Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 29 ມີຖຸນາ 2023

ສະພາບອາກາດ ວັນທີ 29 ມີຖຸນາ 2023

0

ສະພາບອາກາດ ປະຈໍາວັນທີ 29 ມີຖຸນາ 2023 ຄວາມກົດດັນຕໍ່າຂອງ ອາກາດຮ້ອນທີ່ມີກໍາລັງປານກາງ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນ ແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ສໍາລັບ ນະຄອນຫລວງວຽງຈັນ ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version