Home ສຶກສາ ວິດີໂອສຳລັບການພັດທະນາຄູ ສົ່ງເສີມການຮຽນດ້ວຍການປະຕິບັດຕົວຈິງ

ວິດີໂອສຳລັບການພັດທະນາຄູ ສົ່ງເສີມການຮຽນດ້ວຍການປະຕິບັດຕົວຈິງ

0

ເມື່ອບໍ່ດົນມານີ້, ຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ສ້າງວິດີໂອສຳລັບການພັດທະນາຄູ(ຕອນໃໝ່) ເພື່ອສະໜັບສະໜູນຄູໃນການປະຕິບັດໜ້າທີ່ຂອງຕົນ ແລະ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໃນຫ້ອງຮຽນມີສ່ວນຮ່ວມ, ພ້ອມທັງປະກອບສ່ວນໃຫ້ຄຳແນະນຳ ແລະ ຕົວຢ່າງ ຂອງວິທີການຮຽນ-ການສອນແບບໃໝ່ຢູ່ຫ້ອງຮຽນ ໃນການປະຕິ ບັດການສອນດ້ວຍຫລັກສູດສະບັບປັບປຸງໃຫ້ແກ່ຄູ ເຊິ່ງວິທີການຮຽນແບບໃໝ່ ເນັ້ນໃສ່ການຮຽນດ້ວຍການປະຕິ ບັດຕົວຈິງ ແລະ ເນັ້ນໃຫ້ນັກຮຽນມີສ່ວນຮ່ວມໃນທຸກກິດຈະກຳ ພ້ອມທັງຮຽນຮູ້ການແກ້ໄຂບັນຫາ ແລະ ການຄົ້ນຄິດແບບວິເຄາະ.

ການສ້າງວິດີໂອໃໝ່ນີ້, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ໂດຍຜ່ານແຜນງານບີຄວາ ເຊິ່ງໄດ້ຖ່າຍທຳຢູ່ໃນຫ້ອງຮຽນເຂດຫ່າງໄກສອກຫລີກ ພາຍໃນແຂວງຊຽງຂວາງ ເພື່ອສະແດງຕົວຢ່າງຕົວຈິງຂອງການປະຕິບັດເຕັກນິກດັ່ງກ່າວ. ວິດີໂອນີ້ ໄດ້ມີການແປພາສາມື ເພື່ອໃຫ້ຄູທີ່ສອນພາສາລາວດ້ວຍພາສາມືສາມາດເຂົ້າເຖິງໄດ້ຫລາຍຂຶ້ນ. ກິດຈະກຳໃນວິດີໂອ ແມ່ນເຮັດເປັນຄູ່ ແລະ ເປັນກຸ່ມ ເຊິ່ງເປັນວິທີທີ່ດີ ເພື່ອຊ່ວຍຊຸກຍູ້ການຮຽນຮູ້ ດ້ວຍການປະຕິບັດຕົວຈິງຂອງນັກຮຽນ ເນື່ອງຈາກຈະເຮັດໃຫ້ນັກຮຽນຮ່ວມມືກັນໃນກິດຈະກຳການຮຽນຮູ້ດັ່ງ ກ່າວ. ພ້ອມນີ້, ນັກຮຽນຈະໄດ້ເຮັດບົດຝຶກຫັດຮ່ວມກັນ, ໄດ້ສົນທະນາກັນ ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ, ສິ່ງເຫລົ່ານີ້ຈະຊ່ວຍໃຫ້ພວກເຂົາມີຄວາມໝັ້ນໃຈ ແລະ ພັດທະນາການເຮັດວຽກເປັນທີມ ແລະ ທັກສະການສື່ສານ. ນອກຈາກນີ້, ການເຮັດກິດຈະກຳເປັນຄູ່ ແລະ ເປັນກຸ່ມ ຍັງເປັນວິທີທີ່ດີທີ່ຈະຊຸກຍູ້ໃຫ້ມີການຊ່ວຍເຫລືອຈາກເພື່ອນ ແລະ ຊ່ວຍໃຫ້ນັກຮຽນ ຮຽນຮູ້ການເຮັດວຽກຮ່ວມກັນ ແລະ ຍັງຈະຊ່ວຍສົ່ງເສີມໃຫ້ນັກຮຽນມີທັດສະນະຄະຕິໃນແງ່ດີຕໍ່ການຮຽນຫລາຍຂຶ້ນ, ເຮັດໃຫ້ນັກຮຽນມີຜົນການຮຽນດີຂຶ້ນ.

ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ວິທີໜຶ່ງທີ່ສຳຄັນສຳລັບຄູ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ແມ່ນຜ່ານການເຮັດວຽກເປັນຄູ່ ແລະ ເປັນກຸ່ມ; ບົດຮຽນທັງໝົດໃນຫລັກສູດຊັ້ນປະຖົມສຶກສາໃໝ່ ໄດ້ລວມເອົາກິດຈະກຳທີ່ຕ້ອງໃຫ້ນັກຮຽນເຮັດວຽກເປັນຄູ່ ແລະ ກຸ່ມ.

ວິດີໂອດັ່ງກ່າວໄດ້ແນະນຳຄູ ແລະ ຄູຝຶກ ກ່ຽວກັບ 4 ຂັ້ນຕອນຫລັກຄື: ພາກທີ 1 ຂອງວິດີໂອສະແດງໃຫ້ເຫັນວິທີການຈັດ ແລະ ວາງແຜນກິດຈະກໍາການເຮັດເປັນຄູ່ ຫລື ເປັນກຸ່ມລວມທັງການກະກຽມອຸປະກອນຕ່າງໆທີ່ຈໍາເປັນ; ພາກທີ 2 ຄໍາແນະນໍາກ່ຽວກັບວິທີການສ້າງກິດຈະກໍາ ແລະ ໃຫ້ແນ່ໃຈວ່າກຸ່ມມີຄວາມສົມດູນລະຫວ່າງຍິງ-ຊາຍ ແລະ ເໝາະສົມສຳລັບເດັກທຸກຄົນ; ພາກທີ 3 ສະແດງໃຫ້ເຫັນວິທີທີ່ຄູສາມາດຕິດຕາມ ແລະ ໃຫ້ການຊ່ວຍເຫລືອນັກຮຽນ ແລະ ພາກສຸດທ້າຍ ກ່ຽວກັບກິດຈະກໍາການສົນທະນາ ແລະ ຖອດຖອນບົດຮຽນກ່ຽວກັບກິດຈະກຳທີ່ສາມາດນໍາໃຊ້ໃນຕອນທ້າຍຂອງບົດຮຽນ ເພື່ອຊຸກຍູ້ໃຫ້ນັກຮຽນບອກເລົ່າແນວຄວາມຄິດ ແລະ ສະ ທ້ອນຄືນໃຫ້ເຫັນສິ່ງທີ່ພວກເຂົາໄດ້ຮຽນຮູ້. ວິດີໂອສະແດງໃຫ້ເຫັນຕົວຢ່າງຂອງກິດຈະກໍາເປັນຄູ່ ແລະ ການເຮັດວຽກເປັນກຸ່ມ ທີ່ມີຫລາຍແບບຕ່າງກັນ ທີ່ຄູສາມາດປະຕິບັດໃນບົດຮຽນວິຊາພາສາລາວ, ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.

ວິດີໂອດັ່ງກ່າວ, ໄດ້ອອກອາກາດທາງຊ່ອງໂທລະພາບສຶກສາ Lao ESTV ທາງຊ່ອງໂທລະພາບດາວທຽວລາວແຊັດ ຊ່ອງ 8, ທາງແພລດຟອມ ຄັງປັນຍາລາວ ແລະ ຊ່ອງຢູທູບ, ວິດີໂອສໍາລັບການພັດທະນາຄູ Teacher Development Videos ປະກອບມີຫຫລາຍວິຊາຂອງຫລັກສູດສະບັບປັບປຸງໃໝ່ ແລະ ວິທີການສອນແບບໃໝ່ດ້ວຍການປະຕິບັດຕົວຈິງ. ຄູສາມາດນໍາໃຊ້ວິດີໂອເຫລົ່ານັ້ນ ເພື່ອກະກຽມບົດສອນ, ປັບປຸງວິທີການສິດສອນຂອງພວກເຂົາ ແລະ ຮຽນຮູ້ ຫລື ທົບທວນຄືນເຕັກນິກໃດໜຶ່ງສະເພາະ. ພ້ອມນີ້, ຄູຍັງສາມາດເປີດຟາຍສຽງ, ເພງ ແລະ ບົດເລື່ອງພາສາອັງກິດໃຫ້ນັກຮຽນຟັງໃນຫ້ອງຮຽນໄດ້.

ສາມາດຮັບຊົມວິດີໂອທາງລິ້ງ: https://www.youtube.com/watch?v=T0e7_KA4CzA

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version