Home ຂ່າວການເມືອງ ຄະນະກໍາມະການ ສນຊ ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາພົບປະສອງຝ່າຍ

ຄະນະກໍາມະການ ສນຊ ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາພົບປະສອງຝ່າຍ

0

ການພົບປະສອງຝ່າຍ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ (ສນຊ) ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາ ຊຶ່ງຝ່າຍລາວນໍາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຝ່າຍກູບານໍາໂດຍທ່ານ ເຮຣາໂດ ເອຣນານເດັດສ ນຣໍເດໂລ ກໍາມະການສູນກາງພັກກອມມູນິດກູບາ ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ພຶດສະພາ ຜ່ານມານີ້.

ການພົບປະຄັ້ງນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງ ທ່ານ ເຮຣາໂດ ເອຣນານເດັດສ ນຣໍເດໂລ ພ້ອມຄະນະ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ກໍຄືສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການປ້ອງກັນການປະຕິວັດກູບາ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍບັນຫາເປັນຕົ້ນ: ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ອົງການພວກເຮົາ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ສືບຕໍ່ປະຕິບັດຂໍ້ຕົກລົງ ລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການປ້ອງກັນການປະຕິວັດກູບາ ທີ່ໄດ້ລົງນາມຮ່ວມກັນປີ 2018 (6 ຂໍ້) ໃຫ້ເປັນຮູບປະທໍາຫຼາຍກ່ວາເກົ່າເປັນຕົ້ນ: ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ້ຽມຢາມຊຶ່ງກັນ ແລະ ກັນ. ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕ່າງໆຮ່ວມກັນໃຫ້ຫຼາຍຂຶ້ນ ຊຸກຍູ້ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ກູບາ ຄົບຮອບ 50 ປີ; ການເຜີຍແຜ່ວັດທະນາທໍາຂອງສອງຊາດຢູ່ລາວ ແລະ ກູບາ. ການຮ່ວມມື ກັບ ບໍລິສັດຂອງກູບາ ລົງທຶນສ້າງຕັ້ງໂຮງງານຜະລິດແຜ່ນແພ ດ້ວຍຕົ້ນກ້ວຍ ແລະ ຊອກຫາຊ່ອງທາງໃນການຊື້-ຂາຍກາເຟລາວ, ຊາດື່ມຂອງລາວ ແລະ ສິນຄ້າອື່ນໆ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ແລະ ຢ້ຽມຢາມ ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດຕື່ມອີກ.

(ຂ່າວ-ຮູບ: ສຸກສໍາລານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version