Home ຂ່າວກິລາ 11 ປະເທດ ທີ່ເປັນສະມາຊິກອາຊຽນ ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 12

11 ປະເທດ ທີ່ເປັນສະມາຊິກອາຊຽນ ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 12

0

ທຸງຊາດ 11 ປະເທດ ທີ່ເປັນສະມາຊິກອາຊຽນ ໄດ້ຖືກເຊີນຂຶ້ນສູ່ຍອດເສົາ ຢ່າງເປັນທາງການ ໃນງານແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ 2023 ທີ່ຣາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023 ນີ້, ນໍາພານັກກິລາເຂົ້າຮ່ວມແຂ່ງຂັນ ໂດຍນທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ຫຼື ຄພລ, ໂດຍສະເພາະທຸງຊາດລາວ ຖືກເຊີນຂຶ້ນເປັນອັນດັບທີ 4 ຮອງຈາກ ອິນໂດເນເຊຍ, ກຳປູເຈຍ ແລະ ບຣູໄນ ຊຶ່ງເຮັດໃຫ້ບັນຍາກາດໃນການຮ້ອງເພງຊາດລາວ ຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ເຕັມໄປດ້ວຍຄວາມພາກພູມໃຈຂອງຊາດລາວ .

ການແຂ່ງຂັນງານກິລາອາຊຽນ ພາຣາເກມ ຄັ້ງນີ້ ມີ 11 ຊາດ ໃນອາຊຽນ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 2.692 ຄົນ ໃນນັ້ນ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມ 89 ຄົນ, ບຣູໄນ 32 ຄົນ, ອິນໂດເນເຊຍ 580 ຄົນ, ມາເລເຊຍ 290 ຄົນ, ມຽນມາ 131 ຄົນ, ຟີລິບປິນ 272 ຄົນ, ສິງກະໂປ 131 ຄົນ, ໄທ 629 ຄົນ, ຫວຽດນາມ 164 ຄົນ, ຕິມໍ ເລັດເຕ 31 ຄົນ ແລະ ເຈົ້າພາບ ກຳປູເຈຍ 343 ຄົນ. ມີການຊີງໄຊທັງໝົດ 14 ປະເພດກິລາ ປະກອບມີ ກິລາບານສົ່ງນັ່ງ, ປິ່ງປ່ອງ, ຢູໂດ, ອີ-ສະປອດ, ໝາກເສິກ, ດອກປີກໄກ່, ບານເຕະຄົນພິການທາງສະໝອງ (7 ຮັບ 1), ບານເຕະຄົນພິການຕາ (4 ຮັບ 1), ໂກນບານ, ບັອດເຊຍ, ບານບ້ວງລໍ້ເລື່ອນ, ລອຍນໍ້າ, ຍົກນໍ້າໜັກ ແລະ ແລ່ນ-ລານ.

ສະເພາະ ສປປ ລາວ ແມ່ນສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 89 ຄົນ ຍິງ 36 ຄົນ ຈາກທັງໝົດ 7 ປະເພດກິລາ ຄື: ບານເຕະຄົນພິການຕາ (4 ຮັບ 1), ໂກນບານ, ບັອດເຊຍ, ບານບ້ວງລໍ້ເລື່ອນ, ລອຍນໍ້າ, ຍົກນໍ້າໜັກ ແລະ ແລ່ນ-ລານ.

ການແຂ່ງຂັນກິລາປະເພດຕ່າງໆມີດັ່ງນີ້: ການແຂ່ງຂັນກິລາເຕະບານ ຄົນພິການຕາ ງານກິລາອາຊຽນພາຣາເກມ ມີ 4 ຊາດ ເຂົ້າຮ່ວມ ປະກອບມີ ສປປ ລາວ, ໄທ, ມາເລເຊຍ ແລະ ເຈົ້າພາບ ກຳປູເຈຍ ທັງ 4 ຊາດດັ່ງກ່າວ ຈັດເປັນກຸ່ມດຽວ ແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ໄປຊີງຫຼຽນຄຳ ແລະ ທີ 3 ໄປຊີງຫຼຽນທອງ.

ຜົນງານນັດທຳອິດ ຂອງນັກກິລາຄົນພິການຕາທີມຊາດລາວ ສາມາດ ເອົາຊະນະ ກຳປູເຈຍ ເຈົ້າພາບ ໄປແບບຂາດຮອຍ 3-0 ປະຕູ ເກັບ 3 ຄະແນນ ນັດທຳອິດ.

ສຳລັບການແຂ່ງຂັນກິລາຍົກນໍ້າໜັກ ມີການຊີງໄຊທັງໝົດ 38 ລາຍການ ສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 3 ຄົນ ຈາກ 6 ລາຍການ ກໍຄື ນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກ 41 ກິໂລກຣາມຍິງ, ທ້າວ ເອື້ອຍ ສີມາຍ ຮຸ່ນນໍ້າໜັກ 54 ກິໂລກຣາມຊາຍ ແລະ ທ້າວ ເປ້ຍ ລາວພັກດີ ຮຸ່ນນໍ້າໜັກ 49 ກິໂລກຣາມຊາຍ ທັງ 3 ຄົນ ໄດ້ລົງແຂ່ງຂັນໃນມື້ດຽວກັນ ໂດຍສະເພາະແມ່ນ ນາງ ລັດສະໝີ ສີປະເສີດ ອີກໜຶ່ງຄວາມຫວັງຫຼຽນຂອງທັບນັກກິລາຍົກນໍ້າຄົນພິການລາວ ກໍເຮັດໃຫ້ບໍ່ຜິດຫວັງ ສາມາດຍາດໄດ້ 1 ຫຼຽນເງິນ ຮຸ່ນນໍ້າໜັກ 41 ກິໂລກຣາມຍິງ ຂະນະທີ່ ຫຼຽນທອງ ຫຼຽນທີ 2 ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ.

ຂ່າວ-ພາບ: ສົງການ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version