Home ຂ່າວພາຍໃນ ຂົວຈົມຂ້າມນ້ຳເຊກອນ ບ້ານແກ້ງສິມ ເປີດນໍາໃຊ້ຢ່າງເປັນທາງການ

ຂົວຈົມຂ້າມນ້ຳເຊກອນ ບ້ານແກ້ງສິມ ເປີດນໍາໃຊ້ຢ່າງເປັນທາງການ

0

ຂົວຈົມ ຂ້າມນ້ຳເຊກອນ ບ້ານແກ້ງສິມ ເມືອງ ແລະ ແຂວງສາລະວັນ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 23 ພຶດສະພາ ຜ່ານມາ ທີ່ໂຮງຮຽນມັດທະຍົມຕົ້ນບ້ານແກ້ງສິມ, ພາຍຫຼັງທີ່ດໍາເນີນການກໍ່ສ້າງມາເປັນເວລາ 124 ວັນ (ວັນທີ 5 ມັງກອນ 2023 ເປັນຕົ້ນມາ), ໂດຍການເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ, ທ່ານ ວັນນະລັກ ຫຼ້າລ່ຽມທະວີໄຊ ຮອງເລຂາພັກເມືອງສາລະວັນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ, ມີແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາເຮືອງ ບົວບຸຜາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງສາລະວັນ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາການໄປ-ມາຫາສູ່, ການແລກປ່ຽນຊື້-ຂາຍສິນຄ້າ, ການໄປ-ມາ ໂຮງຮຽນຂອງລູກຫຼານ ແລະ ພໍ່ແມ່ປະຊາຊົນ ພົບຄວາມຫຍຸ້ງຍາກ. ມາຮອດຕົ້ນປີ 2023 ທາງອົງການປົກຄອງບ້ານຄື: ບ້ານແກ້ງສິມ, ບ້ານນາບອນ ແລະ ບ້ານນາຝັ່ງຢອງໄດ້ປຶກສາຫາລື ແລະ ມີຄວາມເປັນເອກະພາບກັນໃນການກໍ່ສ້າງຂົວແຫ່ງນີ້ຂຶ້ນ ດ້ວຍຮູບແບບສົມທົບທຶນ. ໃນນັ້ນ, ໄມ້ແບບ ແລະ ແຮງງານກໍ່ສ້າງ ແມ່ນພໍ່ແມ່ປະຊາຊົນເປັນຜູ້ປະກອບສ່ວນ, ດ້ານທຶນຮອນໃນການກໍ່ສ້າງ ແມ່ນການປະກອບສ່ວນ ຂອງອົງການປົກຄອງແຕ່ລະຂັ້ນ, ພາກສ່ວນນັກທຸລະກິດ ທັງພາຍໃນແຂວງ, ຕ່າງແຂວງ ແລະ ເຈົ້າສັດທາທັງຫຼາຍ ທີ່ເປັນຄົນສະນິດ ຂອງພຣະອາຈານ ພອນໄຊ ແສງເພັດ ເຈົ້າອະທິການວັດດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຂົວຈົມແຫ່ງນີ້, ມີຄວາມຍາວ 130 ແມັດ, ກວ້າງ 4 ແມັດ, ສູງເກືອບ 2 ແມັດ, ເປັນໂຄງສ້າງເບຕົງເສີມເຫຼັກ ໂດຍມີນາຍຊ່າງປະຈໍາສະໜາມເປັນຜູ້ນຳພາ ສົມທົບກັບວິຊາການຈາກຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ແນະນຳໃນດ້ານເຕັກນິກການກໍ່ສ້າງ, ລວມມູນຄ່າການກໍ່ສ້າງທັງໝົດ 2 ຕື້ກວ່າກີບ. ໃນນັ້ນ, ເງິນສົດ 1 ຕື້ 500 ລ້ານກີບ ແລະ ແຮງງານຂອງພໍ່ແມ່ປະຊາຊົນຄິດເປັນມູນຄ່າ 850 ລ້ານກວ່າກີບ.

(ຂ່າວ-ພາບ: ແຂວງສາລະວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version