Home ຂ່າວໜ້າໜຶ່ງ ກະຊວງ ອຄ ເພີ່ມທະວີສົ່ງເສີມການຜະລິດພາຍໃນເພື່ອສົ່ງອອກທົດແທນການນໍາເຂົ້າ

ກະຊວງ ອຄ ເພີ່ມທະວີສົ່ງເສີມການຜະລິດພາຍໃນເພື່ອສົ່ງອອກທົດແທນການນໍາເຂົ້າ

0

ໃນມື້ທີ 3 ຂອງການດຳເນີນກອງປະຊຸມ ສະໄໝສາ ມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດ ຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນຫລາຍບັນຫາສຳຄັນ ໂດຍສະເພາະ ນະໂຍບາຍສົ່ງເສີມສິນຄ້າຜະລິດພາຍໃນ, ມາດຕະການໃນການດຸ່ນດ່ຽງພາຍ ໃນ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ, ການຈັດຕັ້ງປະຕິ ບັດວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ, ກາງ ແລະ ການສະໜອງສິນເຊື່ອໃຫ້ແກ່ກຸ່ມ, ສະຫະກອນ ແລະ ການປະຕິບັດ ວຽກງານການຄ້າຊາຍ ແດນ ແລະ ອື່ນໆ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ຈັນສຸກ ແສງພະຈັນ ໃຫ້ຮູ້ ວ່າ: ໃນໄລຍະຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປຸກລະດົມໃຫ້ສັງຄົມ ຫັນມາຊົມໃຊ້ສິນຄ້າພາຍ ໃນ ໃຫ້ນັບມື້ຫຍຂຶ້ນ ໂດຍ ໄດ້ສະໜອງຂໍ້ມູນລາຍການສິນ ຄ້າອຸດສາຫະກໍາພາຍໃນ ທີ່ ສປປ ລາວ ສາມາດຜະລິດ ໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອແຈ້ງໃຫ້ບັນດາໂຄງການລົງທຶນ ຊົມໃຊ້ສິນຄ້າຜະລິດພາຍໃນ ແທນການນຳເຂົ້າ, ຈັດງານວາງສະແດງສິນຄ້າ ຢ່າງເປັນຂະບວນ ເປັນຕົ້ນ ງານສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ງານສີມືຫັດຖະກໍາ ແລະ ອື່ນໆ. ສຳລັບ ການສົ່ງເສີມການຜະລິດພາຍ ໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ, ໄດ້ມີການປຶກສາຫາລື ພົບປະແລກປ່ຽນກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການຜັນຂະຫຍາຍ ວຽກງານການຄຸ້ມຄອງການນຳເຂົ້າສິນຄ້າ ທີ່ພາຍໃນສາມາດຜະລິດໄດ້ ແລະ ຫລຸດຜ່ອນການສົ່ງອອກວັດຖຸດິບ ແລະ ຈັດສັນ ສະໜອງໃຫ້ແກ່ອຸດສາຫະກໍາພາຍໃນ ເພື່ອສ້າງມູນຄ່າເພີ່ມກ່ອນການສົ່ງອອກ ໂດຍສະເພາະການສະໜອງ ໃຫ້ແກ່ອຸດສາຫະກໍາທີ່ມີທ່າແຮງ ແລະ ມີໜໍ່ແໜງແລ້ວ ເຊັ່ນ: ໂຮງງານປຸງແຕ່ງມັນຕົ້ນ, ໂຮງງານປຸງແຕ່ງກາເຟ ແລະ ອື່ນໆ ລວມທັງສະໜອງວັດຖຸດິບສາລີ ໃຫ້ແກ່ການລ້ຽງງົວ (ແຂວງຊຽງຂວາງ), ການສ້າງກິດຈະກຳສົ່ງເສີມການນຳໃຊ້ ສິນຄ້າຜະລິດໄດ້ພາຍໃນ ໂດຍສະເພາະ ແມ່ນສິນຄ້າກະສິກຳ ຊຶ່ງສອງກະຊວງມີແຜນຈະຈັດງານຕະຫລາດນັດສິນຄ້າກະສິກຳ ຮ່ວມກັບທ້ອງຖິ່ນ ແລະ ທັງສອງກະຊວງ ຍັງຈະໄດ້ສືບຕໍ່ຜັນຂະ ຫຍາຍເປັນແຜນດຳເນີນງານລະອຽດຮ່ວມກັນ.

ສ່ວນ ການຊຸກຍູ້ສົ່ງເສີມບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງໃນການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳທີ່ ສປປ ລາວ ມີທ່າແຮງ ກໍໄດ້ສະໜອງທຶນກູ້ຢືມດອກເບ້ຍຕໍ່າ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງ ທາງດ້ານເຕັກນິກວິຊາ ການ ເພື່ອຍົກສູງຄຸນນະພາບການຜະລິດ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນ ສາມາດແຂ່ງຂັນໃນຕະຫລາດສາກົນ.

