Home ຂ່າວພາຍໃນ ທົ່ວໂລກມີຜູ້ເສຍຊີວິດເຖິງ 8 ລ້ານຄົນ ຍ້ອນສູບຢາ

ທົ່ວໂລກມີຜູ້ເສຍຊີວິດເຖິງ 8 ລ້ານຄົນ ຍ້ອນສູບຢາ

0

ຢາສູບ, ຄວັນຢາສູບເຮັດໃຫ້ຄົນພິການ ແລະ ເສຍຊີວິດໃນແຕ່ລະປີ ຊຶ່ງທົ່ວໂລກມີຜູ້ເສຍຊີວິດເຖິງ 8 ລ້ານຄົນ ຍ້ອນສູບຢາ ແລະ ຫຼາຍກວ່າ 800.000 ຄົນເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການໄດ້ຮັບຄວັນຢາສູບຄົນອື່ນ. ຂໍ້ມູນຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ການຕະຫຼາດແບບໃໝ່ຂອງຢາສູບມີເຫຼ່ຫຼ່ຽມເລິກແລບຫຼາຍ, ເຂົາເລັ່ງເປົ້າໝາຍຢາສູບໃສ່ເດັກ ແລະ ໄວໜຸ່ມ ເພື່ອກໍໃຫ້ເກີດການເສບຕິດນິໂຄຕິນ ແລະ ຍັງໃຫ້ຂໍ້ມູນທີ່ເຮັດໃຫ້ເດັກສັບສົນ ເຂົ້າໃຈຜິດວ່າ: ຢາສູບ ໃໝ່ (ຢາສູບໄຟຟ້າ) ອາດບໍ່ມີສ່ວນປະກອບຂອງຢາສູບ, ສູບແລ້ວອາດບໍ່ຕິດ, ບໍ່ສົ່ງຜົນຮ້າຍຕໍ່ສຸຂະ ພາບ ແລະ ທີ່ສໍາຄັນຍັງສວຍໂອກາດໃນໄລຍະທີ່ຍັງບໍ່ມີຜົນການສຶກສາຄົ້ນຄວ້າ ຜົນກະທົບຕໍ່ສຸຂະ ພາບໄລຍະຍາວ ທັງຕົວະຍົວະເດັກ ແລະ ໄວໜຸ່ມ. ປັດຈຸບັນ ຢາສູບໄດ້ມີການອອກແບບ “ອຸປະ ກອນ” ການສູບໃຫ້ທັນສະໄໝ ຕິດພັນກັບເຕັກໂນໂລຊີ ໂດຍເລັງເປົ້າໝາຍໃສ່ເດັກ ແລະ ໄວໜຸ່ມ ເພື່ອໃຫ້ເຂົ້າສູ່ວົງຈອນການເສບຕິດນິໂຄຕິນ ໂດຍຕົວະໃຫ້ເດັກ-ໄວໜຸ່ມ ສົນໃຈຢາກລອງ ແລະ ຫຼົງ ໄຫຼ ຕໍ່ການໃຊ້ “ອຸປະກອນການສູບ” ທີ່ນໍາສະໄໝທີ່ພັດທະນາຮູບແບບໃໝ່ອອກມາເລື້ອຍໆເຊັ່ນ: ມີ ຮູບຮ່າງຄືບິກ, ປາກກາ, USB ແລະ ຮູບແບບອື່ນໆ ແລະ ມີລົດຊາດ, ກິ່ນ ເພື່ອດຶງດູດຄົນຮຸ່ນໃໝ່.

