Home ຂ່າວພາຍໃນ ວຽກງານການພັດທະນາບໍ່ແຮ່ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າ

ວຽກງານການພັດທະນາບໍ່ແຮ່ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າ

0

ເພື່ອຈະສ້າງເງື່ອນໄຂເຮັດໃຫ້ການພັດທະນາແຮ່ທາດ ໃຫ້ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເປັນກ້າວໆນັ້ນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: “ວຽກງານການພັດທະນາບໍ່ແຮ່ ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າເຕັກໂນໂລຊີວິທະຍາສາດ ແລະ ຫັນໄປສູ່ທັນສະໄໝ, ຍືນຍົງ ແລະ ສີຂຽວ”.

ຂໍ້ມູນຈາກເວັບໄຊ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍບາງເນື້ອໃນສໍາຄັນ ໃນການກ່າວປາໄສຂອງ ທ່ານ ໂພໄຊ ໄຊຍະສອນ ຢູ່ກອງປະຊຸມການຮ່ວມມືດ້ານບໍ່ແຮ່ ຈີນ-ອາຊຽນ ຄັ້ງທີ 12 ປະຈຳປີ 2023 ນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ຮ່ວມມືເຊື່ອມສານເຂົ້າໃນການກໍ່ສ້າງໜຶ່ງແລວທາງ ໜຶ່ງເສັ້ນ ທາງ ເຂົ້າໃນການພັດທະນາແບບຍືນຍົງໃນອຸດສາຫະກຳບໍ່ແຮ່ສີຂຽວ” ໂດຍການເປັນເຈົ້າພາບຂອງ ສປ ຈີນ ເພື່ອຮັດແໜ້ນການພົວພັນການຮ່ວມມື ແລະ ການລົງທຶນດ້ານບໍ່ແຮ່, ປຶກສາຫາລືຖອດຖອນບົດຮຽນດ້ານການພັດທະນາວຽກງານບໍ່ແຮ່ ລະຫວ່າງຈີນ-ອາຊຽນ ຕິດພັນກັບນະໂຍບາຍການພັດທະນາບໍ່ແຮ່ແບບຍືນຍົງ ທີ່ຈັດຂຶ້ນລະຫວ່າງວັນທີ 17- 21 ພຶດສະພາ ຜ່ານມາ ໃຫ້ຮູ້ວ່າ: ການພັດທະນາດ້ານແຮ່ທາດຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ມາຮອດປັດຈຸບັນ ສປປ ລາວ ສາມາດຄົ້ນພົບຈຸດປະກົດແຮ່ທາດໄດ້ຫຼາຍກວ່າ 750 ຈຸດ ໃນຂອບເຂດທົ່ວປະເທດ ຊຶ່ງເປັນທ່າແຮງສຳຄັນໃນການພັດທະນາອຸດສາຫະກຳບໍ່ແຮ່ ຂະໜາດກາງເຖິງຂະໜາດໃຫຍ່. ໃນໄລຍະທົດສະວັດທີ່ຜ່ານມາ, ໄດ້ມີການລົງທຶນດ້ານບໍ່ແຮ່ຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງ ໂດຍສະເພາະຈາກ ສປ ຈີນ ຊຶ່ງມັນໄດ້ເປັນຕົວຂັບເຄື່ອນໃຫ້ເສດຖະກິດ ຂອງ ສປປ ລາວ ຂະຫຍາຍຕົວຢ່າງແຂງແຮງ ແລະ ມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງປະເທດ ຊຶ່ງສະແດງໃຫ້ເຫັນເຖິງການຈະເລີນເຕີບໂຕຂອງຂະແໜງບໍ່ແຮ່ ຕໍ່ຜະລິດຕະພັນພາຍໃນຂອງລາວ ທີ່ປະກອບສ່ວນເຂົ້າໃນ GDP ໃນອັດຕາ 4% ໃນປີ 2022.

