Home ຂ່າວຕ່າງປະເທດ ລັດຖະບານ ຫວຽດນາມ ສະເໜີສະພາແຫ່ງຊາດສືບຕໍ່ຫຼຸດອາກອນມູນຄ່າເພີ່ມ 2%

ລັດຖະບານ ຫວຽດນາມ ສະເໜີສະພາແຫ່ງຊາດສືບຕໍ່ຫຼຸດອາກອນມູນຄ່າເພີ່ມ 2%

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ພຶດສະພາ ຜ່ານມາ ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມ ຄັ້ງທີ 5 ສະພາແຫ່ງຊາດຊຸດທີ XV, ທ່ານ ໂຮ່ດຶກເຟີກ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ສະເໜີບົດລາຍງານກ່ຽວກັບການສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນມູນຄ່າເພີ່ມ (VAT) 2% ຊຶ່ງຈະໝູນໃຊ້ສຳລັບກຸ່ມສິນຄ້າ, ການບໍລິການພວມຈັດວາງອັດຕາພາສີອາກອນ 10%, ຍົກເວັ້ນດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ບັນດາການເຄື່ອນໄຫວດ້ານການເງິນ, ທະນາຄານ, ຕະຫຼາດຫຼັກຊັບ, ປະກັນໄພ, ດຳເນີນທຸລະກິດຄ້າຂາຍອະສັງຫາລິມະສັບ, ການສືບຕໍ່ປະຕິບັດນະໂຍບາຍອາກອນນີ້ມີຄວາມຈຳເປັນ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບການເສດຖະກິດ – ສັງຄົມ ຢ່າງທັນການ, ພ້ອມທັງຊັ່ງຊາຄິດໄລ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ. ຖ້າສະພາແຫ່ງຊາດຮັບຮອງເອົາ, ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນ VAT 2% ໃນ 6 ເດືອນທ້າຍປີ (ແຕ່ວັນທີ 1/7/2023 ຈົນເຖິງ ວັນທີ 31/12/2023).

ທ່ານ ໂຮ່ດຶກເຝີກ ໃຫ້ຮູ້ວ່າ: ລັດຖະບານຊີ້ນຳກະຊວງການເງິນ ແລະ ບັນດາກະຊວງ, ຂະ ແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍບັນດາກົດໝາຍວ່າດ້ວຍອາກອນຢ່າງມີປະສິດທິຜົນ, ສືບຕໍ່ປະຕິຮູບ, ຫັນລະບົບອາກອນເປັນທັນສະໄໝ, ຫັນການປະຕິບັດລະບອບລະບຽບການດ້ານອາກອນຢ່າງງ່າຍດາຍ. ພ້ອມທັງບໍລິຫານລາຍຈ່າຍງົບປະມານຢ່າງແໜ້ນແຟ້ນ, ປະຢັດລາຍຈ່າຍເປັນປົກກະຕິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version