Home ຂ່າວໜ້າໜຶ່ງ ທ່ານຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກູບາ

ທ່ານຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກູບາ

0

ທ່ານນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຮຣາໂດ ເອຣນານເດັສ ນຣໍເດໂລ ກໍາມະການສູນກາງພັກກອມມູນິດກູບາ ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ ພ້ອມດ້ວຍຄະນະ ໃນວັນທີ 25 ພຶດສະພາ ນີ້ ທີ່ທໍານຽບປະທານປະເທດ ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ເຮຣາໂດ ເອຣນານເດັສ ນຣໍເດໂລ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.

ຈາກນັ້ນ, ທ່ານ ເຮຣາໂດ ເອຣນານເດັສ ນຣໍເດໂລ ຕາງໜ້າຄະນະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານຊາບອີກດ້ວຍ.

(ຂ່າວ-ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version