ນອກຈາກແຮ່ທາດທີ່ສຳຄັນເຊັ່ນ: ຄໍາ, ເງິນ ແລະ ທອງແດງ ແລ້ວ, ສປປ ລາວ ຍັງເປັນປະເທດຜູ້ຜະລິດແຮ່ໂປຕາສ ລາຍໃຫຍ່ພຽງແຫ່ງດຽວໃນອາຊຽນ ແລະ ຍັງມີທ່າແຮງໃນການພັດທະນາແຮ່ໂປ ຕາສ, ຖ້າອີງໃສ່ປະລິມານສະສົມທີ່ຜ່ານມາ, ແຮ່ໂປຕາສ ຖືວ່າເປັນແຮ່ທາດທີ່ສຳຄັນສຳລັບຫຼາຍປະເທດໃນໂລກ ເນື່ອງຈາກມັນໄດ້ຖືກນຳໃຊ້ໃນຂະແໜງກະສິກຳທົ່ວໂລກ. ໃນອະນາຄົດ, ສປປ ລາວ ເຫັນໄດ້ກາລະໂອກາດໃນຕະຫຼາດແຮ່ໂປຕາສ ໃນອາຊຽນ, ເນື່ອງຈາກລາວເຮົາຍັງມີແຫຼ່ງຊັບພະຍາກອນ ແລະ ປະລິມານສະສົມຂອງແຮ່ໂປຕາສທີ່ອຸດົມສົມບູນໃນປັດຈຸບັນ. ການພັດທະນາແຮ່ໂປຕາສ ບໍ່ພຽງແຕ່ຈະໃຫ້ຜົນປະໂຫຍດແກ່ ສປປ ລາວ ຜ່ານລາຍຮັບທາງກົງ ແລະ ທາງອ້ອມໃຫ້ແກ່ລັດຖະບານເທົ່ານັ້ນ, ແຕ່ຍັງສ້າງຜົນປະໂຫຍດທີ່ສຳຄັນ ເພື່ອຮັບປະກັນການສະໜອງແຮ່ໂປຕາສໃຫ້ພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນໃນທົ່ວໂລກ, ກໍຄື ສປ ຈີນ. ນອກຈາກແຮ່ໂປຕາສ ແລ້ວ, ສປປ ລາວ ກໍກຳລັງພິຈາລະນາໃນການພັດທະນາແຮ່ຫາຍາກຕື່ມອີກ.

ສະນັ້ນ, ການພັດທະນາວຽກງານບໍ່ແຮ່ ຕ້ອງຕິດພັນກັບການເພີ່ມທະວີວຽກງານຄົ້ນຄວ້າເຕັກໂນໂລຊີວິທະຍາສາດ ແລະ ຫັນໄປສູ່ທັນສະໄໝ ຊຶ່ງບັນຫານີ້ເປັນບັນຫາສຳຄັນ, ເປັນຂໍກຸນແຈທີ່ສຳຄັນ ເພື່ອເປີດໂອກາດໃຫ້ແກ່ການພັດທະນາໃນຂົງເຂດນີ້ ແລະ ຕ້ອງຕິດພັນຢ່າງແໜ້ນແຟ້ນລະຫວ່າງ ການຂຸດຄົ້ນກັບການປຸງແຕ່ງ ແລະ ສູ້ຊົນສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ. ອັນສຳຄັນ, ແມ່ນຈະສາມາດດຶງດູດການລົງທຶນຂອງພາຍໃນ ແລະ ຕ່າງປະເທດເຂົ້າໃສ່ການພັດທະນາຂົງເຂດນີ້ນັບມື້ນັບເພີ່ມຂຶ້ນ, ອັນຈະສ້າງເງື່ອນໄຂເຮັດໃຫ້ການພັດທະນາແຮ່ທາດ ໃຫ້ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາ ສປປ ລາວ ໃຫ້ຂະຫຍາຍຕົວດີຂຶ້ນເປັນກ້າວໆ.

ໂດຍ: ສ.ບຸດປະຊາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version