Home ຂ່າວກິລາ “ເຊບີຢ່າ” ທີມແຕກ ພ້ອມຂາຍນັກເຕະທຸກຄົນໃນທີມເພື່ອໃຊ້ໜີ້

“ເຊບີຢ່າ” ທີມແຕກ ພ້ອມຂາຍນັກເຕະທຸກຄົນໃນທີມເພື່ອໃຊ້ໜີ້

0

ເຊບີຢ່າ ກໍາລັງປະເຊີນກັບບັນຫາໜີ້ສິນຫຼາຍກວ່າ 90 ລ້ານເອີໂຣ ເຮັດໃຫ້ສະໂມສອນພ້ອມທີ່ຈະຂາຍນັກເຕະທັງໝົດຂອງທີມເພື່ອຊອກຫາເງິນມາຊໍາລະໜີ້ສິນ

ສື່ວິທະຍຸ Marca ຂອງແອັດສະປາຍ ລາຍງານວ່າ ເຊບີຢ່າ ກໍາລັງມີບັນຫາໜີ້ສິນຢ່າງໜັກໜ່ວງກວ່າ 90 ລ້ານເອີໂຣ ໂດຍທາງການແກ້ໄຂບັນຫາຂອງສະໂມສອນນັ້ນ ທ່ານ ເປເປ ກາສໂຕຣ ປະທານສະໂມສອນເຊບີຢ່າ ໄດ້ແຈ້ງໃຫ້ ໂຈເຊ ຫຼຸຍ ເມນດິລິບາ ຜູ້ຈັດການທີມແລ້ວວ່າ. ສະໂມສອນຈໍາເປັນຕ້ອງຊອກຫາເງິນເພື່ອເຂົ້າມາຊ່ວຍຊໍາລະໜີ້ສິນ ແລະ ຈໍາເປັນຕ້ອງພິຈາລະນາຂໍ້ສະເໜີທຸກຢ່າງທີ່ຍື່ນເຂົ້າມາເພື່ອຂໍຊື້ນັກເຕະ ໂດຍບໍ່ມີການຍົກເວັ້ນ ບໍ່ມີນັກເຕະຄົນໃດຢູ່ໃນສະຖານະຫ້າມຂາຍໃນລະດູຮ້ອນນີ້.

ທັງນີ້ ເຊບີຢ່າ ທີ່ຫາກໍ່ຄວ້າແຊັມ ຢູໂຣປາ ລີກ ເມື່ອລະດູການທີ່ຜ່ານມາ ຈຶ່ງມີຄວາມເປັນໄປໄດ້ທີ່ຈະຂາຍນັກເຕະຕົວຫຼັກໃນທີມ ບໍ່ວ່າຈະເປັນ ຢູຊູຟ ເອນ-ເນຊິຣີ ກັບ ຢັສຊິນ ຢູນູ 2 ນັກເຕະທີມຊາດໂມຣັອກໂກ ລວມໄປເຖິງ ລູຄັສ ໂອກໍາໂປສ ປີກຊາວອາກຊັງຕິນ ທີ່ກໍາລັງໄດ້ຮັບຄວາມສົນໃຈຈາກ ຟູແລ່ມ, ນອກຈາກນີ້, ພວກເຂົາຍັງໄດ້ຕິດຕໍ່ໄປຫາທີມໃຫຍ່ໆທົ່ວເອີຣົບ ເພື່ອສະເໜີຂາຍນັກເຕະບາງຄົນໃຫ້ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version