Saturday, May 18, 2024
Homeຂ່າວຕ່າງປະເທດການໃສ່ຮ້າຍປ້າຍສີບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມຂອງປະຊາຊົນລາວ ໂດຍຜ່ານທາງລົດໄຟ ຈີນ-ລາວ

ການໃສ່ຮ້າຍປ້າຍສີບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມຂອງປະຊາຊົນລາວ ໂດຍຜ່ານທາງລົດໄຟ ຈີນ-ລາວ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕາເວັນຕົກ ໄດ້ຊອກຫາທຸກວິທີເພື່ອໃສ່ຮ້າຍປ້າຍສີທາງລົດໄຟ ຈີນ-ລາວ ຈົນສຸດຄວາມ ສາມາດ ແລະ ໄດ້ເປີດປ່າວບັນຫາກັບດັກໜີ້ສິນມາໂດຍຕະຫລອດ.

ຂ່າວສານອາເປຂອງອາເມຣິກາ ເຄີຍລາຍງານຂ່າວວ່າ ເສັ້ນທາງສາຍນີ້ໄດ້ ເຮັດໃຫ້ປະເທດລາວ ຜະເຊີນກັບຄວາມສ່ຽງດ້ານໜີ້ສິນໃຫຍ່ປານໜ່ວຍພູ ແລະ ລາວ ຈະອີງອາໄສປະເທດຈີນ ໃນດ້ານເສດຖະກິດນັບມື້ນັບຫລາຍຂຶ້ນ. ນອກນີ້, ຂ່າວສານຝຣັ່ງ ຍັງໄດ້ພັນລະນາທາງລົດໄຟ ຈີນ-ລາວ ເປັນຄືຊ້າງ ເຜືອກ ເຊິ່ງໝາຍຄວາມວ່າ: ການລົງທຶນອັນມະຫາສານໃນດ້ານພື້ນຖານ ໂຄງລ່າງແບບນີ້ອາດຈະບໍ່ມີບົດບາດຫຍັງເລີຍ.

ຕາມຂ່າວແຈ້ງຫວ່າງມໍ່ໆມານີ້ວ່າ: ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ “ຮູ້ສຶກພູມໃຈ” ຕໍ່ທາງລົດໄຟ ຈີນ-ລາວ, ຍ້ອນວ່າທາງລົດໄຟສາຍທຳອິດຂອງປະເທດລາວສາຍນີ້ ໄດ້ເພີ່ມ ພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດຂອງລາວ. ກຸ່ມຄົນ: ທາງລົດໄຟ ຈີນ-ລາວ ມີຄວາມໝາຍສຳຄັນໃນການຫັນປະເທດ ລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍມາເປັນປະເທດເຊື່ອມໂຍງ ເຊື່ອມຈອດຂອງພາກພື້ນ. ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ອັນທີ່ເອີ້ນວ່າຖ້ອຍຄຳ ກັບດັກໜີ້ສິນ ໂດຍ ກ່າວຢ່າງຈະແຈ້ງວ່ານີ້ບໍ່ແມ່ນສະພາບຕົວຈິງທີ່ປະເທດລາວ ຜະເຊີນໜີ້ສິນ ຂອງລາວໃນປັດຈຸບັນ ມີຈຳນວນບໍ່ຫລາຍ ແລະຄວບຄຸມໄວ້ໄດ້, ລາວ ກໍໄດ້ ຄິດໄລ່ຕໍ່ການຊຳລະໜີ້ສິນຢ່າງລະອຽດກ່ອນການກູ້ຢືມເງິນ.

