Home ຂ່າວກິລາ ປະທານ ຄພລ ສືບຕໍ່ລົງຕິດຕາມພ້ອມມອບນະໂຍບາຍໃຫ້ນັກກິລາຄົນພິການລາວ ກຽມຮ່ວມ “ອາຊຽນພາຣາເກມ”

ປະທານ ຄພລ ສືບຕໍ່ລົງຕິດຕາມພ້ອມມອບນະໂຍບາຍໃຫ້ນັກກິລາຄົນພິການລາວ ກຽມຮ່ວມ “ອາຊຽນພາຣາເກມ”

0

ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍຄະນະ ສືບຕໍ່ລົງຕິດຕາມ ແລະ ໃຫ້ກຳລັງໃຈຢ່າງໃກ້ຊິດ ຕໍ່ທີມນັກກິລາຄົນພິການທີມຊາດລາວ ຈາກ 7 ປະເພດກິລາ ທີ່ກຳລັງດຳເນີນການຝຶກຊ້ອມຢ່າງຕໍ່ເນື່ອງພ້ອມທັງມອບນະໂຍບາຍຈຳນວນໜຶ່ງໃຫ້ນັກກິລາຄົບທຸກ 7 ປະເພດກິລາ ເພື່ອເປັນກຳລັງໃຈກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ຈະຈັດຂຶ້ນທີ່ຣາຊະອານາຈັກ ກຳປູເຈຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 3-9 ມິຖຸນາ 2023.

ໃນລະຫວ່າງວັນທີ 23-24 ພຶດສະພາ ຜ່ານມາ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ຫຼື ຄພລ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄພລ ສືບຕໍ່ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈຢ່າງໃກ້ຊິດ ພ້ອມທັງຖາມໄຖ່ການໃຊ້ຊີວິດຂອງນັກກິລາຄົນພິການທີມຊາດລາວ ໃນປັດຈຸບັນ ແລະ ມອບນະໂຍບາຍຈຳນວນໜຶ່ງໃຫ້ຄະນະຄູຝຶກ ແລະ ນັກກິລາຈາກ 7 ປະເພດ ກໍຄື ຍົກນໍ້າໜັກ, ແລ່ນ-ລານ, ບານບ້ວງລໍ້ເລື່ອນ, ໂກນບານ, ບັອດເຊຍ, ກິລາບານເຕະ ແລະ ກິລາລອຍນ້ຳ ຊຶ່ງກຳລັງຝຶກຊ້ອມຢ່າງເປັນປົກກະຕິ ກຽມຮ່ວມແຂ່ງຂັນງານກິລາຄົນພິການອາຊຽນ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຖາມໄຖ່ກ່ຽວກັບຂໍ້ສະເໜີຂອງຄະນະຄູຝຶກ ແລະ ນັກກິລາ ໃນຖ້ຽວກ່ອນທີ່ທ່ານປະທານ ຄພລ ພ້ອມດ້ວຍຄະນະໄດ້ລົງຕິດຕາມແກ້ໄຂຂໍ້ຄົງຄ້າງໃຫ້ ແມ່ນໄດ້ຮັບການແກ້ໄຂຕາມການສະເໜີ ຫຼື ບໍ່ ພ້ອມທັງເນັ້ນ ໜັກໃຫ້ນັກກິລາຄົນພິການລາວ ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ເຂົ້າໃນການຝຶກແອບ, ມີລະບຽບວິໄນ ຮັບຟັງຄຳສັ່ງສອນຂອງຄູຝຶກຢ່າງເຂັ້ມງວດ ແລະ ສຳຄັນທຸກຄົນຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຍົກສູງຈິດໃຈຊາດ ພ້ອມທັງບືນຕົວສູ່ເປົ້າໝາຍຫຼຽນຄຳ ສະນັ້ນ ຂໍໃຫ້ທຸກຄົນສູ້ສຸດຄວາມສາມາດນຳເອົາກຽດຊື່ສຽງ ແລະ ສັກສີມາສູ່ປະເທດຊາດ ດ້ວຍຄວາມພາກພູມໃຈ.

ໃນການເຂົ້າຮ່ວມແຂ່ງຂັນງານກິລາ “ອາຊຽນ ພາຣາເກມ” ຄັ້ງທີ 12 ໃນຄັ້ງນີ້ ຄາດວ່າຈະມີການຊີງໄຊທັງໝົດ 10 ກວ່າປະເພດກິລາ, ໃນນັ້ນ ສປປ ລາວ ຈະສົ່ງນັກກິລາທັງໝົດ 89 ຄົນ ຈາກ 7 ປະເພດກິລາດັ່ງກ່າວ ແລະ ໃນວັນທີ 31 ພຶດສະພານີ້ ທີມນັກກິລາຄົນພິການລາວ ຈະອອກເດີນທາງເຂົ້າຮ່ວມແຂ່ງຂັນຢ່າງເປັນທາງການ.

ປັດຈຸບັນ, ທີມນັກກິລາຄົນພິການລາວ ໄດ້ເກັບຕົວຝຶກຊ້ອມທີ່ສູນກິລາຕ່າງໆພາຍໃນນະຄອນຫຼວງວຽງຈັນ ສະເພາະກິລາບັອດເຊຍ ຝຶກຊ້ອມຢູ່ທີ່ສູນກິລາພະແນກສຶກສາ ແລະ ກິລາ ນະຄອນຫຼວງວຽງຈັນ (ບຶງຂະຫຍອງ), ແລ່ນ-ລານ ຝຶກຊ້ອມທີ່ສະໜາມກິລາເຈົ້າອານຸວົງ, ກິລາໂກນບານ ແລະ ບານບ້ວງລໍ້ເລື່ອນ ຝຶກຊ້ອມທີ່ສະໜາມກິລາໃນຮົ່ມສູນຟື້ນຟູຄົນພິການ ຫຼື ອົງຄະທຽມ, ກິລາບານເຕະ ຝຶກຊ້ອມທີ່ເດີ່ນບານຫຍ້າທຽມ ເຟີຣາຣີ, ຍົກນໍ້າໜັກ ຝຶກຊ້ອມຢູ່ທີ່ຫ້ອງການຄະນະກຳມະການພາຣາແລັມປິກແຫ່ງຊາດ ແລະ ລອຍນໍ້າ ແມ່ນຝຶກຊ້ອມຢູ່ສະໜາມກິລາແຫ່ງຊາດ (ຫຼັກ 16).

ຂ່າວ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version