Home ຂ່າວຕ່າງປະເທດ ກໍລະນີພະຍາດເບົາຫວານທົ່ວໂລກຈະເພີ່ມຂຶ້ນ 2 ເທົ່າໃນປີ 2050

ກໍລະນີພະຍາດເບົາຫວານທົ່ວໂລກຈະເພີ່ມຂຶ້ນ 2 ເທົ່າໃນປີ 2050

0

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້, ຜົນການວິໄຈໃໝ່ເປີດເຜີຍໃຫ້ຮູ້ວ່າ: ອີກ 30 ປີຂ້າງໜ້າ ທຸກປະເທດໃນໂລກ ຈະມີອັດຕາຄົນເຈັບເບົາຫວານເພີ່ມຂຶ້ນ 2 ເທົ່າ ຊຶ່ງເປັນຜົນສືບເນື່ອງມາຈາກໂຣກຕຸ້ຍ ແລະ ການເຂົ້າສູ່ສັງຄົມຜູ້ສູງອາຍຸ. ປັດຈຸບັນມີຄົນເຈັບໂຣກເບົາຫວານ ປະມານ 529 ລ້ານຄົນທົ່ວໂລກ ຂະນະທີ່ການສຶກສາໃໝ່ ໂດຍສະຖາບັນຕົວຊີ້ວັດ ແລະ ປະເມີນຜົນສຸຂະພາບ ແຫ່ງມະຫາວິທະຍາໄລວໍຊິງຕັນ ພົບວ່າ ພາຍໃນປີ 2050 ຄົນເຈັບໂຣກເບົາຫວານຈະເພີ່ມຂຶ້ນເຖິງ 2 ເທົ່າ ແລະ ໂຕເລກມີທ່າອ່ຽງທີ່ຈະເພີ່ມຂຶ້ນຮອດ 1,3 ພັນລ້ານຄົນ ຊຶ່ງສ່ວນຫຼາຍອັດຕາທີ່ເພີ່ມຂຶ້ນຈະເປັນເບົາຫວານຊະນິດທີ 2 ຊຶ່ງເຊື່ອມໂຍງກັບໂຣກຕຸ້ຍ ແຕ່ສາມາດປ້ອງກັນໄດ້ ອັດຕາການເພີ່ມຂຶ້ນໃນແຕ່ລະປະເທດນັ້ນມີຄວາມແຕກຕ່າງກັນ ບາງເຂດອາດໄດ້ຮັບຜົນກະທົບຢ່າງຮຸ່ນແຮງເຊັ່ນ: ໃນອາຟຣິກາເໜືອ ແລະ ຕາເວັນອອກກາງ ອັດຕາຄົນເຈັບໂຣກເບົາຫວານຄາດວ່າຈະເພີ່ມຂຶ້ນເປັນ 16,8% ຂະນະທີ່ໃນອາເມຣິກາລາຕິນ ແລະ ຄາຣິບຽນ ຄາດວ່າຈະເພີ່ມຂຶ້ນ 11,3% ພາຍໃນປີ 2050.

ທ່ານ ລຽນອອງ ໜຶ່ງໃນຜູ້ວິໄຈ ກ່າວວ່າ: ອັດຕາທີ່ເພີ່ມຂຶ້ນຢ່າງໄວວາຂອງໂຣກເບົາຫວານ ບໍ່ພຽງແຕ່ເປັນເລື່ອງທີ່ໜ້າຕົກໃຈເທົ່ານັ້ນ ແຕ່ຍັງທ້າທາຍຕໍ່ລະບົບສາທາລະນະສຸກທົ່ວໂລກ ເນື່ອງຈາກພາວະນີ້ມີຄວາມເຊື່ອມໂຍງກັບໂຣກອື່ນໆເຊັ່ນ: ໂຣກຫົວໃຈ ແລະ ຫຼອດເລືອດ. ຈຳນວນຄົນເຈັບໂຣກເບົາຫວານທີ່ເພີ່ມຂຶ້ນ ສ່ວນໜຶ່ງເປັນຜົນມາຈາກໂຣກຕຸ້ຍ ແລະ ສ່ວນໜຶ່ງມາຈາກການປ່ຽນແປງໂຄງສ້າງປະຊາກອນທີ່ເຂົ້າສູ່ສັງຄົມຜູ້ສູງອາຍຸຫຼາຍຂຶ້ນ.

ທັງນີ້, ການສຶກສາດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກມູນນິທິ Bill and Melinda Gates ໄດ້ຮຽກຮ້ອງໃຫ້ມີຍຸດທະສາດທີ່ມີປະສິດທິພາບ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຄວາມແຕກຕ່າງກັນຂອງພະຍາດ ເນື່ອງຈາກຄົນເຈັບເບົາຫວານສ່ວນຫຼາຍ ອາໄສຢູ່ໃນປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ ເຂົາເຈົ້າຈຶ່ງບໍ່ສາມາດເຂົ້າເຖິງການຮັກສາທີ່ເໝາະສົມໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version