້ອງເພງ. ນອກຈາກນັ້ນ, ຍັງມີເພງຈີນ ຊື່ ນາງຟ້າຊຸດຂາວ ແລະ ເພງສຸກຂີຮົ່ມເຢັນ ຊຶ່ງແຕ່ງໂດຍນັກຂ່າວວິທະຍຸ-ໂທລະພາບສູນກາງຈີນ ໄດ້ແປເປັນພາສາລາວ, ໂດຍທ່ານ ສົມແພງ ແລະ ເພື່ອນຮ່ວມງານ ຮ່ວມກັບນັກຮ້ອງລາວຮ້ອງເພງຮ່ວມກັນ. ບັນດາຜົນງານເພງດັ່ງກ່າວ, ໄດ້ເປັນໝາກຜົນເພີ່ມພູນມິດຕະພາບຄວາມສາມັກຄີການຮ່ວມມື ລະຫວ່າງສື່ມວນຊົນ ແລະ ນັກຮ້ອງຂອງສອງປະເທດລາວ-ຈີນ ເຮັດໃຫ້ປະຊາຊົນສອງຊາດ ເຂົ້າໃຈວັດທະນະທຳຂອງກັນ ແລະ ກັນ ໄດ້ຢ່າງເລິກເຊິ່ງ. ສິ່ງສຳຄັນໄດ້ສະແດງໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນຢ່າງແທ້ຈິງຂອງປະຊາຄົມຮ່ວມຊາຕາກຳລາວ-ຈີນ.

ສັງລວມແລ້ວ, ພຶດຕິກຳຕົວຈິງໃນການຮ່ວມມືລະຫວ່າງ ສື່ມວນຊົນ ຂອງບັນດາປະເທດແມ່ນໍ້າຂອງ ໂດຍສະເພາະການຮ່ວມມືຂອງສື່ມວນຊົນ ລາວ-ຈີນ ແມ່ນໄດ້ມີບາດກ້າວຂະຫຍາຍຕົວເຂົ້າສູ່ລວງເລິກ. ການພົວພັນແລກປ່ຽນ ແລະ ການຮ່ວມມືດ້ານສື່ມວນຊົນ ໄດ້ສ່ອງແສງໃຫ້ເຫັນການເປັນປະຊາຄົມຮ່ວມຊາຕາກຳ ຢ່າງແທ້ຈິງ ສິ່ງ​ເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ​ການສົ່ງເສີມການຮ່ວມມືແລກປ່ຽນສື່ມວນຊົນເພື່ອຄວາມສຳພັນທີ່ແໜ້ນແຟ້ນ ນຳ​ເອົາຜົນປະໂຫຍດ​ມາ​ສູ່ປະເທດຊາດ ແລະ ໃນຕໍ່ໜ້າກໍຈະໄດ້ຮັບການພັດທະນາເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງຂຶ້ນເລື້ອຍໆ ນໍາເອົາຜົນສຳເລັດ ແລະ ຄວາມຈະເລີນສີວິໄລຮ່ວມກັນ ລະຫວ່າງ ລາວ-ຈີນ ເວົ້າສະເພາະ, ເວົ້າລວມ ກໍແມ່ນ 6 ປະເທດ ໃນບັນດາປະເທດທີ່ຢູ່ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສືບຕໍ່ຮ່ວມມືຢ່າງເກີດປະໂຫຍດ ທີ່ເປັນຮູບປະທໍາເກີດຂຶ້ນຫຼາຍກວ່າເກົ່າ.

ໂດຍ: ສ.ບຸດປະຊາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version