ປັດຈຸບັນມີຢາສູບໄຟຟ້າວາງຈໍາໜ່າຍກວ່າ 430 ຍີ່ຫໍ້ ແລະ ມີນໍ້າຢາເຕີມ ຫຼາຍກວ່າ 15.000 ຊະນິດໃຫ້ເລືອກ, ຂາຍທາງອອນລາຍ ຊຶ່ງມີສານປຸງແຕ່ງກິ່ນ, ລົດຊາດ, ຂອງຢາສູບໄຟຟ້າ ມີທັງໝົດ 16.000 ຊະນິດ ທັງຕົວະຍົວະເດັກນ້ອຍ ແລະ ເຍົາວະຊົນ, ໄວໜຸ່ມຈໍານວນຫຼາຍ ມີຄວາມເຂົ້າໃຈຜິດວ່າ: ຢາສູບໄຟ້ຟາ ບໍ່ເປັນອັນຕະລາຍ, ມັນເປັນພຽງລະອອງອາຍນໍ້າ. ຄວາມຈິງ ລະອອງອາຍນໍ້າຢາສູບໄຟຟ້າ ມີຝຸ່ນຂະໜາດນ້ອຍ PM 1.0 ແລະ PM 2.5 ຈໍານວນຫຼາຍ ແລະ ມີສານເຄມີທີ່ເປັນອັນຕະລາຍເຊັ່ນ: ຟອກໂມນ, ອາຄຣໍລີນ ລວມທັງໂລຫະໜັກທີ່ເປັນພິດ ເຊັ່ນ: ຄໍາຂາວ, ຊືນ ແລະ ກົ່ວ; ຢາສູບໄຟຟ້າມີ ນິໂຄຕິນ ແລະ ຜົນການຄົ້ນຄວ້າຍັງຢັ້ງຢືນວ່າ: ຢາສູບໄຟຟ້າຊະນິດບໍ່ມີນິໂຄຕິນ ຍັງມີສານອື່ນທີ່ສົ່ງຜົນຮ້າຍຕໍ່ປອດ, ຫົວໃຈ ແລະ ເສັ້ນເລືອດ; ການໄດ້ຮັບນິໂຄຕິນໃນໄວໜຸ່ມ ສາມາດຂັດຕໍ່ພັດທະນາການຂອງສະໝອງ ແລະ ສົ່ງຜົນໃນໄລຍະຍາວໄດ້ເຊັ່ນ: ເຮັດໃຫ້ອາລົມປ່ຽນແປງໄປມາໄດ້ງ່າຍ ແລະ ຍັງມີຄວາມຜິດປົກກະຕິທາງອາລົມ; ມີສານທີ່ໃຫ້ກິ່ນຫອມທີ່ເກີດຈາກສານເຄມີປຸງແຕ່ງ, ເມື່ອຫາຍໃຈເຂົ້າປອດ ໂດຍສະເພາະສານ polylene glycol (PG) ແລະ Vegetable Glycerin (VG) ຊຶ່ງເປັນສານທີ່ບັນຈຸໄຂມັນເມື່ອເຊວເນື້ອເຍື້ອປອດອັ່ງໄປດ້ວຍໄຂມັນ ຈະບໍ່ສາມາດແລກປ່ຽນອົກຊີແຊນໄດ້ຕາມປົກປະຕິ; ການສູບຢາສູບໄຟຟ້າສະໝອງຈະໄດ້ຮັບນິໂຄຕິນ ພາຍໃນ 10 ວິນາທີ, ສະໝອງຂອງໄວໜຸ່ມຢູ່ໃນລະຫວ່າງ ການພັດທະນາ ເຮັດໃຫ້ເສບຕິດນິໂຄຕິນໄດ້ງ່າຍ. ພ້ອມນັ້ນ, ໄວໜຸ່ມສູບຢາສູບໄຟຟ້າ ຈະມີການທົດລອງສູບຢາສູບທໍາມະດາ ຫຼື ສານເສບຕິດຊະນິດອື່ນເພີ່ມຂຶ້ນ.

ອົງການອະນາໄມໂລກ ລາຍງານວ່າ: ທົ່ວໂລກມີຜູ້ສູບຢາປະມານ 1,1 ຕື້ຄົນ. ນອກຈາກນີ້ ຍັງພົບວ່າ: ເດັກ ແລະ ໄວໜຸ່ມ ຈຳນວນຫຼວງຫຼາຍ ລິເລີ່ມສູບຢາສູບໄຟຟ້າ ໄປພ້ອມໆກັບຢາສູບໂຮງງານ ເຮັດໃຫ້ຜົນຮ້າຍທີ່ມີຕໍ່ສຸຂະພາບແມ່ນທະວີຄູນເປັນຫຼາຍເທົ່າ. ໃນນັ້ນ, ຢາສູບໄຟຟ້າ ມີຄວາມອັນຕະລາຍຫຼາຍກວ່າຢາສູບທໍາມະດາ ຍ້ອນການເສບນິໂກຕິນສົດໆ (ເດັກສູບຢາທໍາມະດາ 70% ຕິດໄປຕະຫຼອດຊີວິດ, ການສູບຢາສູບໄຟຟ້າເກືອບ 100% ຈະຕິດນິໂກຕິນໄປຕະຫຼອດຊີວິດ); ເຮັດໃຫ້ຄົນໃນໂລກນີ້ ຕິດນິໂກຕິນເພີ່ມຂຶ້ນ, ທັງທີ່ອັດຕາການສູບຢາທໍາມະດາ ໃນທົ່ວໂລກນັບມື້ນັບຫຼຸດລົງ. ໃນນັ້ນ, ຜູ້ສູບຢາສູບໄຟຟ້າ ແລະ ສູບຢາທໍາມະດາຢູ່ແລ້ວ ຍັງມີຄວາມສ່ຽງທີ່ຈະເສບຕິດນິໂກຕິນຈາກຢາສູບໄຟຟ້າໄປຕະຫຼອດຊີວິດ, ສ່ຽງທີ່ຈະພັດທະນາຕໍ່ໄປສູບຢາທຳມະດາ 2-4 ເທົ່າ ແລະ ສ່ຽງທີ່ຈະນຳໄປສູ່ການຕິດສິ່ງເສບຕິດທີ່ຮ້າຍແຮງຊະນິດອື່ນໆໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version