Home ຂ່າວພາຍໃນ ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ

0

ໂດຍຕອບສະໜອງຕາມຄຳເຊີນ ຄະນະສັນຕິພາບແລະສາມັກຄີ ຂອງລາວ, ຄະນະຜູ້ແທນກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ນໍາໂດຍ ສະຫາຍ ຊູ ຈຽງກົ໋ວ, ເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 26-30 ພຶດສະພາ 2023.

ໃນວັນທີ 30 ພຶດສະພາ 2023 ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສົມມາດ ພົລເສນາ, ກໍາມະການ ສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ. ສະຫາຍ ສົມມາດ ພົລເສນາ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານຕາມທິດສີ່ດີ ແລະ ຄູ່ຮ່ວມຊະຕາກໍາ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ. ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືລະ ຫວ່າງສອງອົງການຈັດຕັ້ງສັນຕິພາບ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ເປັນຕົ້ນແມ່ນການພັັດທະນາພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ ແລະ ມະນຸດສະທໍາ. ຄະນະສັນຕິ ພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໄດ້ພົວພັນຮ່ວມມືກັນແຕ່ປີ 2012 ເປັນຕົ້ນມາ. ນັບແຕ່ນັ້ນເປັນຕົ້ນມາສອງຝ່າຍ ພົວພັນຮ່ວມມືກັນຢ່າງເປັນປົກກະຕິ ແລະ ໄດ້ຮ່ວມກັນສ້າງ ໂຮງຮຽນປະຖົມ ແລະ ມັດທະຍົມແລ້ວຈໍານວນ 12 ຫຼັງ, ຊ່ວຍເຫຼືອອຸປະກອນການຮຽນການສອນ, ອຸປະກອນການ ແພດໄລຍະການລະບາດ ຂອງພະຍາດໂຄວິດ 19 ລວມມູນຄ່າການຊ່ວຍເຫຼືອໃນໄລຍະຜ່ານມາ 3,500,000 ກວ່າ ໂດລາສະຫະລັດ ແລະ ໄລຍະປີ 2023-2025 ກອງທຶນຈີນເພື່ອສັນຕິພາບ ແລະ ການພັັດທະນາ ຍັງຈະໃຫ້ການຊ່ວຍ ເຫຼືອງົບປະມານອີກ 1,360,000 ໂດລາສະຫະລັດ.

ໃນການຢ້ຽມຢາມຄັ້ງນີ້ ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຂັນທະລີ ສິຣິພົງພັນ, ຮອງ ຮອງລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ, ເຂົ້າຮ່ວມພິທີວາງສີລາເລີກໂຄງການ ກໍ່ສ້າງໂຮງຮຽນປະຖົມ 5 ຫຼັງໃນ 3 ແຂວງ(ສະຫວັນນະເຂດ, ສາລະວັນ ແລະ ໄຊຍະບູລີ), ເຊິ່ງເປັນໂຄງການທີ່ພວມກໍາລັງດໍາເນີນການໃນປະຈຸບັນ; ແລະ ຢ້ຽມຢາມໂຮງຮຽນປະຖົມສົມບູນບ້ານໜອງປີງ, ເມືອງຈັນທະບູລີ(2013), ໂຮງຮຽນມັດທະຍົມຕົ້ນບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (2019) ແລະ ໂຮງຮຽນມັດທະຍົມສົມບູນພອນໄຊ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ (2016), ເຊິ່ງເປັນໂຮງຮຽນທີ່ສ້າງສໍາເລັດແລ້ວໂດຍການພົວພັນຮ່ວມມືລະຫວ່າງ ຄະນະສັນຕິ ພາບ ແລະ ສາມັກຄີ ຂອງ ລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version