Home ຂ່າວພາຍໃນ ສພຊ ຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5

ສພຊ ຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5

0
167

ເພື່ອເປັນການຮັບປະກັນໃຫ້ບັນດາເນື້ອໃນ ທີ່ຈະນໍາສະເໜີຕໍ່ກອງປະ ຊຸມສະໄໝສສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບການຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ສ້າງຄວາມເປັນ ເອກະພາບຕໍ່ເນື້ອໃນຕ່າງໆ ໃຫ້ເລິກເຊິ່ງ; ຍົກສູງປະສິດທິພາບໃນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແນໃສ່ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເນື້ອໃນກອງປະຊຸມ ມີຄຸນນະພາບ, ຮັບປະກັນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ເພື່ອເຮັດໃຫ້ບັນ ດາກະຊວງ, ອົງການຂະແໜງການ ແລະ ສະມາຊິກສະພາແຫ່ງຊາດ ໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ແລະ ເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນບົດລາຍງານ ແລະ ກົດໝາຍທີ່ມີລັກສະນະວິຊາການ, ຮັບປະກັນການປະຕິບັດພາລະບົດບາດຂອງແຕ່ ລະພາກສ່ວນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍກໍານົດ.

       ໃນລະຫວ່າງວັນທີ 29 ພຶດສະພາ ຫາ ທີ 2 ມິຖຸນາ 2023 ທີ່ໂຮງແຮມແລນ ມາກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຍົກສູງຄຸນ ນະພາບທາງດ້ານ ເນື້ອໃນໃຫ້ແກ່ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນ ປະທານກ່າວເປີດຂອງ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງຊາດ ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງຕ່າງໆ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

       ກອງປະຊຸມໄດ້ຮັບຟັງ ການລາຍງານເນື້ອໃນພົ້ນເດັ່ນຂອງຮ່າງກົດໝາຍ ຈໍານວນ 5 ສະບັບ ໃນນີ້: ຮ່າງກົດໝາຍວ່າດ້ວຍການປົກຄອງ (ກົດໝາຍສ້າງໃໝ່) ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ກົດໝາຍສ້າງໃໝ່) ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ (ກົດໝາຍສ້າງໃໝ່) ຮ່າງກົດໝາຍວ່າດ້ວຍການຈັດຫາງານ (ກົດໝາຍສ້າງໃໝ່) ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ (ກົດໝາຍປັບປຸງ); ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການປະເມີນການຈັດຕັ້ງງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ; ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ແລະ ກົດໝາຍວ່າກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນດ້ວຍການດຳເນີນຄະດີອາ ຍາ; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ ປະຈໍາປີ 2024; ບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດ ຕາງໜ້າກະຊວງຊັບພະຍາກອນການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ ທຳມະຊາດ ແລະ ສິ່ງແວດລ້ອມ; ບົດລາຍງານຂອງລັດຖະບານ ກ່ຽວກັບ (ຮ່າງ) ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2030; ບົດລາຍງານຂອງລັດຖະບານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ບົດລາຍງານຂອງລັດຖະບານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ຈາກກະຊວງປ້ອງກັນຄວາມສະຫງົບ ຈາກນັ້ນບັນທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບັນດາຫົວຂໍ້ບົດລາຍງານຕ່າງໆ ຕາມຄໍາເຫັນເຈາະຈີ້ມຂອງປະທານກອງປະຊຸມແຕ່ລະວັນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສພຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here