Home ຂ່າວການເມືອງ ຄະນະຜູ້ແທນ ສ ກູບາ ຢ້ຽມຢາມ ເຮັດວຽກຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ສ ກູບາ ຢ້ຽມຢາມ ເຮັດວຽກຢູ່ແຂວງຫຼວງພະບາງ

0

ຄະນະຜູ້ແທນຄະນະກໍາມະການປ້ອງກັນການປະຕິວັດກູບາ ນຳໂດຍທ່ານ ທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມເດີນທາງ ໃນວັນທີ 26 ພຶດສະພາ 2023 ຜ່ານມາ.

ຄະນະໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເຈົ້າແຂວງໆຫຼວງພະບາງ ໂອກາດນີ້ ທ່ານເຈົ້າແຂວງຫຼວງພະບາງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ຂອງຄະນະກຳມະການປ້ອງກັນການປະຕິວັດກູບາ ພ້ອມທັງໄດ້ລາຍງານສະພາບຈຸດພິເສດຂອງແຂວງ ການພັດທະນາພື້ນຖານໂຄ່ງລ່າງໂດຍຫຍໍ້ ໃຫ້ຄະນະໄດ້ຮັບຊາບ ພ້ອມກັນນັ້ນ ທ່ານປະທານຄະນະກຳມະການປ້ອງກັນການປະ ຕິວັດກູບາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານເຈົ້າແຂວງພ້ອມດ້ວຍຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນພາລະບົດບາດ ສິດ ແລະ ໜ້າທີ່ ຂອງຄະນະກຳມະການປ້ອງກັນການປະຕິວັດກູບາ ແລະ ແຈ້ງຈຸດປະສົງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.

ຈາກນັ້ນ ຄະນະຜູ້ແທນຄະນະກໍາມະການປ້ອງກັນການປະຕິວັດກູບາ ໄດ້ພົບປະກັບຄະນະກໍາມະການແນວລາວສ້າງຊາດ ແຂວງຫຼວງພະບາງ ນຳໂດຍ ທ່ານ ອ່ອນສີ ຈາເພ້ຍວ່າ ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ ວຽກງານວັດທະນະທໍາ ວຽກງານການທ່ອງທ່ຽວ ການບໍລິການ ແລະ ວຽກງານພົວພັນຕ່າງປະເທດ ໂດຍສະເພາະແມ່ນການຈັດສົ່ງຄະນະຜູ້ແທນຂອງສອງຝ່າຍ ເພື່ອໄປພົບປະຢ້ຽມຢາມແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ 2 ປະເທດ ໃນຕໍ່ໜ້າ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version