ສຳລັບ ວຽກງານການຊຸກຍູ້ສົ່ງເສີມ ການຜະລິດພາຍ ໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກ ໃຫ້ມີປະສິດທິຜົນ, ກະຊວງ ອຄ ຈະສືບຕໍ່ສົມທົບກັບພາກ ສ່ວນກ່ຽວຂ້ອງ ໂດຍສະເພາະທະນາຄານແຫ່ງ ສປປ ລາວ ໂດຍກຳນົດຈຸມສຸມຈັດຕັ້ງປະຕິບັດ ຄື: ຈຸດສຸມ 1 ເດືອນ ໃຫ້ສາມາດສຳເລັດ ການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງ ອອກ ແລະ ສະໜອງຂໍ້ມູນບັນຊີ/ຊຳລະ ຮັບຊຳລະ ຂອງວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງ ຕິດຕາມຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ (ຍານພາຫະນະທາງບົກ ແລະ ນ້ຳມັນເຊື້ອໄຟ); ຈຸດສຸມ 3 ເດືອນ: ໃຫ້ສາມາດສຳເລັດການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ແລະ ສະໜອງຂໍ້ມູນບັນຊີ/ຊຳລະ ຮັບຊຳລະ ຂອງວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຕິດຕາມຂອງ ກົມປູກຝັງ, ກົມລ້ຽງສັດ ແລະ ການ ປະມົງ, ກົມອາຫານ ແລະ ຢາ ເປັນຜູ້ຄຸ້ມຄອງ; ຈຸດສຸມ 6 ເດືອນ ໃຫ້ສາມາດສຳເລັດການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ແລະ ສະໜອງຂໍ້ມູນບັນຊີ/ຊຳລະ ຮັບຊຳລະ ຂອງວິສາຫະກິດທີ່ຂື້ນກັບການຄຸ້ມຄອງ ຕິດຕາມລາຍການສິນຄ້າອື່ນໆ ແລະ ໃຫ້ສຳເລັດ ການສ້າງຖານຂໍ້ມູນຜູ້ນຳເຂົ້າ ແລະ ສົ່ງອອກ ລວມສູນຢູ່ກະຊວງ ພ້ອມທັງເຊື່ອມໂຍງລະ ບົບ ກັບ ທະນາຄານ ແຫ່ງ ສປປ ລາວ ແລະ ກົມພາສີ, ກະ ຊວງການເງິນ.

ສ່ວນວຽກງານສົ່ງເສີມ ການຜະລິດເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ ຈະສືບຕໍ່ສົ່ງເສີມບັນດາຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງໃນການຜະລິດສິນຄ້າ ສະໜອງແກ່ຕະຫລາດພາຍໃນ ແລະ ສົ່ງອອກ ໂດຍການສະໜອງທຶນດອກເບ້ຍຕ່ຳ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ເພື່ອຍົກສູງຄຸນນະ ພາບ ແລະ ເຕັກນິກການຜະລິດ; ສືບຕໍ່ວຽກງານການຫັນເປັນທັນສະໄໝ ແລະ ເຊື່ອມສານຂໍ້ມູນຂອງທຸກພາກສ່ວນ ໂດຍເລີ່ມຈາກບັນດາກະຊວງເສດຖະກິດ ໃຫ້ເຂົ້າກັນເປັນຖານຂໍ້ມູນດຽວ, ຄົ້ນຄວ້າຄວາມເປັນໄປໄດ້ ໃນການຈົດທະ ບຽນຜູ້ສະໜອງຢູ່ຕ່າງປະເທດ ຂອງບາງສິນຄ້າຍຸດທະສາດເປັນຕົ້ນ ນ້ຳມັນເຊື້ອໄຟ ເພື່ອດັດສົມການນຳເຂົ້າ.

ຂະນະທີ່ ການສະໜອງສິນເຊື່ອ ໃຫ້ແກ່ຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແມ່ນສະໜອງຜ່ານທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ແຕ່ບໍ່ໄດ້ສະໜອງໃຫ້ ຈນກ ໂດຍກົງ. ປັດຈຸ ບັນແມ່ນສະໜອງຜ່ານ 8 ທະນາຄານທຸລະກິດ, 11 ສະຖາ ບັນການເງິນຈຸລະພາກ ແລະ 2 ກອງທຶນອື່ນທີ່ເປັນຄູ່ຮ່ວມສັນຍາ.

ອີກບັນຫາສໍາຄັນ, ກະຊວງ ອຄ ໄດ້ມີກົນໄກການຊຸກຍູ້, ຕິດຕາມ ແລະ ກວດກາ ຫົວໜ່ວຍທຸລະກິດທີ່ໄດ້ຮັບສິນເຊື່ອ ເພື່ອຮັບປະກັນວ່າ ການປ່ອຍເງິນຂອງທະນາຄານ ແລະ ສະຖາບັນການເງິນ ສອດຄ່ອງຕາມລະບຽບການ ແລະ ຖືກເປົ້າໝາຍສົ່ງເສີມ. ຜ່ານການລົງຕິດຕາມ ກວດກາ ແລະ ຊຸກຍູ້ ກໍພົບເຫັນກໍລະນີບໍ່ສອດຄ່ອງຈໍານວນໜຶ່ງ (ນ້ອຍໜຶ່ງ) ຊຶ່ງກໍໄດ້ຕັກເຕືອນ ແລະ ຕິດຕາມຢ່າງຮັດກຸມ ເພື່ອປ້ອງກັນບັນຫາ.

ຂ່າວ: ທະນູທອງ ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version