Home ຂ່າວການເມືອງ ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດແຫ່ງມາເລເຊຍ ປະຈໍາລາວຄົນໃໝ່

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດແຫ່ງມາເລເຊຍ ປະຈໍາລາວຄົນໃໝ່

0

ໃນວັນທີ 2 ມິຖຸນາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ທີ່ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍທີ່ ທ່ານ ແອດີ ອີວານ ບິນ ມາມູດ ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນວ່າທ່ານຈະເປັນຂົວຕໍ່ທີ່ດີ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

ທ່ານ ແອດີ ອີວານ ບິນ ມາມູດ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດທີ່ຖືກແຕ່ງຕັ້ງມາເປັນທູດປະຈໍາ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາ ມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມືສອງຝ່າຍ ລາວ ແລະ ມາເລເຊຍ ໄດ້ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version