Home ຂ່າວພາຍໃນ ເຊັນສັນຍາຮ່ວມຮຸ້ນການສ້າງຕັ້ງ ບໍລິສັດລາວຣູສ ເທັກຄອມ ຈໍາກັດ

ເຊັນສັນຍາຮ່ວມຮຸ້ນການສ້າງຕັ້ງ ບໍລິສັດລາວຣູສ ເທັກຄອມ ຈໍາກັດ

0

ພິທີເຊັນສັນຍາຮ່ວມຮຸ້ນລະຫວ່າງລັດວິສາຫະກິດພັດທະນາກະສິກໍາ ແລະ ອຸດສາຫະກໍາບໍລິການ ແລະ ການຄ້າຂາອອກ-ຂາເຂົ້າ (ພກອ) ແລະ ບໍລິສັດ ຮວງຊະນະໄຊ ກໍ່ສ້າງ ຈໍາກັດຜູ້ດຽວ, ສ້າງຕັ້ງບໍລິສັດ ລາວ ຣຸສ ເທັກຄອມ ຈໍາກັດ ຈັດຂຶ້ນໃນວັນທີ 27 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ວັນທອງ ສິດທິກຸນ ຜູ້ອໍານວຍການລັດວິສາຫະກິດພັດທະນາກະສິກໍາ ແລະ ອຸດສາຫະກໍາບໍລິການ ແລະ ການຄ້າຂາອອກ-ຂາເຂົ້າ ກັບ ທ່ານ ຄໍານ້ອງ ຮວງຊະນະໄຊ ຜູ້ອໍານວຍການບໍລິສັດ ຮວງຊະນະໄຊ ກໍ່ສ້າງ ຈໍາກັດ ຜູ້ດຽວ ໂດຍມີ ທ່ານ ພົຕ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດ ສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຊັນສັນຍາຮ່ວມຮຸ້ນ ສ້າງຕັ້ງບໍລິສັດ ລາວຣູສ ເທັກຄອມ ຈໍາກັດ ເພື່ອດຳເນີນທຸລະກິດຮ່ວມກັບບັນ ດາບໍລິສັດຂອງສະຫະພັນລັດເຊ ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ອະດີດສະຫະພາບໂຊຫວຽດ, ປັດຈຸບັນແມ່ນສະຫະພັນລັດເຊຍ ກັບ ສປປ ລາວ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງຂຶ້ນ ແລະ ການຮ່ວມຮຸ້ນໃນຄັ້ງນີ້, ຈະໄດ້ຈັດຕັ້ງປະຕິບັດແຜນການຮ່ວມທຸລະກິດໃນດ້ານຕ່າງໆ ກັບບັນດາບໍລິ ສັດ ຂອງສະຫະພັນລັດເຊຍ ທີ່ຄາດຄະເນໄວ້ເຊັ່ນ: ຮ່ວມມືກັນທາງດ້ານການພັດທະນາ, ປຸງແຕ່ງແຮ່ທາດຄົບວົງ ຈອນ ແລະ ພະລັງງານ, ການບໍລິການນໍາເຂົ້າ-ສົ່ງອອກສິນຄ້າ ກະສິກຳ-ອຸດສາຫະກໍາ, ການພັດທະນາວຽກງານ ຂົນສົ່ງ-ໂລຈິສຕິກ, ການພັດທະນາ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝແບບຄົບວົງຈອນ.

ນອກນີ້, ການດໍາເນີນທຸລະກິດຂອງບໍລິສັດ ຈະຕ້ອງໄດ້ສ້າງສາຍພົວພັນອັນແໜ້ນແຟ້ນກັບທຸກພາກສ່ວນ ແລະ ບັນດາອົງກອນທາງສັງຄົມລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ເພື່ອຊ່ວຍສະໜັບສະໜູນເຊິ່ງກັນ ແລະ ກັນ ແນໃສ່ຍົກສູງການເພີ່ມທະວີສາຍພົວພັນທາງດ້ານເສດຖະກິດ-ເຕັກນິກ, ວັດທະນະທຳ-ສັງຄົມ ລະຫວ່າງ ສອງຊາດລາວ-ລັດເຊຍ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version