Home ຂ່າວຕ່າງປະເທດ ອາຟະການິດສະຖານ-ສປຈີນ ຊຸກຍູ້ຮ່ວມມືໃນຂົງເຂດການບິນ

ອາຟະການິດສະຖານ-ສປຈີນ ຊຸກຍູ້ຮ່ວມມືໃນຂົງເຂດການບິນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 24 ເດືອນພືດສະພາ, ແອເຣຍນາ ອາຟະກັນ ແອຣລາຍ (Ariana Afghan Airlines) ເປັນສາຍ ການບິນ ແຫ່ງຊາດ ອະຟະການິດສະຖານ ໄດ້ກັບຄືນມາ ໃຫ້ບໍລິການ ຖ້ຽວບິນ ໂດຍສານ ລະຫວ່າງ ນະຄອນຫລວງ ກາບູນ ຂອງ ອະຟະການິດ

ສະຖານ ແລະ ນະຄອນອຸຣຸມຊີ ຂອງ ຈີນ ຢ່າງເປັນທາງການ. ການບໍລິການ ຖ້ຽວບິນ ໂດຍສານນີ້ ໄດ້ຢຸດຈຶ້ງ ເປັນເວລາກວ່າ 3 ປີ ເນື່ອງຈາກ ການແພ່ລະບາດ ຂອງ ພະຍາດໂຄວິດ-19. ປັດຈຸບັນ ສາຍການບິນດັ່ງກ່າວ ເປັນຜູ້ ໃຫ້ບໍລິການ ຖ້ຽວບິນ ໂດຍສານ ໂດຍກົງ ລະຫວ່າງ ສອງປະເທດ.. ສາຍການບິນນີ້ ຈະໃຫ້ບໍລິການ ຖ້ຽວບິນໂດຍສານ ເສັ້ນທາງ ກາບູນ-ອຸຣຸມຊີ ອາທິດລະໜຶ່ງຄັ້ງ ໃນທຸກວັນພຸດ ແລະ ມີຖ້ຽວບິນ ກັບໄປສູ່ ກາບູນ ໃນວັນດຽວກັນ ເພື່ອຊຸກຍູ້ ຄວາມສຳພັນ ທາງການຄ້າ ແລະ ເສດຖະກິດ ລະຫວ່າງ ສອງປະເທດ ໃຫ້ຈະເລີນເຕີບໂຕຂຶ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version