Home ຂ່າວພາຍໃນ 1 ມິຖຸນາ ແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນ

1 ມິຖຸນາ ແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນ

0

ຈາກການໃຫ້ຂໍ້ມູນຂອງ ໂຮງຮຽນອະນຸບານ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນວັນທີ 20 ເດືອນພະຈິກ ປີ 1989 ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮອງຮັບເອົາ ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ລັດຖະບານ ສປປ ລາວ ໄດ້ກາຍມາເປັນພາຄີຂອງສົນທິສັນຍາດັ່ງກ່າວ ໃນວັນທີ 7 ເດືອນມິຖຸນາ ປີ 1991.

ສຳລັບ ຢູ່ ສປປ ລາວ ພັກ ແລະ ລັດຖະບານ ໄດ້ຖືເອົາວັນທີ 1 ມິຖຸນາຂອງທຸກໆປີເປັນວັນຈັດຕັ້ງສະເຫຼີມສະຫຼອງວັນເດັກສາກົນ ກໍຄື ວັນປູກຕົ້ນໄມ້ແຫ່ງຊາດ ເຮັດໃຫ້ເດັກນ້ອຍອານຸຊົນ, ເຍົາວະຊົນໄດ້ມີໂອກາດສະແດງຄວາມຮູ້ສຶກເບີກບານມ່ວນຊື່ນ, ພັກຜ່ອນ ຕາມສິດທິຂອງເຂົາເຈົ້າ ໂດຍມີຄວາມຫ່ວງໃຍ ແລະ ເອົາໃຈໃສ່ຂອງພໍ່ແມ່, ຄູ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງ ພ້ອມດ້ວຍບັນດາພະແນກການທີ່ ກ່ຽວຂ້ອງເຊັ່ນ: ສຶກສາ, ສາທາລະນະສຸກ, ສະຫະພັນແມ່ຍິງ, ແຮງງານ ແລະ ສະຫວັດດີການສັງຄົມ, ຊາວ ໜຸ່ມ, ກຳມະບານ ໄດ້ສົມທົບເອົາໃຈໃສ່ ໂພຊະນາການ ແລະ ການຮັກສາສຸຂະພາບຂອງເດັກ, ການສຶກສາອົບຮົມເດັກ ໃຫ້ກາຍເປັນຄົນດີມີຄຸນນະພາບ, ຮູ້ຄິດ ແລະ ແກ້ໄຂບັນຫາໄດ້, ໃຫ້ເປັນລູກຫຼານທີ່ປະເສີດຂອງປະຊາຊົນ ແລະ ເປັນພົນລະເມືອງດີຂອງຊາດ. ສໍາລັບສິດທິຂອງເດັກມີຄື: ເດັກທຸກຄົນມີສິດໃນການຢູ່ລອດ, ເດັກມີສິດເກີດ, ມີສິດໄດ້ຮັບການຮັກສາສຸຂະພາບ, ສັກຢາປ້ອງກັນພະຍາດຕ່າງໆ, ເດັກທຸກຄົນມີສິດໄດ້ຮັບການພັດທະນາ, ເດັກທຸກໆຄົນຈະຕ້ອງໄດ້ຮັບສານອາຫານທີ່ດີ, ຕ້ອງໄດ້ກິນນົມແມ່ຢ່າງຖືກຕ້ອງ, ຕ້ອງມີນ້ຳສະອາດໃຊ້ ແລະ ມີສິດໃນການໄດ້ຮັບການເບິ່ງແຍດູແລ ແຕ່ມື້ເກີດເປັນຢ່າງດີໃນ 3 ປີຫຼັງການເກີດ ແລະ ສືບຕໍ່ການສຶກສາເປັນຢ່າງດີເພື່ອເຂົ້າຮຽນຕໍ່ໃນຊັ້ນປະຖົມ; ເດັກທຸກຄົນມີສິດ ໄດ້ຮັບການປົກປ້ອງ ຈາກການທຳຮ້າຍຮ່າງກາຍໃນທຸກກໍລະນີ ແລະ ເດັກທຸກຄົນມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ, ການສະແດງອອກເຖິງຄວາມຮູ້, ຄວາມສາມາດຜ່ານສື່ສິ່ງພິມຕ່າງໆ.

ໃນນັ້ນ, ເພື່ອເປັນການຢັ້ງຢືນໃຫ້ເຫັນວ່າ ການປະຕິບັດສິດທິເດັກເປັນວຽກຂອງໝົດທຸກຄົນບໍ່ວ່າຈະເປັນລັດ, ຊຸມຊົນ, ສັງຄົມ, ພໍ່ແມ່ ແລະ ລວມທັງຕົວເດັກເອງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກໆຄົນແຕ່ລະການຈັດຕັ້ງຈົ່ງມີຈຸດຢືນຕໍ່ການປະຕິບັດສິດທິຂອງເດັກຢ່າງຈະແຈ້ງ ແລະ ຖືກຕ້ອງ ເພື່ອເຮັດໃຫ້ສິດທິຂອງເດັກນັບມື້ນັບດີຂຶ້ນ. ສະນັ້ນວັນທີ່ເຮົາສະແດງຄວາມຮັກຂອງເຮົາຕໍ່ເດັກສະແດງຄວາມເຂົ້າໃຈ ແລະ ນັບຖືເດັກນັ້ນ ຈະບໍ່ແມ່ນວັນທີ 1 ມິຖຸນາ ພຽງວັນດຽວ ແຕ່ຂໍໃຫ້ພວກເຮົາສະແດງຄວາມຮູ້ສຶກດັ່ງກ່າວອອກມາຢ່າງສະໝໍ່າສະເໝີໃນຊີວິດປະຈຳວັນ ຈົ່ງພ້ອມພຽງກັນມອບສິ່ງດີໆທີ່ສຸດ ໃຫ້ແກ່ລູກ-ຫຼານ ໂດຍຖືເອົາວັນທີ 1 ເດືອນມິຖຸນາເປັນສັນຍາລັກໃຫ້ແກ່ຄວາມຮູ້ສຶກທີ່ດີງາມດັ່ງກ່າວເພາະວ່າ: ການລົງທຶນສ້າງຄົນຮຸ່ນໃໝ່ແມ່ນສ້າງອະນາຄົດທີ່ສະຫວ່າງສະໄຫວໃຫ້ແກ່ຊາວໂລກ ແລະ ການປະຕິບັດໜ້າທີ່ວຽກງານສຳລັບເດັກ ແມ່ນກຽດອັນສູງສົ່ງ ແລະ ຄວາມພູມໃຈຂອງທຸກໆຄົນ.

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ທາງໂຮງຮຽນອະນຸບານດັ່ງກ່າວ ໄດ້ອວຍພອນໄຊໃຫ້ລູກຫຼານ, ນັກຮຽນທຸກໆຄົນໃນທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ, ໝັ່ນຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງໃຈຮ່ຳຮຽນ, ຝຶກຝົນຕົນເອງໃຫ້ກາຍເປັນຄົນຮັກບ້ານເກີດເມືອງນອນ, ຮັກທ່ານຜູ້ນຳອັນແສນ ດີ, ເປັນຄົນດີຂອງພໍ່ແມ່ ຂອງສັງຄົມ ແລະ ພັດທະນາຕົນເອງຂຶ້ນເລື້ອຍໆໃຫ້ກາຍເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.

(ນໍ້າໃນວັນທີ 1 ມີຖຸນາໝັ້ນຍືນ!)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version