Home ທຸລະກິດ ບໍລິສັດ ບູຢອງລາວ ຈຳກັດ ເຊັນບົດບັນທຶກມອບລົດເມ 600 ຄັນ ໃຫ້ລັດຖະບານລາວ

ບໍລິສັດ ບູຢອງລາວ ຈຳກັດ ເຊັນບົດບັນທຶກມອບລົດເມ 600 ຄັນ ໃຫ້ລັດຖະບານລາວ

0

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ບໍລິສັດ ບູຢອງລາວ ຈຳກັດ ສະໝັກໃຈ ມອບລົດເມຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈຳນວນ 600 ຄັນ ຈັດຂຶ້ນໃນຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ທ່ານ ລີ ຈຸງ ກືນ (LEE JOONG KEUN) ປະທານບໍລິສັດ ບູຢອງລາວ ຈຳກັດ ໂດຍມີຮອງລັດຖະມົົນຕີ, ພະນັກງານກະຊວງ-ອົງການ ແລະ ບໍລິສັດ ທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນບົດບັນທຶກດັ່ງກ່າວ, ບໍລິສັດ ບູຢອງລາວ ຈໍາກັດ ສະໝັກໃຈ ມອບລົດເມ (ຂະໜາດ 22 ບ່ອນນັ່ງ) ຊ່ວຍເຫລືອລ້າ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ເພື່ອປັບປຸງລະບົບການຂົນສົ່ງສາທາລະນະ ໃຫ້ມີປະສິດທິພາບ ແລະ ນັບມື້ນັບດີຂຶ້ນ, ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫລຸດຜ່ອນບັນຫາລົດຕິດ, ແກ້ໄຂສະພາບການສັນຈອນ ແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ສຳລັບແຜນການມອບລົດດັ່ງກ່າວ ແມ່ນຈະມອບ ຈໍານວນ 400 ຄັນ ພາຍໃນ ປີ 2023 ແລະ ມອບສ່ວນທີ່ເຫລືອ ຈໍານວນ 200 ຄັນ ຈະມອບພາຍໃນປີ 2024, ພ້ອມກັນນັ້ນ ບໍລິສັດ ບູຢອງລາວ ຈຳກັດ ຍັງຮັບປະກັນສ້ອມແປງລົດດັ່ງກ່າວ ຕາມທີ່ບໍລິສັດຜະລິດລົດເມໄດ້ກໍານົດ 3 ປີ ຫລື ແລ່ນໄດ້ 200.000 ກິໂລແມັດ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ບໍລິສັດ ບູຢອງລາວ ຈຳກັດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອລົດດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວ ໃນຄັ້ງນີ້, ເຊິ່ງ ຫສນຍ ຈະສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ສ້າງແຜນແຈກຢາຍ ລົດດັ່ງກ່າວ ໃຫ້ຖືກເປົ້າໝາຍ, ເອົາໃຈໃສ່ຄຸ້ມຄອງນຳໃຊ້ ໃຫ້ຍາວນານ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນລາວ; ຈະສືບຕໍ່ພົວພັນຮ່ວມມືກັບ ບໍລິສັດ ບູຢອງລາວ ຈຳກັດ ເພື່ອເປັນການປະກອບສ່ວນເສີມ ສ້າງສາຍພົວພັນ ແລະ ການຮ່ວມມື ສະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບແໜ້ນແຟ້ນ ແລະ ເກີດດອກ ອອກຜົນຫລາຍຂຶ້ນ ເປັນກ້າວໆ.

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version