Home ຂ່າວຕ່າງປະເທດ ຈີນຍິນດີຮ່ວມກັບປະເທດໃນພາກພື້ນເພື່ອບັນລຸການພັດທະນາ

ຈີນຍິນດີຮ່ວມກັບປະເທດໃນພາກພື້ນເພື່ອບັນລຸການພັດທະນາ

0

ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 25 ພຶດສະພາ ຜ່ານມາ ວ່າ: ທາງລົດໄຟຈີນ-ລາວ ເປັນແບບຢ່າງດີທີ່ສຸດຂອງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ, ຝ່າຍຈີນຍິນດີຮ່ວມກັບປະເທດຢູ່ໃນພາກພື້ນ, ສືບຕໍ່ຮ່ວມກັນຊົມໃຊ້ໂອກາດທີ່ນໍາມາຈາກການເຊື່ອມໂຍງເຊື່ອມຈອດກັນເພື່ອບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ອີງຕາມການລາຍງານຂ່າວແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 23 ພຶດສະພານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 16.000.000 ເທື່ອຄົນ. ທ່ານນາງ ເໝົາໝິງ ກ່າວວ່າ: ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ມາເປັນເວລາໜຶ່ງປີປາຍ, ໄດ້ມີການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານເປັນຈໍານວນຫຼວງຫຼາຍ. ກ່ອນໜ້ານີ້ໜຶ່ງເດືອນຄືໃນເດືອນເມສາປີນີ້, ທາງລົດໄຟຈີນ-ລາວໄດ້ເປີດຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງກັນ ແລະ ກັນ, ເຮັດໃຫ້ເວລາການເດີນທາງລະຫວ່າງນະຄອນຄຸນໝິງ ຫາ ນະຄອນຫຼວງວຽງຈັນ ສາມາດໄປຮອດພາຍໃນມື້ດຽວ, ໂດຍໄດ້ສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງຊາດຕື່ມອີກ, ພ້ອມທັງໄດ້ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ເສດຖະກິດ-ການຄ້າລະຫວ່າງສອງປະເທດຢ່າງແຂງແຮງ.

ໃນເວລາຕອບຄໍາຖາມທີ່ພາຍນອກສົນໃຈວ່າ: ປະຊາຊົນລາວຈະໄດ້ຮັບຜົນປະໂຫຍດຈາກທາງລົດໄຟຈີນ-ລາວ ຫຼື ບໍ່, ທ່ານນາງ ເໝົາໜິງ ກ່າວວ່າ: ທາງລົດໄຟຈີນ-ລາວໄດ້ຊຸກຍູ້ການປະກອບອາຊີບຂອງລາວ, ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ເປັນຕົ້ນມາ, ໄດ້ຮັບສະໝັກພະນັກງານຄົນລາວ 3.500 ກວ່າຄົນ, ພ້ອມທັງໄດ້ເພີ່ມວຽກເຮັດງານທໍາຫຼາຍກວ່າ 100.000 ຕໍາແໜ່ງໃນຂະແໜງການຈໍລະຈອນສິນຄ້າ, ຄົມມະນາຄົມ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆໂດຍທາງອ້ອມ. ນອກນີ້, ເນື່ອງຈາກເສັ້ນທາງລົດໄຟດັ່ງກ່າວ, ເຮັດໃຫ້ຊາວໜຸ່ມລາວທີ່ອາໄສຢູ່ເຂດພູດອຍນັ້ນສາມາດອອກຈາກພູດອຍ ແລະ ກ້າວເຂົ້າສູ່ໂລກນັບມື້ນັບຫຼາຍຂຶ້ນຕື່ມອີກ.

ໃນໂອກາດນີ້, ທ່ານນາງ ເໝົາໜິງ ໄດ້ຊີ້ໃຫ້ເຫັນວ່າ: ທາງລົດໄຟຈີນ-ລາວໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານການຄ້າ, ສິນຄ້າຂອງລາວ ແລະ ໄທທີ່ສົ່ງອອກໄປຈີນໂດຍຜ່ານທາງລົດໄຟດັ່ງກ່າວມີເຖິງ 3.260.000 ໂຕນ, ສ່ວນສິນຄ້າຂອງຫຼາຍປະເທດສະມາຊິກອາຊຽນກໍໄດ້ນໍາໃຊ້ທາງຂົນສົ່ງສິນຄ້າຄໍາສາຍນີ້ເຊັ່ນດຽວກັນ. ປັດຈຸບັນນີ້, ເຂົ້າໜຽວລາວ ແລະ ໝາກຖົ່ວລຽນໄທໃຊ້ເວລາພຽງແຕ່ 3 ມື້ເທົ່ານັ້ນກໍສາມາດປະກົດໂຕຢູ່ເທິງໂຕະອາຫານຂອງຜູ້ບໍລິໂພກຈີນແລ້ວ.

ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ທາງລົດໄຟຈີນ-ລາວ ຍັງໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການອະນຸລັກສິ່ງແວດລ້ອມນໍາອີກ, ໂດຍໄດ້ຖືການອະນຸລັກ ສິ່ງແວດລ້ອມໄວ້ຢູ່ໃນຖານະສໍາຄັນທີ່ສຸດຕະຫຼອດການສ້າງ ແລະ ການບໍລິການ, ໄດ້ຫຼີກລ່ຽງເຂດສະຫງວນທຳມະຊາດ ແລະ ວັດທະນະທໍາ 6 ແຫ່ງທີ່ຢູ່ລຽບຕາມເສັ້ນທາງລົດໄຟ, ໄດ້ຫຼີກລ່ຽງນໍາໃຊ້ທີ່ດິນເຂດປ່າສະຫງວນແຫ່ງຊາດຂອງລາວ, ນອກນັ້ນ, ຍັງໄດ້ປູກຕົ້ນໄມ້ຫຼາຍກວ່າ 3.000.000 ຕາແມັດໃນທົ່ວເສັ້ນທາງ, ໂດຍຮັບປະກັນໃຫ້ປະເທດລາວມີພູຂຽວນໍ້າໃສຄືສະພາບເກົ່າ.

ຂ່າວ: ຊີອາໄອ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version