ພວກເຮົາມາເວົ້າກ່ຽວກັບທາງລົດໄຟສາຍນີ້ໄດ້ປ່ຽນແປງຊາຕາກຳ ຂອງລາວ ໄດ້ຄືແນວໃດ: ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ການຄົມມະນາຄົມກັບຕ່າງປະເທດຖືກຈຳກັດຫລາຍ, ແຕ່ຄຽງຄູ່ກັບການ ເປີດນຳໃຊ້ທາງລົດໄຟ ຈີນ-ລາວ, ປະຫວັດສາດດ້ານການຄົມມະນາຄົມ ຂອງປະເທດລາວ ຖືກປ່ຽນແປງຢ່າງເຖິງຖອງ. ທາງລົດໄຟສາຍນີ້ໄດ້ສ້າງ ຕຳແໜ່ງງານຫລາຍກວ່າ 110.000 ຕຳແໜ່ງໃຫ້ແກ່ປະຊາຊົນລຽບຕາມ ທາງລົດໄຟ ຍັງບໍ່ລວມໂອກາດດ້ານເຮັດວຽກງານທຳທີ່ໄດ້ມາຈາກການ ຈໍລະຈອນສິນຄ້າ. ນັບແຕ່ການເປີດນຳໃຊ້ທາງລົດໄຟ ຈີນ-ລາວ ປີປາຍ ເປັນຕົ້ນມາ, ປະເພດສິນຄ້າທີ່ຂົນສົ່ງຕາມທາງລົດໄຟ ຈີນ-ລາວ ໄດ້ຈາກ 10 ກວ່າປະເພດ ໃນໄລຍະຕົ້ນເພີ່ມຂຶ້ນເປັນ 2.000 ກວ່າປະເພດໃນປັດຈຸບັນ, ສິນຄ້າລາວ ແລະໄທ ທີ່ສົ່ງອອກຕໍ່ຈີນ ໂດຍຜ່ານທາງລົດໄຟ ຈີນ-ລາວ ໄດ້ບັນລຸເຖິງ 3,26 ລ້ານໂຕນ, ສິນຄ້າຂອງຫລາຍປະເທດອາຊຽນ ເຊັ່ນ: ມຽນມາ, ມາເລເຊຍ ແລະຫວຽດນາມ ເປັນຕົ້ນກໍໄດ້ຖືກຂົນສົ່ງຜ່ານ ທາງລົດໄຟສາຍນີ້ເຊັ່ນກັນ. ນັບມາຮອດປັດຈຸບັນ, ທາງລົດໄຟ ຈີນ-ລາວ ຕອນພາຍໃນປະເທດລາວ ໄດ້ຂົນສົ່ງຜູ້ໂດຍສານ 2,45 ລ້ານເທື່ອຄົນ ແລະໄດ້ຍຶດໝັ້ນໃຊ້ລົດໄຟຄວາມໄວທຳມະດາທີ່ມີລາຄາຖືກ ແລະຈອດ ທຸກສະຖານີ ເພື່ອຮັບປະກັນຄວາມຕ້ອງການດ້ານການອອກເດີນທາງ ຂອງປະຊາຊົນທ້ອງຖິ່ນທີ່ລຽບຕາມທາງລົດໄຟ. ຍ້ອນທາງລົດໄຟສາຍນີ້, ຊາວໜຸ່ມເຂດພູດອຍທາງພາກເໜືອຂອງລາວ ໄດ້ເດີນອອກຈາກ ບ້ານເກີດທີ່ຢູ່ເຂດຫ່າງໄກສອກຫລີກເພື່ອເປີດກວ້າງສາຍຕາ ແລະສ້າງ ອະນາຄົດທີ່ດີງາມຂອງຕົນ. ພວກເຮົາຈະຄາດຄະເນຜົນປະໂຫຍດຂອງ ທາງລົດໄຟສາຍນີ້ໄດ້ຍາກ, ໄທ ແລະ ມຽນມາ ກໍຮູ້ສຶກດີໃຈນຳທີ່ປະເທດລາວ ມີທາງລົດໄຟສາຍນີ້.

ນີ້ແມ່ນທາງລົດໄຟ ຈີນ-ລາວ ໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາ ຊົນລຽບຕາມທາງລົດໄຟ, ຈະເປັນກັບດັກໜີ້ສິນໄດ້ຄືແນວໃດ? ເປັນຫຍັງ ຈິ່ງວ່າ ບໍ່ມີຜົນປະໂຫຍດຫຍັງ? ໂລກຕາເວັນຕົກບໍ່ຢາກເວົ້າເຖິງທາງລົດໄຟ ສາຍນີ້ໄດ້ສ້າງຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດຂອງຈີນ ແລະ ລາວ ກໍຄືປະເທດໃນພາກພື້ນນີ້, ພັດຢາກໃສ່ຮ້າຍປ້າຍສີການພັດທະນາ ຂອງຈີນ ແລະ ລາວ ກໍຄືປະເທດໃນພາກພື້ນນີ້ດ້ວຍຄວາມລຳອຽງ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ, ນັກຮຽນຊັ້ນປະຖົມລາວ 100 ຄົນ ໄດ້ຂີ່ຂະບວນລົດໄຟຕາມທາງລົດໄຟ ຈີນ-ລາວ ແລ້ວເດີນທາງມາ ເຖິງນະຄອນຄຸນໝິງ ສປ ຈີນ. ນີ້ແມ່ນຂະບວນລົດໄຟທີ່ເດີນທາງໄປເຖິງ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ, ຍິ່ງແມ່ນຂະບວນລົດໄຟທີ່ໄດ້ບັນທຸກ ມິດຕະພາບ ຈີນ-ລາວ. ອາດຈະມີນັກການເມືອງ ແລະສື່ມວນຊົນ ຕາເວັນ ຕົກຈຳນວນໜຶ່ງມັກສ້າງກະແສເພື່ອໃສ່ຮ້າຍປ້າຍສີທາງລົດໄຟສາຍນີ້, ແຕ່ມັນຈະບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າຂອງປະຊາຊົນລາວ ໂດຍຜ່ານທາງລົດໄຟສາຍນີ້, ຍິ່ງບໍ່ສາມາດສະກັດ ກັ້ນຂະບວນການຮ່ວມມືລະຫວ່າງ ຈີນ ແລະອາຊຽນ ທີ່ຂະຫຍາຍຕົວນັບມື້ ນັບຝັງສູ່ລວງເລິກ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments