Home ຂ່າວໜ້າໜຶ່ງ ກະຊວງການເງິນສຸມໃສ່ການຫັນເປັນທັນສະໄໝເພື່ອຮັບປະກັນການຈັດເກັບລາຍຮັບ

ກະຊວງການເງິນສຸມໃສ່ການຫັນເປັນທັນສະໄໝເພື່ອຮັບປະກັນການຈັດເກັບລາຍຮັບ

0

ກະຊວງການເງິນສຸມໃສ່ການຫັນເປັນທັນສະໄໝ ເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ລວມສູນ ຖືກຕ້ອງຊັດເຈນ ມີຄວາມໂປ່ງໃສ ໃນນີ້ບາງຕົວຊີ້ວັດເຮັດໄດ້ຕາມຄາດໝາຍທີ່ໄດ້ກຳນົດໃນມະຕິຂອງສະພາແຫ່ງຊາດ ບາງຕົວຊີ້ວັດເຮັດໄດ້ເຄິ່ງໜຶ່ງ ຊຶ່ງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໃນ 6 ເດືອນທ້າຍປີນີ້.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ແລະ ບັນຫາສົນໃຈຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ ສສຊ ໃນຫຼາຍບັນຫາສຳຄັນ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ລວມສູນ ຖືກຕ້ອງ ຊັດເຈນ ກະຊວງການເງິນໄດ້ມີຄວາມພະຍາຍາມໃນການຫັນເປັນທັນສະໄໝ ເພື່ອໃຫ້ມີຄວາມໂປ່ງໃສ ແຕ່ສິ່ງທີ່ທ້າທາຍແມ່ນເລື່ອງການຫັນເປັນທັນສະໄໝ ຖືເປັນວຽກບຸລິມະສິດຕ້ອງໄດ້ສຸມໃສ່ ໂດຍສະເພາະການເຊື່ອມຕໍ່ລະບົບກັບບັນດາຂະແໜງການທີ່ກ່ຽວຂ້ອງເຊັ່ນ: ເລື່ອງການເກັບພາສີທີ່ດິນຜ່ານລະບົບທັນສະໄໝ, ການຂະຫຍາຍຖານອາກອນມູນຄ່າເພີ່ມໃນການລົງທຶນ ຕໍ່ບັນຫາດັ່ງກ່າວພວກເຮົາຈະໄດ້ສືບຕໍ່ເຮັດໃຫ້ສຳເລັດ ພ້ອມກັນນີ້ຍັງໄດ້ສ້າງຖານຂໍ້ມູນເພື່ອສືບຕໍ່ກັບລະບົບຂອງທະນາຄານ. ນອກຈາກນັ້ນຍັງໄດ້ຍົກລະດັບລະບົບການແຈ້ງພາສີຜ່ານປະຕູດຽວແຫ່ງຊາດ ໃຫ້ເປັນລະບົບທີ່ທັນສະໄໝກວ່າເກົ່າ ເພື່ອຮອງຮັບການແຈ້ງພາສີແບບອອນລາຍ ຖ້ານໍາໃຊ້ລະບົບນີ້ຈະເຮັດໃຫ້ມີຄວາມສະດວກຫຼາຍຂຶ້ນ. ສິ່ງສຳຄັນຈະໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕື່ມ ໂດຍສະເພາະການເຊື່ອມຕໍ່ເຕັກນິກດ້ານຂໍ້ມູນ ເພື່ອສະດວກໃນການຈັດເກັບລາຍຮັບ.

ກະຊວງການເງິນໄດ້ມີການຄົ້ນຄວ້າກົດໝາຍວ່າດ້ວຍອາກອນທີ່ດິນ ຊຶ່ງອາກອນທີ່ດິນນີ້ຈະເປັນເງື່ອນໄຂໜຶ່ງຈະເຮັດໃຫ້ລາຍຮັບຂອງພວກເຮົາເພີ່ມຂຶ້ນ. ຜ່ານມາອັດຕາການເກັບລາຍຮັບພາສີທີ່ດິນເປັນແບບເດັດຖານ, ສະນັ້ນໃນຈຸດນີ້ຈະໄດ້ກຳນົດເປັນອັດຕາທຽບຖານ ຊຶ່ງຈະມີຄວາມສອດຄ່ອງໃກ້ຄຽງກັບຕົວຈິງຫຼາຍຂຶ້ນ. ປັດຈຸບັນກຳລັງຢູ່ໃນຂັ້ນຕອນພິຈາລະນາກົນໄກດັ່ງກ່າວ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ, ສຳຄັນໃນຈຸດນີ້ພວກເຮົາຕ້ອງເລັ່ງຂະຫຍາຍຖານອາກອນມູນຄ່າເພີ່ມ ສືບຕໍ່ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດຕ້ອງໄດ້ຖືບັນຊີເຂົ້າໃນລະບົບໃຫ້ກວມເອົາອັດຕາ 60% ຂອງຫົວໜ່ວຍທີ່ມີເງື່ອນໄຂຕາມມະຕິສະພາ ພ້ອມທັງເຊື່ອມຕໍ່ຖານຂໍ້ມູນກັບການສຳປະທານ, ການຂຸດຄົ້ນແຮ່ທາດຈາກບັນດາຂະແໜງການທີ່ກ່ຽວຂ້ອງທີ່ເປັນຖານລາຍຮັບໃຫ້ແກ່ພວກເຮົາ ພ້ອມນີ້ປັບປຸງອັດຕາອາກອນ, ປັບປຸງອາກອນຊົມໃຊ້ທີ່ມີລັກສະນະຟຸ່ມເຟືອຍເພີ່ມຕື່ມ ແລະ ອື່ນໆ ທີ່ມີຄວາມຈຳເປັນ ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ, ການຫັນເປັນທັນສະໄໝຖືເປັນສິ່ງທ້າທາຍ ທາງເບື້ອງຜູ້ປະກອບການເຈົ້າໜ້າທີ່ຕ່າງໆ ຈຳນວນໜຶ່ງບໍ່ໃຫ້ຄວາມຮ່ວມມື ພ້ອມທັງມີການຫຼົບຫຼີກ ຊຶ່ງເປັນຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ຖ້າຫັນເຂົ້າສູ່ລະບົບທັນສະໄໝຈະເຮັດໃຫ້ມີຄວາມໂປ່ງໃສ ຮັດກຸມ ສາມາດຮັບປະກັນໃນການຈັດເກັບລາຍຮັບໄດ້ເປັນຢ່າງດີ. ສຳລັບທິດທາງແກ້ໄຂໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນຕໍ່ທີ່ດິນຂະຫຍາຍຖານອາກອນມູນຄ່າເພີ່ມ, ອອກເລກບັດປະຈຳຕົວຜູ້ເສຍອາກອນມີລາຍໄດ້ປະກອບອາຊີບໃຫ້ຫຼາຍຂຶ້ນ.

ຂ່າວ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version