Home ຂ່າວຕ່າງປະເທດ ໃນໄຕມາດທຳອິດກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວເກືອບ 1,3 ລ້ານຄົນ

ໃນໄຕມາດທຳອິດກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວເກືອບ 1,3 ລ້ານຄົນ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ພຶດສະພາ ຜ່ານມາ, ກະຊວງການທ່ອງທ່ຽວກຳປູເຈຍໄດ້ເປີດເຜີຍວ່າ: ກຳປູເຈຍສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ເຖິງ 1,29 ລ້ານຄົນ ໃນໄຕມາດທຳອິດຂອງປີ 2023 ເພີ່ມຂຶ້ນ 709% ຈາກ 159.546 ຄົນໃນໄລຍະເວລາດຽວກັນຂອງປີຜ່ານມາ. ບົດລາຍງານລະບຸວ່າ: ໄທກວມອັນດັບໜຶ່ງຂອງນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມກຳປູເຈຍຮອງລົງມາແມ່ນຫວຽດນາມ ແລະ ຈີນ. ທ່ານ ທອງຄູນ ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍກ່າວວ່າ: ກຳປູເຈຍຄາດວ່າ ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມໃນປີນີ້ຈະຫຼາຍກວ່າ 4 ລ້ານຄົນ ຫຼັງຈາກຈີນປັບປ່ຽນມາດຕະການຕ້ານພະຍາດໂຄວິດ-19 ແລະ ກັບມາດຳເນີນການທ່ອງທ່ຽວແບບໝູ່ຄະນະຂາອອກເມື່ອໄລຍະຕົ້ນປີຜ່ານມາ. ທ່ານ ທອງຄູນ ກ່າວຕື່ມວ່າ: ຈີນເປັນໜຶ່ງໃນຕະຫຼາດການທ່ອງທ່ຽວຂາອອກທີ່ສຳຄັນທີ່ສຸດໃນໂລກ ການກັບມາດຳເນີນການທ່ອງທ່ຽວຂາອອກຂອງຈີນຈຶ່ງເປັນປະໂຫຍດຫຼາຍບໍ່ສະເພາະກັບກຳປູເຈຍເທົ່ານັ້ນ ແຕ່ຍັງລວມເຖິງທົ່ວໂລກດ້ວຍ.

ອີກຢ່າງໜຶ່ງ, ການທ່ອງທ່ຽວເປັນ 1 ໃນ 4 ເສົາຄໍ້າຫຼັກເສດຖະກິດຂອງກຳປູເຈຍ ໂດຍກຳປູເຈຍມີຊື່ສ່ຽງດ້ານມໍລະດົກໂລກ 3 ແຫ່ງໄດ້ແກ່ ອັງກໍວັດ ໃນແຂວງສຽມຣາດ, ປາສາດພະວິຫານ ໃນແຂວງພະວິຫານ ແລະ ແຫຼ່ງບູຮານຄະດີສົມບູນໄພຄຸກ ໃນແຂວງກຳປົງຖົມ ທັງຍັງມີແຄມຝັ່ງເກົ່າແກ່ທີ່ຍາວເຖິງ 450 ກິໂລແມັດ ຜ່ານແຂວງສີໜຸວິນ ກຳປອດ ແກບ ແລະ ເກາະກົງທາງຕາເວັນອອກສ່ຽງໃຕ້ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version