Home ຂ່າວພາຍໃນ ລັດຖະມົນຕີປະຈຳສຳນັກງານນາຍົກ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຢູ່ແຂວງຈຳປາສັກ

ລັດຖະມົນຕີປະຈຳສຳນັກງານນາຍົກ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຢູ່ແຂວງຈຳປາສັກ

0

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະໄດ້ລົງມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ເມື່ອບໍ່ດົນມານີ້, ໂດຍສະເພາະແມ່ນ ກ່ຽວກັບການຈັດຕັ້ງປະຕິບັດບັນດານິຕິກຳທີ່ລັດຖະບານ ຊຸດທີ 9 ວາງອອກ ຊຶ່ງຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ແຂວງຈໍາປາສັກ ໃນໄລຍະຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີບັນດາການນຳຂອງແຂວງ, ພະແນກການ, ຂະແໜງ ການກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານຮອງເຈົ້າແຂວງຈຳປາສັກ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ ເຖິງວ່າຈະມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາລາຄານໍ້າມັນແພງ, ເງິນກີບອ່ອນຄ່າ, ໄພເງິນເຟີ້ສູງ ແລະ ອື່ນໆ ແຕ່ຄະນະພັກ, ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ, ໂດຍສະເພາະ ໃນປີ 2022 ຜ່ານມາ ການພັດທະນາເສດຖະກິດຂອງແຂວງມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ລວມຍອດຜະລິດຕະພັນພາບໃນປະຕິບັດໄດ້ 30.362,8 ຕື້ກີບ, ປະຕິບັດໄດ້ລື່ນແຜນ 28,3% (ຕາມແຜນ 23.670,34 ຕື້ກັບ), ອັດຕາການຂະຫຍາຍຕົວຢູ່ໃນລະດັບ 5,95%, ສະເລ່ຍຕໍ່ຫົວຄົນໄດ້ 2.774 ໂດລາຕໍ່ຄົນ ຫຼື ເທົ່າກັບ 39,9 ລ້ານກີບ/ຕໍ່ຄົນ/ປີ (ແຜນ 3.134 ໂດລາ).

ການຈັດເກັບລາຍຮັບງົບປະມານ ບັນລຸໄດ້ 1.841,24 ຕື້ກີບ, ປະຕິບັດໄດ້ລື່ນແຜນ 15,79%, ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 718,71 ຕື້ກີບ ເທົ່າກັບ 98,92% ຂອງແຜນປີ; ດຸ່ນດ່ຽງງົບປະມານພູດທ້ອງຖິ່ນ ສາມາດຈັດເກັບລາຍຮັບໄດ້ 842,03 ຕື້ກີບ ແລະ ປະຕິບັດລາຍຈ່າຍໄດ້ 718,71 ຕື້ກີບ, ເຮັດໃຫ້ແຂວງມີຄວາມສາມາດເກີນດຸນ 123,32 ຕື້ກີບ, ການຜະລິດເປັນສິນຄ້າ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ, ມູນຄ່າການສົ່ງອອກບັນລຸໄດ້ 403 ກວ່າລ້ານໂດລາ ແລະ ການນໍາເຂົ້າ ບັນລຸໄດ້ 340 ກວ່າລ້ານໂດລາ ເຮັດໃຫ້ແຂວງເກີນດຸນການຄ້າ 63 ກວ່າລ້ານ.

ນອກຈາກນີ້ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ສາມາດປະຕິບັດໄດ້ດີ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 3 ເດືອນຕົ້ນປີ 2023 ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 10.181,95 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 30,6% (ແຜນ 33.210,65 ຕື້ກີບ), ໂຄງປະກອບເສດຖະກິດຂະແໜງກະສິກໍາ-ປ່າໄມ້ ກວມເອົາ 43,82%, ຂະ ແໜງອຸດສາຫະກໍາ ກວມເອົາ 13,89% ແລະ ຂະແໜງບໍລິການ ກວມ 42,29% ຂອງ GDP.

ໃນໂອກາດນີ້, ທ່ານລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ອົງການປົກຄອງແຂວງ ຈຳປາສັກ ຕ້ອງໄດ້ເພີ່ມທະວີ ປະສານສົມທົບກັນຢ່າງໃກ້ຊິດ ໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໂດຍການເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກໍາຂອງລັດຖະບານ ໃຫ້ໄດ້ຮັບຜົນສຳເລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມດຽວກັນນີ້, ກໍສືບຕໍ່ນໍາໃຊ້ທ່າແຮງທີ່ມີຢູ່ ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໃຫ້ເຂົ້າສູ່ລວງເລິກຮອບດ້ານ ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ຂອງຜະລິດຕະພັນ ແລະ ການບໍລິການ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງດີຂຶ້ນເທື່ອລະກ້າວ, ສາມາດສ້າງລາຍຮັບໃຫ້ແຂວງ ກໍຄືລັດຖະ ບານຫຼາຍຂຶ້ນ.

ຂ່າວ-ພາບ: ທັດຊະນະ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version