Home ຂ່າວໜ້າໜຶ່ງ ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ

ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ

0

ກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຂອງ ສປປ ລາວ ປະຈຳປີ 2023 ພາຍໃຕ້ຫົວຂໍ້: ການເລັ່ງການຟື້ນຟູການຮຽນຮູ້ໃນສະພາບການຂອງໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ຕາງ ໜ້າຈາກທະນາຄານໂລກ ປະຈໍາປະເທດກໍາປູເຈຍ, ລາວ ແລະ ມຽນມາ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທຳ ຊຶ່ງໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການພັດທະນາຊັບສິນດ້ານມະນຸດໃນໄລຍະຜ່ານມາ ແລະ ຊອກຫາທິດທາງ, ວິທີການ ແລະ ມາດຕະການ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມລວມທັງການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ແລະ ຄູ່ຮ່ວມພັດທະນາຕ່າງໆໃນຫຼາຍດ້ານເປັນຕົ້ນ, ດ້ານເສດຖະກິດ, ດ້ານການສຶກສາ, ດ້ານການພັດທະນາຊັບພະຍາກອນມະນຸດ, ດ້ານວັດທະນະທຳ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ຊັບສິນດ້ານມະນຸດ ແມ່ນປັດໄຈຕັດສິນ ເຮັດໃຫ້ເສດຖະກິດ-ສັງຄົມ ມີຄວາມເຂັ້ມແຂງ ແລະ ຍືນຍົງຕົວຢ່າງ: ໃນບາງປະເທດໃນພາກພື້ນທີ່ມີຜົນສຳເລັດໃນການພັດທະນາ ຊັບສິນຕ້ານມະນຸດ ຊຶ່ງໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການພັດທະນາປະເທດເຊັ່ນ: ປະເທດ ສ ເກົາຫຼີ, ສິງກະໂປ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ. ສະເພາະ ສປປ ລາວ ປັດຈຸບັນ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ດັ່ງນັ້ນ, ທຶນຮອນເພື່ອພັດທະນາຊັບສິນດ້ານມະນຸດຍັງມີຄວາມຈໍາກັດຫຼາຍ ໂດຍລວມແລ້ວສິ່ງທ້າທາຍໃນການຮັບປະກັນການຮຽນຮູ້ແມ່ນມີຫຼາຍ ບໍ່ສະເພາະແຕ່ຢູ່ໃນ ສປປ ລາວ ແຕ່ເກີດຂຶ້ນໃນທົ່ວໂລກ ລວມທັງປະເທດທີ່ມີຄວາມຮັ່ງມີ. ສະນັ້ນ, ເພື່ອໃຫ້ເດັກນ້ອຍໄດ້ຮຽນໜັງສື ພວກເຮົາມີຄວາມຈໍາເປັນທີ່ຕ້ອງມີຄູ ແລະ ມີສື່ການຮຽນ ການສອນທີ່ມີຄຸນນະພາບສູງ ໂຮງຮຽນຕ້ອງມີຄວາມເປັນເຈົ້າການຢ່າງເຂັ້ມແຂງ ມີອາຄານຮຽນທີ່ປອດໄພ ເພື່ອດຶງດູດໃຫ້ເດັກຢາກມາຮຽນ ແລະ ມີການສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ທຸກພາກສ່ວນໃນສັງຄົມ ລວມທັງຊຸມຊົນ ແລະ ພໍ່ແມ່ຜູ້ປົກຄອງຢ່າງເປັນເຈົ້າການ ແລະ ແຂງແຮງ.

ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ໃນການຮັບປະກັນການສຶກສາທີ່ມີຄຸນ ນະພາບສຳລັບເດັກນ້ອຍທຸກຄົນ ໃນ ສປປ ລາວ ຊຶ່ງໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ IX ຊຶ່ງເປົ້າໝາຍລວມຂອງ ແຜນພັດທະນາດັ່ງກ່າວ ເພື່ອຮັບປະກັນວ່າ ສປປ ລາວ ມີລະບົບການສຶກສາທີ່ສາມາດພັດທະນາ ຊັບສິນດ້ານມະນຸດໃຫ້ມີຄວາມຮູ້ ຄວາມສາມາດ ທັກສະດ້ານຕ່າງໆ ມີຄຸນສົມບັດສິນທໍາປະຕິວັດ ຮັກປະເທດຊາດ ມີລະບຽບວິໄນ ມີສຸຂະພາບຮ່າງກາຍ ແລະ ຈິດໃຈທີ່ແຂງແຮງ ຮັກການຮຽນຮູ້ຕະຫຼອດຊີວິດ ສ້າງຄົນໃຫ້ກາຍເປັນຊັບສິນດ້ານມະນຸດທີ່ມີຄຸນນະພາບ ເພື່ອປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ແລະ ຍືນຍົງ.

ພ້ອມນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈ ມາຍັງບັນດາກະຊວງ, ອົງການ ບັນດາແຂວງ ນະຄອນຫຼວງ ບັນດາຄູ່ຮ່ວມພັດທະນາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຊັບສິນດ້ານມະນຸດ ຂອງ ສປປ ລາວ ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫຼາຍດ້ານເປັນຕົ້ນແມ່ນ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ແລະ ຂອບໃຈທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ເຮັດໃຫ້ພວກເຮົາສາມາດເປີດປະເທດໄດ້ ແລະ ສາມາດກັບມາດຳລົງຊີວິດແບບປົກກະຕິ ແລະ ສາມາດຈັດການຮຽນ-ການສອນ ໃຫ້ນັກຮຽນໄດ້ກັບມາຮຽນຄືນແບບປົກກະຕິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version