Home ຂ່າວພາຍໃນ ມອບໃບອະນຸຍາດ ເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວ

ມອບໃບອະນຸຍາດ ເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວ

0

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ສະພາຄຸ້ມຄອງວິຊາຊີບປິ່ນປົວ, ກະຊວງສາທາລະນະສຸກ ຮ່ວມກັບພະແນກສາທາລະນະສຸກ ແຂວງໄຊສົມບູນ ຈັດພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ແຂວງ ໄຊສົມບູນ ຈຳນວນ 81 ທ່ານ ໃນນີ້, ມີທ່ານໝໍຊັ້ນປະລິນຍາຕີຂຶ້ນໄປ 61 ທ່ານ, ທັນຕະແພດຊັ້ນປະລິນຍາຕີຂຶ້ນໄປ 12 ທ່ານ, ພະຍາບານຊັ້ນສູງຂຶ້ນໄປ 7 ທ່ານ ແລະ ຜະດຸງຄັນຊັ້ນສູງຂຶ້ນໄປ 1 ທ່ານ ໃນທ້າຍອາທິດຜ່ານມາ ທີ່ເມືອງອະນຸວົງ ໂດຍການເປັນປະທານ ຂອງທ່ານ ດຣ. ຈັນເພັງ ທໍາມະວົງ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ແລະ ທ່ານ ດຣ. ລີເຢີ ໄຊຍະຊ້າງ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃນຄັ້ງນີ້ ມີອາຍຸການ 5 ປີ, ພາຍຫລັງໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍັງຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫລອດເວລາ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ເພື່ອເປັນເງື່ອນໄຂ ໃນການຄົ້ນຄວ້າຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດດັ່ງກ່າວ ໃນທຸກໆ 5 ປີ.

ໂອກາດນີ້, ທ່ານ ດຣ. ຈັນເພັງ ທໍາມະວົງ ໄດ້ແນະນໍາຈັນຍາບັນ, ຂອບເຂດການປະຕິບັດງານ ແລະ ມາດຕະຖານການປະຕິບັດງານ ຂອງວິຊາຊີບທ່ານໝໍ, ທັນຕະແພດ ແລະ ພະຍາບານ-ຜະດຸງຄັນ ໃຫ້ຜູ້ເຂົ້າຮ່ວມພິທີ ແລະ ຜູ້ປະກອບວິຊາຊີບປິ່ນປົວ ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃນຄັ້ງນີ້ໄດ້ຮັບຮູ້ ເພື່ອເຮັດໃຫ້ທຸກຄົນທີ່ໄດ້ຮັບໃບອະນຸຍາດ ແລະ ໄດ້ຂຶ້ນທະບຽນແລ້ວ ສາມາດເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຕາມສິດ, ໜ້າທີ່, ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານຂອງຕົນ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ ໂດຍຕອບສະໜອງໄດ້ຕາມນະໂຍບາຍ ການບໍລິການ 5 ດີ 1 ພໍໃຈ ຂອງໂຮງໝໍ ທີ່ກະຊວງສາທາລະນະສຸກວາງອອກ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ໃຫ້ໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງປະເທດຊາດ.

ຂ່າວ-ພາບ: ວຽງໃຈ ຄຳມະນີວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version