Home ຂ່າວໜ້າໜຶ່ງ ປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8

ປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8

0

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 28 ມິຖຸນາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຝ່າຍລາວ ນໍາໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ໂດ ຮຸ່ງ ຫວຽດຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍການນໍາຂັ້ນກົມ ແລະ ວິຊາການກ່ຽວຂ້ອງ ຈາກສອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງຈິງໃຈ ແລະ ກົງໄປກົງມາ, ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ຂອງສອງກະຊວງການຕ່າງປະເທດ ຕະ ຫລອດ ໄລຍະ 6 ເດືອນ ຜ່ານມາ; ສອງຝ່າຍ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງມີຄວາມໜັກແໜ້ນ, ເຂົ້າສູ່ລວງເລິກ ແລະ ລວງກວ້າງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ ແລະ ມີປະສິດທິຜົນສູງ. ໃນນັ້ນ, ມີການປະກອບສ່ວນສໍາຄັນຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ, ເຮັດໃຫ້ການພົວພັນຮ່ວມມືໃນຫລາຍໆດ້ານກ້າວຂຶ້ນສູ່ບາດກ້າວໃໝ່ເປັນກ້າວໆ ໂດຍສະເພາະ ການຮ່ວມມືທັງດ້ານການເມືອງ-ການຕ່າງປະເທດ ແມ່ນມີຜົນສໍາເລັດອັນຍິ່ງໃຫຍ່, ສອງຝ່າຍໄດ້ຮ່ວມກັນຈັດຕັ້ງຫລາຍກິດຈະກໍາ ແລະ ການເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ສອງວັນປະຫວັດສາດ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ແຕ່ສູນກາງຈົນຮອດທ້ອງຖິ່ນ ສືບຕໍ່ຢ່າງເປັນປົກ ກະຕິດ້ວຍຫລາຍຮູບແບບ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ ສືບຕໍ່ແໜ້ນແຟ້ນ, ສອງຝ່າຍຮ່ວມກັນສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ, ຢືນຢັນຄວາມສະຫງົບຂອງປະເທດຕົນ ກໍປຽບເໝືອນຂອງອີກປະເທດໜຶ່ງ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວຢ່າງໜ້າພໍໃຈ, ມູນຄ່າການຄ້າສອງຝ່າຍ ໃນ 5 ເດືອນຕົ້ນປີ 2023 ບັນລຸໄດ້ 701,42 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1,75% ທຽບໃສ່ໄລຍະດຽວກັນຂອງປີ 2022. ນອກນີ້, ການຮ່ວມມືດ້ານວັດທະນະທໍາ-ສັງຄົມ, ການສຶກສາ, ຄົມມະນາຄົມຂົນສົ່ງ, ພະລັງງານ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ອື່ນໆ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກສອງຝ່າຍ.

ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືເພື່ອຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການກະກຽມໃຫ້ແກ່ບັນດາແຜນວຽກໃນທ້າຍປີ 2023 ນີ້, ເຊິ່ງເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດໃຫ້ດີຂຶ້ນ ໂດຍສະເພາະໃນການເປັນໃຈກາງຊຸກຍູ້ ຜັນຂະຫຍາຍທິດຊີ້ນໍາຂອງການນໍາຂັ້ນສູງ, ຕິດຕາມການຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ, ການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ, ພ້ອມທັງຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການພົວພັນຮ່ວມມືຕ່າງໆ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ ແນໃສ່ຍົກສູງການພົວພັນຮ່ວມມືຂອງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ສະເພາະໃນຂອບການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ສອງຝ່າຍເຫັນດີຮ່ວມກັນສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງ ໄລຍະ 2021-2025 ແລະ ແຜນປະຕິ ບັດງານການຮ່ວມມືດ້ານການທູດເສດຖະກິດ ໄລຍະ 2020-2025 ໃຫ້ປາກົດຜົນເປັນຮູບປະທໍາ, ທັງການຮ່ວມກັນຄົ້ນຄວ້າເອກະສານຕ່າງໆ, ການສ້າງຜູ້ແປພາສາ, ການຝຶກອົບຮົມນັກການທູດ, ການຍົກລະດັບບຸກຄະລາກອນກະຊວງການຕ່າງປະເທດ, ການປະສານສົມທົບກັນຂອງບັນດາສະຖານທູດ ແລະ ຫ້ອງການຕາງໜ້າ ຂອງສອງປະ ເທດ ຢູ່ປະເທດທີສາມ; ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ, ວຽກງານກົງສຸນ, ວຽກງານການຂ່າວ, ຊາຍແດນ, ຝຶກອົບຮົມກໍ່ສ້າງບຸກຄະລາກອນ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາເຫັນເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນອະນຸພາບພື້ນ, ພາກພື້ນ ແລະ ສາກົນ. ຄຽງຄູ່ກັນນີ້, ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ຍັງໄດ້ສະເໜີຝ່າຍຫວຽດນາມ ສືບຕໍ່ຊຸກຍູ້ການສະເໜີເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຍ່າແກບັງ ມໍລະດົກໂລກທາງທໍາມະຊາດຂອງ ສສ ຫວຽດນາມ. ໃນຂະນະດຽວກັນ, ຝ່າຍຫວຽດນາມ ໄດ້ຢືນຢັນຈະໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງສຸດຄວາມສາມາດ ໂດຍສະເພາະ ໃນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຢ່າງຈົບງາມ.

ຂ່າວ: ສຸກສະຫວັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version