Saturday, July 27, 2024
Homeຂ່າວຕ່າງປະເທດເວທີປາໄສແນວຄິດ ໂຮ່ຈິມິນ ກັບວັດທະນະທຳດຳເນີນທຸລະກິດ

ເວທີປາໄສແນວຄິດ ໂຮ່ຈິມິນ ກັບວັດທະນະທຳດຳເນີນທຸລະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ (19 ພຶດສະພາ 1890 – 19 ພຶດສະພາ 2024), ໃນວັນທີ 14 ພຶດສະພາ ຜ່ານມາ ຢູ່ ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດເວທີປາໄສດ້ວຍຫົວຂໍ້: “ແນວຄິດ ໂຮ່ຈິມິນ ກັບວັດທະນະທຳດຳເນີນທຸລະກິດ”.

ຂ່າວລະບຸວ່າ: ໃນເວທີປາໄສ, ໄດ້ມີຫຼາຍຄຳເຫັນ, ໂດຍບົດປະກອບຄຳເຫັນໄດ້ສຸມໃສ່ປຶກສາຫາລື ແລະ ເຫັນແຈ້ງບາງບັນຫາ ຄື: ທັດສະນະຂອງປະທານ ໂຮ່ຈິມິນ ກ່ຽວກັບການຮ່ວມເດີນທາງຂອງວົງການນັກທຸກລະກິດ ກັບຊົນຊາດ, ກັບພາລະກິດການປະຕິວັດຂອງປະເທດຊາດ; ການສ້າງວັດທະນະທຳດຳເນີນທຸລະກິດ, ວັດທະນະທຳວິສາຫະກິດ; ບົດບາດຂອງວັດທະນະທຳໃນການເຄື່ອນໄຫວເສດຖະກິດ, ດຳເນີນທຸລະກິດຂອງວິສາຫະກິດ. ທ່ານ ຫງວຽນ ງອກ ກວາງ ປະທານສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ, ຂະແໜງອາຊີບຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ບັນດານັກທຸລະກິດ, ວິສາຫະກິດ ຫວຽດນາມ ຕ້ອງສູ້ຊົນເພື່ອກາຍເປັນບັນດານັກທຸລະກິດ, ວິສາຫະກິດມີລະດັບສູງ, ມີວິໄສທັດ. ຕ້ອງຖືເອົາວັດທະນະທຳດຳເນີນທຸລະກິດຊື່ຕົງ, ໂປ່ງໃສ, ຖືເອົາມູນເຊື້ອຂອງຊາດ ນັ້ນແມ່ນເປົ້າໝາຍຊຶ່ງພວກເຮົາສູ້ຊົນເພື່ອໃຫ້ບັນລຸໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments