Home ຂ່າວຕ່າງປະເທດ ສະຫະພາບເອີຣົບ ບັນລຸຂໍ້ຕົກລົງເພື່ອຮັດແໜ້ນລະບຽບການທະນາຄານ

ສະຫະພາບເອີຣົບ ບັນລຸຂໍ້ຕົກລົງເພື່ອຮັດແໜ້ນລະບຽບການທະນາຄານ

0

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 27 ມິຖຸນາ ຜ່ານມາ, ສະຫະພາບເອີຣົບ (ອີຢູ) ໄດ້ບັນລຸຂໍ້ຕົກລົງກ່ຽວກັບການປະຕິບັດມາດຕະການປະຕິຮູບທະນາຄານຕາມມາດຕະຖານສາກົນ ເພື່ອຫຼີກລ່ຽງບໍ່ໃຫ້ເກີດຊ້ຳວິກິດການດ້ານການເງິນ ປີ 2008.

ຂ່າວລະບຸວ່າ: ຄະນະກຳມະການເອີຣົບ ໄດ້ສະເໜີປະຕິບັດກົດໝາຍການທະນາຄານຄັ້ງທຳອິດໃນເດືອນຕຸລາ ປີ 2021. ຢ່າງໃດກໍຕາມ, ການສະເໜີການປະຕິຮູບໄດ້ສຸມໃສ່ການທະນາຄານຫຼາຍຂຶ້ນ ຫຼັງຈາກການລົ້ມລະລາຍຂອງຜູ້ໃຫ້ກູ້ຢືມ ຂອງອາເມຣິກາ ທີ່ເຮັດໃຫ້ຕະຫຼາດມີການສັ່ນຄອນໃນຕົ້ນປີນີ້.

ຮ່າງກົດໝາຍວ່າດ້ວຍການທະນາຄານ ອີຢູ ແມ່ນອີງໃສ່ມາດຕະການປະຕິຮູບ Basel III ມາດຕະຖານສາກົນ ກ່ຽວກັບວິທີການທີ່ທະນາຄານຕີລາຄາປະເມີນຄວາມສ່ຽງດ້ານສິນເຊື່ອ ແລະ ຄວາມສ່ຽງຂອງຕະຫຼາດ.

ຮ່າງກົດໝາຍດັ່ງກ່າວລວມມີຂໍ້ກຳນົດທີ່ຮຽກຮ້ອງໃຫ້ທະນາຄານຕ້ອງມີທຶນຮອນ ແລະ ສະພາບຄ່ອງຕົວທີ່ພຽງພໍ. ຮ່າງກົດໝາຍຍັງຮຽກຮ້ອງໃຫ້ທະນາຄານລາຍງານກ່ຽວກັບຊັບສິນດີຈີຕອນ, ລວມທັງສະກຸນເງິນດີຈີຕອນ ເຊັ່ນ: ບິດຄອຍ ແລະ ອີເທີລຽມ, ເຊັ່ນດຽວກັນກັບກິດຈະກໍາທີ່ອາດຈະສ້າງຄວາມສ່ຽງຕໍ່ການເຕີບໂຕແບບຍືນຍົງ ເຊັ່ນ: ການສະໜອງທຶນໃຫ້ແກ່ໂຄງການເຊື້ອໄຟຟອດຊິວ. ກົດລະບຽບດັ່ງກ່າວຈະຖືກນໍາໃຊ້ນັບແຕ່ວັນທີ 1 ມັງກອນ 2025.

ທ່ານ ເອລິຊາເບັດ ສເວັນເທສສັນ ລັດຖະມົນຕີການເງິນຊູແອັດ ໃຫ້ຮູ້ວ່າ: ສະພາ ອີຢູ – ຕາງ ໜ້າ 27 ປະເທດສະມາຊິກ ແລະ ລັດຖະສະພາເອີຣົບ (EP) ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນດາລະບຽບການຂອງຂະແໜງທະນາຄານແມ່ນບາດກ້າວທີ່ສຳຄັນ ເພື່ອຊ່ວຍຮັບປະກັນໃຫ້ບັນດາທະນາຄານເອີຣົບສາມາດສືບຕໍ່ດຳເນີນທຸລະກິດ, ປະເຊີນໜ້າກັບຄວາມສ່ຽງ ແລະ ບັນດາວິກິດການທີ່ເກີດຂຶ້ນຢູ່ນອກກຸ່ມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version